ຫຼາຍປະເທດ ໃນອາຊ້ຽນ ບໍ່ມີມາຕການ ປ້ອງກັນໂຄວິດ-19 ນັກທ່ອງທ່ຽວ

ສິດນີ
2023.01.22
ຫຼາຍປະເທດ ໃນອາຊ້ຽນ ບໍ່ມີມາຕການ ປ້ອງກັນໂຄວິດ-19 ນັກທ່ອງທ່ຽວ ນັກທ່ອງທ່ຽວ ໂພສຕ໌ຮູບ selfie ເຂດເຍົາວະຣາດ ສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງ ໃນນະຄອນຫຼວງບາງບອກ, ວັນທີ 5 ກັນຍາ ປີ 2022.
Manan Vatsyayana/AFP

ບັນດາປະເທດອາຊ້ຽນ ຫລາຍປະເທດ ຍັງບໍ່ມີມາຕການປ້ອງກັນໂຄວິດ-19 ຢ່າງເຄັ່ງຄັດ ຕໍ່ນັກທ່ອງທ່ຽວຕ່າງຊາດ ໂດຍສເພາະນັກທ່ອງທ່ຽວຈາກຈີນ ເຖິງແມ່ນວ່າ ຍັງມີການຣະບາດຂອງໂຣຄດັ່ງກ່າວ ກໍຕາມ ຍ້ອນຕອ້ງການສ້າງລາຍໄດ້ຈາກການທ່ອງທ່ຽວ ແລະ ຟື້ນຟູເສຖກິຈ ທີ່ທົດຖອຍໃນໄລຍະ ໂຄວິດ-19 ຣະບາດວ່າງສອງປີ ຜ່ານມາ, ສປປ ລາວ ເປັນນຶ່ງໃນບັນດາປະເທດ ໃນອາຊ້ຽນທີ່ຕ້ອງການສ້າງລາຍໄດ້ ຈາກການທ່ອງທ່ຽວຈາກຈີນ ຫລັງຈາກຈີນເປີດປະເທດ ໃນວັນທີ 8 ມົກກະຣາ ຜ່ານມາ ທີ່ບໍ່ມີມາຕການຄວບຄຸມ ແລະ ປ້ອງກັນ ການຣະບາດຂອງ ໂຄວິດ-19 ທັ້ງໆ ທີ່ ອົງການອານາມັຍໂລກປະກາດ ເຕື່ອນວ່າ ການຣະບາດ ໂຄວິີດ-19 ໃນຈີນ ຍັງບໍ່ທັນຈົບລົງເທື່ອ.

ສປປ ລາວ ປະກາດວ່າ ນັກທ່ອງທ່ຽວທີ່ຈະມາຈາກຈີນ ບໍ່ຕ້ອງການສັກຢາວັກຊີນລ່ວງໜ້າ ທັ້ງໆ ການຣະບາດຂອງ ໂຄວິດ-19 ໃນຈີນ ຍັງມີຢູ່.

ນອກຈາກປະເທດລາວແລ້ວ ກໍຍັງມີປະເທດໄທຍ ທີ່ຍັງບໍ່ມີມາຕການໃນການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ ຈາກນັກທ່ອງທ່ຽວຕ່າງຊາດ ເປັນຕົ້ນນັກທ່ອງທ່ຽວຈີນ ທີ່ຈະເຂົ້າມາໄທຍໃນຊ່ວງໄລຍະບຸນປີໃໝ່ຈີນ ແລະ ຫລັງຈາກຈີນ ເປີດປະເທດໃນວັນທີ 8 ມົກກະຣາຜ່ານມາ. ຫລັງຈາກກອງປະຊຸມຮ່ວມຣະຫວ່າງ ກະຊວງສາທາຣະນະສຸຂ, ອຸດສາຫະກັມທ່ອງທ່ຽວ ແຫ່ງປະເທດໄທຍ ແລະພາກສ່ວນທີ່ກ່ຽວຂ້ອງ ຣັຖມົນຕຣີ ກະຊວງສາທາຣະນະສຸຂໄທຍ ກ່າວຕໍ່ກຸ່ມນັກຂ່າວວ່າ ນັກທອ່ງທ່ຽວຕ່າງປະເທດທີ່ຈະເຂົ້າມາໄທຍ ຕ້ອງໃສ່ຜ້າປີດປາກ ປີດດັງ ຖ້າໄປທ່ຽວໃນເຂດຊຸມຊົນ ແອອັດ ແຕ່ປະເທດໄທຍຢ່າງນ້ອຍ ກໍຍັງໃຫ້ນັກທ່ອງທ່ຽວຕ່າງຊາດ ທີ່ຈະເຂົ້າມາໄທຍ ຕ້ອງສັກຢາວັກຊີນ ປ້ອງກັນໂຄວິດ-19 ຢ່າງນອ້ຍ 2 ເຂັມ ແລະມີປະກັນພັຍ ເພື່ອປ້ອງກັນໂຕເອງ ຖ້າມີບັນຫາເກີດຂຶ້ນກ່ອນຈະເຂົ້າໄທຍໄດ້.

ໃນວັນທີ 27 ທັນວາ ຜ່ານມາ ຈີນປະກາດວ່າ ຈະເປີດປະເທດໃນວັນທີ 8 ມົກຣາ ປີ 2023 ເພື່ອໃຫ້ຄົນຈີນສາມາດເດີນທາງ ໄປທ່ຽວຕ່າງປະເທໄດ້ ຫລັງຈາກຖືກຈຳກັດບໍຣິເວນມາຫລາຍປີ ຍ້ອນໂຄວິດ-19 ຣະບາດໃນຈີນ ເຮັດໃຫ້ຫລາຍປະເທດໃນອາຊ້ຽນ ໂດຍສະເພາະທຸຣະກິຈ ການທ່ອງທ່ຽວ ມີຄວາມດີໃຈແຕ່ກັງວົນ ຍ້ອນຕ້ອງການລາຍໄດ້ຈາກການທ່ອງທ່ຽວ ຈື່ງ ບໍ່ມີມາຕການທີ່ແຂງແກ່ນໃນການຕ້ານໂຄວິດ-19 ເຫມືອນດັ່ງທີ່ຜ່ານມາ. ນັກທ່ອງທ່ຽວຈີນ ທ່ານນຶ່ງກ່າວຕໍ່ນັກຂ່າວໄທຍ ຫລັງຈາກລົງເຮືອບິນ ທີ່ສນາມບິນສຸວັນນະພູມ ບາງກອກ ປະເທດໄທຍວ່າ:

ພວກນາງດີໃຈ ທີ່ໄດ້ກັບມາທ່ຽວ ປະເທດໄທຍອີກໃໝ່ ຫລັງຈາກລໍຖ້າມາເປັນເວລາ 3 ປີ ກ່ອນໂຄວິດ-19 ຣະບາດ ພວກນາງ ແລະ ຄອບຄົມມາທ່ຽວ ປະເທດໄທຍ ທຸກໆປີ.

ຫລັງຈາກ ການປະກາດດັ່ງກ່າວ ຈາກຈີນ ຜູ້ບໍຣິການດ້ານການທ່ອງທ່ຽວ ໃນອາຊ້ຽນ ເປັນຕົ້ນ trip.com ແລະອື່ນໆ ໄດ້ເຫັນການຈ່ອງ ການເດີນທາງ ອອກຈາກຈີນແຜ່ນດິນໃຫຍ່ ຂຶ້ນສຸງເຖິງ 254% ທີ່ຈະເດີນທາງ ອອກຈາກຈີນໄປທ່ຽວຕ່າງປະເທດ ທຽບໃສ່ທີ່ຜ່ານມາຖືວ່າຫລາຍທີ່ສຸດ ບັນດາປະເທດອາຊ້ຽນ ແລະ ສtຫະຣັຖ ອາເມຣິກາ ເປັນແຫລ່ງທ່ອງທ່ຽວ ທີ່ຍອດນິຍົມຂອງຄົນຈີນ, ແຕ່ບໍ່ເປັນສິ່ງທີ່ແປກ ເພາະກ່ອນໂຄວິດ-19 ຣະບາດ ໃນປີ 2019 ມີນັກທ່ອງທ່ຽວຈີນ ທ່ຽວປະເທດເອເຊັຽຕາວັນ ອອກສ່ຽງໃຕ້ ເຖິງ 32 ລ້ານຄົນ, ອີງຕາມການຣາຍງານ ຂອງອົງການຄົ້ນຄົ້ວ ຄວາມສ່ຽງ  (RANE Worldview) ຊຶ່ງໃນຊ່ວງໂຄວິດ-19 ຣະບາດ ຈຳນວນດັ່ງກ່າວໄດ້ລຸດລົງ ມີພຽງແຕ່ 4 ລ້ານຄົນເທົ່ານັ້ນຕໍ່ປີ.

ອົງການດັ່ງກ່າວ ຖແລງວ່າ ການທ່ອງທ່ຽວຈາກຈີນ ເປັນເສັ້ນເລືອດລາຍໄດ້ສຳລັບ ບັນດາປະເທດອາຊ້ຽນທັງຫລາຍ ແລະການສືບຕໍ່ການຫລຸດລົງ ຈະສົ່ງຜົລກະທົບຕໍ່ການທົດຖອຍ ຂອງເສຖກິຈ ຈາກການຟື້ນໂຕຫລາຍຂຶ້ນ.

ການຫລຸດລົງຂອງນັກທ່ຽວທ່ຽວຈາກຈີນ ໃນໄລຍະໂຄວິດ-19 ຣະບາດສົ່ງຜົລກະທົບຕໍ່ເສຖກິດຂອງບັນດາປະເທດອາຊ້ຽນລາຍໃຫຍ່ ເປັນຕົ້ນປະເທດໄທຍ ຟິລິປີນສ໌ ແລະ ມາເລເຊັຽ ຊຶ່ງເປັນແຫລ່ງທີ່ນັກທ່ອງທ່ຽວຈີນ ນິຍົມມາທ່ຽວຫລາຍກວ່າໝູ່ ໃນບັນດາປະເທດອາຊ້ຽນ ທີ່ສ້າງລາຍໄດ້ ແລະ ວຽກເຮັດງານທຳ ໃຫ້ແກ່ປະເທດເຫລົ່ານັ້ນ.

ຫລັງຈາກການປະກາດເປີດປະເທດ ຂອງຈີນ ເຮັດໃຫ້ຜູ້ປະກອບການທ່ອງທ່ຽວ ໃນປະເທດອາຊ້ຽນ ເປັນຕົ້ນ ບໍຣິສັດ ບໍຣິການນຳທ່ຽວ ໂຮງແຮມບ້ານພັກ ຮ້ານອາຫານ ແລະອື່ນໆ ກໍມີຄວາມດີໃຈ ແຕ່ຍັງກັງວົນກ່ຽວກັບ ໂຄວິດ-19 ທີ່ຈະກັບຄືນມາອີກໃໝ່ ແຕ່ຕ້ອງຟຶນໂຕ ຍ້ອນຕ້ອງການລາຍໄດ້ຈາກການທ່ອງທ່ຽວ ເປັນຕົ້ນນັກທ່ອງທ່ຽວຈາກຈີນ.

ທ້າວ Zack ຜູ້ປະກອບການເຮືອນຳທ່ຽວຢູ່ເກາະ Pulau Kapas ປະເທດມາເລເຊັຽ ຜູ້ທີ່ຍັງມີຄວາມຊົງຈຳ ແລະຢ້ານກົວ ໃນຊ່ວງໂຄວິດ-19 ຣະບາດໃນມາເລເຊັຽວ່າງສອງປີກ່ອນເວົ້າວ່າ.

ຣັຖບານມາເລເຊັຽ ຄວນປິດປະຕູຕໍ່ນັກທ່ອງທ່ຽວຈາກຈີນ ຈົນກວ່າ ສພາບການ ໂຄວິດ-19 ໃນຈີນ ຈະກັບມາຢູ່ໃນສພາບປົກກະຕິກ່ອນ ກ່ອນຈະເປີດປະເທດຕ້ອນຮັບ ນັກທ່ອງທ່ຽວຈາກຈີນ.

ທ່ານເວົ້າວ່າ ທ່ານມີຄວາມຢ້ານກົວຈະຖືກ locked down ອີກໃໝ່ ຖ້າມີການຣະບາດໂຄວິດ-19 ເກີດຂຶ້ນ ຖ້າມີການ locked down ເທື່ອນີ້ ແຮ່ງຈະເຮັດໃຫ້ເສຖກິຈ ຂອງປະເທດຖອດຖອຍ ກວ່າເກົ່າ.

ວ່າງອາທີດຜ່ານມາ ປະເທດມາເລເຊັຽ ປະກາດວ່າ ຈະກວດອຸນນະພູມຮ່າງກາຍ ຮ່ວມດ້ວຍການກວດນ້ຳລາຍ ຂອງນັກທ່ຽວ ຈາກຕ່າງປະເທດທຸກຄົນ ໂດຍສະເພາະນັກທ່ອງທ່ຽວຈາກຈີນ ກ່ອນຈະເຂົ້າປະເທດໄດ້ ຖ້າພົບວ່າ ນັກທ່ອງທ່ຽວ ຜູ້ໃດ ມີອາການໄຂ້ຂຶ້ນສູງ ແລະລະບົບຫາຍໃຈ ບໍ່ປົກກະຕິ ມີເຊື້ອໂຄວິດ-19 ກໍຈະສົ່ງໄປຈຳກັດບໍຣິເວນ ຫລື quarantine ໃນບ່ອນທີ່ທາງການຈັດໃວ້.

ຢູ່ເກາະ Borneo ປະເທດອີນໂດເນເຊັຽ ຊຶ່ງເປັນແຫລ່ງທ່ອງທ່ຽວຍອດນິຍົມ ແຫ່ງນຶ່ງຂອງນັກທ່ອງທ່ຽວຈີນ ໃນອາຊ້ຽນ, ອິນໂດເນເຊັຽ ປະກາດວ່າ ເຣີ່ມຈາກວັນທີ 8 ມົກກະຣາ ປີ 2023 ເປັນຕົ້ນມານັກທ່ອງທ່ຽວຕ່າງຊາດ ທຸກຄົນທີ່ມາທ່ຽວເກາະດັ່ງກ່າວ ເປັນຕົ້ນຈີນ ຕ້ອງສັກວັກຊີນ ຢ່າງນ້ອຍ 2 ເຂັມແລະສະແດງຜົລກວດ ເປັນລົບພາຍໃນ 24 ຊົ່ວໂມງກ່ອນເດີນທາງເຂົ້າມາປະເທດ.

ເຈົ້າຂອງເຮືອນພັກຕາກອາກາດ ແຫ່ງນຶ່ງ ຢູ່ແຂວງຊຽງໃໝ່ປະເທດ ກ່າວວ່າ ນາງມີສອງຈິດສອງໃຈກ່ຽວກັບນະໂຍບາຍ ການທ່ອງທ່ຽວຂອງຣັຖບານ ຕໍ່ນັກທ່ອງທ່ຽວຈີນ ທີ່ຈະເຂົ້່າມາໄທຍ ການມາທ່ຽວໄທຍ ຂອງນັກທ່ອງທ່ຽວຈີນ ແນ່ນອນວ່າ ເປັນການຟື້ນຢູ່ເສຖກິຈ ຂອງປະເທດ ເປັນຕົ້ນການຄ້າຂາຍກໍຈະເພີ່ມຂຶ້ນ ແຕ່ຕ້ອງລະມັດລະວັງ ບັນຫາຈະຕາມມາດັ່ງໂຄວິດ-19 ທາງການຄວນໃຊ້ມາຕການປ້ອງກັນຢ່າງເຄັ່ງຄັດ.

ວ່າງປີ 2019 ກ່ອນໂຄວິດ-ຣະບາດ ມີນັກທ່ອງທ່ຽວຕ່າງຊາດ ເຂົ້າມທ່ຽວໄທຍປະມານ 40 ລ້ານຄົນ ໃນນັ້ນ 1 ສ່ວນ 4 ແມ່ນນັກທ່ອງທ່ຽວຈາກຈີນ, ແຕ່ກົມທ່ອງທ່ຽວແຫ່ງປະເທດໄທຍ ປະເມີນໃນປີນີ້ວ່າ ຈະມີນັກທ່ອງທ່ຽວຕ່າງຊາດ ເຂົ້າມາທ່ຽວໄທຍຣະຫວ່າງ 18 ຫາ 25 ລ້າຄົນ ໃນນັ້ນ 5 ລ້ານຄົນຈະແມ່ນນັກທ່ອງທ່ຽວຈາກຈີນ; ສຳລັບປະເທດຟິລິປິນສ໌ ຊຶ່ງວ່າງຫລັງໆມານີ້ ຣັຖບານຟິລິປິນສ໌ ໄດ້ປະກາດຍົກເລີກມາຕການປ້ອງກັນ ໂຄວິດ-19 ຕໍ່ນັກທ່ອງທ່ຽວຕ່າງຊາດ ທີ່ຈະເຂົ້າມາຟິລິປິນ ຮ່ວມດ້ວຍນັກທ່ອງທ່ຽວຈາກຈີນ ເຖິງແມ່ນວ່າ ຈະມີການຣະບາດຂອງໂຣຄດັ່ງກ່າວໃນຈີນ ຢູ່ກໍຕາມເຮັດໃຫ້ຫລາຍພາກສ່ວນໃນຟິລິປິນ ມີຄວາມກັງວົນກ່ຽວກັບການປະກາດ ດັ່ງກ່າວ ຂອງຣັຖບານ. ນັກທ່ອງທ່ຽວຈີນອີກຄົນນຶ່ງເວົ້າວ່າ:

ລາວມາທ່ຽວປະເທດໄທຍ ແລະມາເລເຊັຽເລື້ອຍໆ ກອ່ນໂຄວິດ-19 ຣະບາດ ລາວມີແຜນການຈະກັບມທ່ຽວຕ່າງປະເທດອີກໃໝ່.

ນາຍແພດ ຟິລິປິນສ໌ ທ່ານນຶ່ງຜູ້ທີ່ບໍ່ເຫັນພ້ອມກັບການປະກາດຂອງຣັຖບານເວົ້າວ່າ:

ພວກເຮົາຕ້ອງການນັກທ່ອງທ່ຽວຈີນ ກວດ ໂຄວິດ-19 ກ່ອນ 24 ຊົ່ວໂມງ ເປັນຜົລລົບ ກອ່ນຈະເຂົ້າປະເທດໄດ້ ກຸ່ມດັ່ງກ່າວອາດຈະແຜ່ລະບາດ ໂຄວິດ-19 ໄດ້ຖ້າບໍ່ມີການກວດເຊື້ອກ່ອນ ຈະເຂົ້າມາ ເປັນຕົ້ນ ໂຄວິດ-19 ສາຍພັນໃໝ່.

ທ່ານວ່າ ພວກເຮົາບໍ່ສາມາດຢຸດຕິການຣະບາດ ຂອງໂຄວິດ-19 ຖ້າບໍ່ມີມາຕການປ້ອງກັນ ໂຣກດັ່ງກ່າວກັບນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ຽວຟິລິປິນສ໌ ໂດຍສເພາະນັກທ່ອງທ່ຽວ ຈາກປະເທດທີ່ຍັງມີການຣະບາດຢູ່ ດັ່ງຈີນ.

ໃນຂນະດຽວກັນ ຣັຖບານ ອິນໂດເນເຊັຽ ກໍປະກາດວ່າ ໃນປັດຈຸບັນ ຍັງບໍ່ມີມາຕການພິເສດໃນການປ້ອງກັນ ໂຄວິດ-19 ຈາກນັກທ່ອງທ່ຽວ ທີ່ຈະມາຈາກຈີນເທື່ອ ເຖິງແມ່ນວ່າ ຍັງມີການຣະບາດໃນຈີນກໍຕາມ, ແຕ່ທ່ານ Dicky Budiman ນັກວິຊາການດ້ານເຊື້ອໂຣຄວິທຍາ ທີ່ເຮັດວຽກຢູ່ປະເທດອິນໂດເນເຊັຽເວົ້າວ່າ ທາງການອິນໂດເນເຊັຽ ຄວນວາງມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດ ຕໍ່ນັກທ່ອງທ່ຽວຕ່າງຊາດ ທີ່ຈະເຂົ້າມາອິນໂດເນເຊັຽ ໂດຍສະເພາະ ນັກທ່ອງທ່ຽວຈີນ ຢ່າງນ້ອຍຕອ້ງຮູ້ວ່າ ນັກທ່ອງທ່ຽວ ຄົນດັ່ງກ່າວ ຈະບໍ່ນຳເຊື້ອມາແຜ່ຣະບາດ ໃນອີນໂດເນເຊັຽ.

ທ່ານວ່າ ຖ້ານັກທ່ອງທ່ຽວຜູ້ໃດບໍ່ໄດ້ວັກຊີນຂັ້ນ booster ຢ່າງນ້ອຍ ຕອ້ງຜ່ານການກວດເຊື້ອ ຜົລເປັນລົບກ່ອນ 24 ຊົ່ວໂມງ ກ່ອນຈະເຂົ້າມາອິນໂດເນເຊັຽໄດ້.

ໃນຂນະດຽວກັນ ປະຊາຊົນ ອາຊ້ຽນທັງຫລາຍ ກໍຫວັງວ່າ ນັກທ່ອງທ່ຽວຈາກຈີນ ຈະສັກຢາວັກຊີນຄົບໂດສ ກ່ອນຈະເດີນທາງມາອາຊ້ຽນ.

ຄົນຂັບ taxi ຜູ້ນຶ່ງຢູ່ປະເທດ ຟິລິປິນສ໌ ຜູ້ທີ່ບໍຣິການເສັ້ນທາງຈາກສນາມບິນ ນາໆຊາດ ມາກຸງມະນິລາ ເວົ້າວ່າ. ພວກເຮົາຈະບໍ່ຮູ້ວ່າ ຜູ້ໂດຍສານຄົນນັ້ນມີເຊື້ອໂຄວິດ-19 ຕິດມາ ຫລື ບໍ ແຕ່ຕ້ອງໄດ້ບໍຣິການ ຍ້ອນສະພາບເສຖກິຈ ຟືດເຄືອງໃນປັດຈຸບັນ. ທຸກຄົນຕ້ອງເຮັດວຽກ ເພື່ອຄວາມຢູ່ລອດ ແລະ ເພື່ອລ້ຽງຄອບຄົວ ເຖິງແມ່ນວ່າ ຈະມີຄວາມສ່ຽງຕໍ່ຊີີວິດກໍຕາມ ຣັຖບານຄວນໃຊ້ມາຕການ ໃຫ້ນັກທ່ອງທ່ຽວຕ່າງຊາດ ທຸກຄົນສັກວັກຊີນຄົບໂດສ ກ່ອນຈະເຂົ້າປະເທດລາວເວົ້າວ່າ This is new normal. ສບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.