ທະຫານພະມ້າ ໄດ້ເຜົາໂບດຊາວຄຣິສຕ໌ ໃນຣັຖກະຢາ

0:00 / 0:00

ຊາວບ້ານກ່າວວ່າ: ໃນປະເທດພະມ້າ, ທະຫານພະມ້າ ບໍ່ພຽງແຕ່ກໍ່ການຮ້າຍ ຕໍ່ປະຊາຊົນຂອງຕົນເອງ ແລະ ການທໍາລາຍລ້າງ, ທະຫານພະມ້າ ໄດ້ທໍາລາຍສະຖານທີ່ ປວັດສາດ ແລະ ສະຖານທີ່ທາງດ້ານວັທນະທັມ.

ສໍານັກຂ່າວ ວິທຍຸ ເອເຊັຽ ເສຣີ ຜແນກ ພາສາ ພະມ້າ ໄດ້ຣາຍງານວ່າ ທະຫານພະມ້າ ໄດ້ເຜົາບ້ານເຮືອນ ຂອງປະຊາຊົນ ແລະ ອາຄານໂບດ ຄຣິສຕຽນ ຢູ່ເຂດຕະແລງ ໃນພາກເໜືອຂອງຣັຖສິນ ໃນທ້າຍປີ 2021 ແລະ ຕົ້ນປີ 2022 ທະຫານພະມ້າເຂົ້າມາມ້າງເຮືອນ ປະຊາຊົນ ເພື່ອລັກເຄື່ອງປະດັບ, ເອົາກະເບົ໋າແບຣນແນມ ທີ່ມີລາຄາແພງ.

ຍານາງ ຍໍມອງ ຈາກຫ້ອງການປົກຄອງ ພົລເຮືອນ ຢູ່ເມືອງ ມິນເດັດ ທີ່ເປັນຝ່າຍກົງກັນຂ້າມກັບທະຫານພະມ້າ ໄດ້ກ່າວວ່າ ພວກທະຫານພະມ້າ ຮູ້ວ່າ ເຄື່ອງປະດັບເຫຼົ່ານັ້ນ ມີລາຄານແພງ ນອກຈາກນີ້ ເຂດສງວນສັດປ່າ ແລະ ປ່າສງວນແຫ່ງຊາຕ ກໍຖືກທໍາລາຍ ຍ້ອນຜົນຂອງການຕໍ່ສູ້.

ຢູ່ປະເທດພະມ້າ ມີອາຄານໂບດຄຣີສຕຽນ 132 ແຫ່ງ ຖືກທໍາລາຍ ຈາກທະຫານພະມ້າ ທີ່ວາງເພີງ ແລະ ຍິງປືນໃສ່, ແລະ ຢູ່ບ່ອນອື່ນໆ ທະຫານພະມ້າ ກໍມີການຍົກເລີກໂຄງການ ສ້າງໂບດ ຍ້ອນວ່າ ການກໍ່ສ້າງໂບດ ເພີ່ມຂຶ້ນ ໃນປີນີ້.

ການປຸ້ນສະດົມ ແລະ ການທໍາລາຍ ໄດ້ກາຍເປັນສ່ວນນຶ່ງ ຂອງຄວາມພະຍາຍາມ ຂອງທະຫານ ເພື່ອທໍາລາຍຈິດວິນຍານ ຂອງປະຊາຊົນທ້ອງຖິ່ນ, ກໍ່ການຮ້າຍໃນພື້ນທີ່ ໂດຍດ້ວຍໃຊ້ການລັງບັງຄັບ, ແລະ ທໍາລາຍປວັດສາດ ຂອງຊົນເຜົ່າ ຖ່າມກາງການຍຶດທີ່ດິນ ໃນເຂດທີ່ມີການປົດແອກ, ສະຖານທີີ່ທີ່ມີຄຸນຄ່າ ທາງປວັດສາດ ຍັງຄົງໄດ້ຮັບຜົລກະທົບ ຢ່າງໜັກໜ່ວງ.

ໃນຂະນະທີ່ ສະຖານສໍາຄັນທາງປວັດສາດ ຢູປະເທດພະມ້າ ໄດ້ຮັບຄວາມເສັຽຫາຍ ຈາກການຍິງປືນໃສ່, ການໂຈມຕີ ທາງອາກາດ ແລະ ການບຸກທະລາຍ, ຣັຖບານລວມຊາດຂອງພະມ້າ ທີີ່ເປັນຣັຖບານເງົາ ຝ່າຍກົງກັນຂ້າມກັບທະຫານພະມ້າ ທີ່ທະຫານພະມ້າ ໄດ້ຢຶດອໍານາດໄປ ໃນປີ 2021.​

ໃນຕອນທ້າຍ, ຣັຖບານລວມຊາຕ ຂອງພະມ້າ ໄດ້ສ້າງຕັ້ງຄະນະບໍຣິຫານ ເພື່ອຄຸ້ມຄອງມໍຣິດົດຂຶ້ນມາ ໃນເດືອນມິຖຸນາ 2022 ທີ່ຜ່ານມາ. ຄະນະກັມມະການດັ່ງກ່າວ ໄດ້ປະສານງານກັບ ສະພາທີ່ປຶກສາ, ກຸ່ມທີ່ຕໍ່ຕ້ານ ທະຫານພະມ້າ, ແລະ ຫ້ອງການບໍຣິຫານຂອງປະຊາຊົນ ຢູ່ເຂດຣັຖສິນ, ຣັຖສະກາງ, ຣັຖແມັກເວ ແລະ ຣັຖກະຢາ ເພື່ອພະຍາຍາມປົກປ້ອງ ສະຖານທີ່ທາງມໍຣະດົກ.​ ບາງຍຸດທະສາດ ລວມທັງກອງກໍາລັງ ປົກປ້ອງປະຊາຊົນ ທີ່ຂັບເຄື່ອນການຕໍ່ສູ້, ປົກປ້ອງອານຸສາວະລີ ທາງປວັດສາດ ແລະ ໃຫ້ການສຶກສາປ້ອງການປ້ອງຄອງ ທ້ອງຖິ່ນ ກ່ຽວກັບວິທີການອະນຸຮັກ.

ມາເຖິງປັດຈຸບັນ, ຄະນະບໍຣິຫານ ໄດ້ເລືອກເອົາສະຖານທີ່ທາງມໍຣິດົກ 59 ແຫ່ງ ຢູ່ຣັຖແມັກເວ ແລະ ສະກາງ, ລວມທັງຮັບຮູ້ສະຖານທີ່ ຂອງອົງການ ຢູເນສໂກ ຢູ່ ທີ່ເປັນສຖານທີ່ບູຮານນະສຖານ ເຂດ ເບກທາໂນ ແລະ ລວມທັງເຂດອື່ນໆ ນໍາອີກ ເຊັ່ນວັດ ແລະ ໂຮງຮຽນ. ຄະນະບໍຣິຫານ ໄດ້ກ່າວວ່າ ເຂົາເຈົ້າໄດ້ນໍາສເນີໄປພື້ນທີ່ ໄປປະມານ 100​ ແຫ່ງ.​

ໂບດ ຢູ່ໝູ່ບ້ານ ກັນຍາ ເຂດຣັຖກະຍາ ຂອງພະມ້າ ໄດ້ຮັບຄວາມເສັຽຫາຍຢ່າງໜັກ ຈາກການຍິງປືນຂອງທະຫານພະມ້າມາ ໃສ່ ໃນວັນທີ 24 ພຶສພາ 2021.​ ບ້ານຫານລິນ ແລະ ເຂດບູຮານນະຄະດີ ໄດ້ທີ່ຮັບການອະນຸມັດຈາກອົງການ ຢູເນສໂກ ໃຫ້ເປັນເຂດມໍຣະດົກທີ່ໄດ້ຮັບການປົກປ້ອງ ໃນທ້າຍປີ 2022, ແຕ່ວ່າ ໃນເດືອນມົກຣາ 2023, ມີທະຫານພະມ້າ ປະມານ 100 ຄົນ ມາຕັ້ງຖານທັບໃສ່ເຂດໝູ່ບ້ານດັ່ງກ່າວ ໄດ້ເຜົາວັດແຫ່ງນຶ່ງ ແລະ ເຮືອນ 50 ຫຼັງທີ່ຢູ່ເຂດໃກ້ຄຽງ.​

ທ່ານ ຕູຣາ ຕັນ ໂຄສົກຄະນະກັມມະການ ຄຸ້ມຄອງມໍຣະດົກ ໄດ້ກ່າວວ່າ ການກະທໍາຂອງທະຫານພະມ້າ ຂັດຕໍ່ສົນທິສັນຍາເຈນິວາ ແລະ ສົນທິສັນຍາອື່ນໆ ທີ່ຣັຖບານພວກເຮົາໄດ້ເຊັນລົງນາມໄປ.​

ນັບແຕ່ທະຫານພະມ້າ ເຂົ້າມາຢຶດອໍານາດ, ບ້ານຫານລິນ ທີ່ເປັນເຂດບູຮານນະຄະດີ ໄດ້ສົບກົບການຄວາມເສັຽຫາຍຫຼາຍຄັ້ງ ລວມທັງການວາງເພິງ ແລະ ການໂຈຣະກັມ, ເຖິງວ່າ ຈະຢູ່ໃນບັນຊີຂອງຄະນະກັມມະການກຄຸ້ມຄອງ, ແຕ່ສະຖານທີ່ດັ່ງກ່າວ ກໍຍັງກາຍເປັນພື້ນທີ່ການຕໍ່ສູ້.​ ທ່ານ ຕູຣາ ຕັນ ໂຄສົກຄະນະກັມມະການ ຄຸ້ມຄອງມໍຣະດົກ ໄດ້ກ່າວວ່າ:

ໄດ້ກ່າວວ່າ: ພວກເຮົາບໍ່ມີກໍາລັງພຽງພໍ ທີ່ຈະປົກປັກຮັກສາ ສະຖານທີ່ດັ່ງກ່າວ ໄດ້ເຕັມເວລາ. ຈົນມາເຖິງຕອນນີ້ ມັນກໍຍັງເປັນບັນຫາຢູ່. ເຖິງວ່າ ບ້ານຫາລິນ ຈະຖືກໂຈມຕີຫຼາຍຄັ້ງ ແຕ່ ກອງກໍາລັບຕໍ່ຕ້ານຂອງພວກເຮົາ ກໍຍັງປົກປ້ອງເອົາໄວ້ໄດ້, ແຕ່ ມັນກໍປົກປ້ອງບໍ່ໄດ້ສເມີໄປ.

ນອກຈາກນີ້ ການຕໍ່ສູ້ ແລະ ຄວາມບໍ່ສງົບ ໄດ້ທໍາລາຍທີ່ຢູ່ຂອງສັດປ່າ ເຊັ່ນດຽວກັນ.​ ນັບແຕ່ທະຫານພະມ້າເຂົ້າມາຍຶດອໍານາດ ຈາກຣັຖບານພົລເຮືອນ ໃນປີ 2021, ກໍເກີດມີຄວາມບໍ່ສງົບຂຶ້ນ ໃນປະເທດພະມ້າ ໂດຍ ສະເພາະ ໄດ້ມີການສ້າງຕັ້ງ ກຸ່ມກອງກໍາລັງປົກປ້ອງ ປະຊາຊົນຂຶ້ນມາ ເພື່ອຕໍ່ສູ້ກັບທະຫານພະມ້າ ແລະ ຍັງມີກຸ່ມຊົນຊາດຊົນເຜົ່າອື່ນໆ ທີ່ບໍ່ເຫັນດີກັບການຍຶດອໍານາດ.​ ແມ່ຍິງຄົນນຶ່ງຊາວພະມ້າ ຜູ້ທີ່ເຂົ້າຮັບການຝຶກ ການເປັນໜ່ວຍຣົບ ພິເສດ ເພື່ອຕໍ່ສູ້ກັບທະຫານພະມ້າ ໄດ້ກ່າວຕໍ່ນັກຂ່າວວ່າ: ພວກເຮົາຝຶກແອບ ພາຍໃຕ້ແສງແດດ ທີ່ຮ້ອນອົບເອົາ ພວກເຮົາຕ້ອງເດີນໄປ ໄລຍະທາງໄກ ຕລອດທັງກາງເວັນ ແລະ ກາງຄືນ.

ສານ​ທະ​ຫານ​ພະ​ມ້າ ຢູ່​ພາກ​ເໜືອ​ເຂດ​ຣັ​ຖສະ​ກາງ ໄດ້​ສັ່ງຕັດ​ສິນຈຳ​ຄຸກ ຜູ້​ຍິງ​ຊາວ​ພະ​ມ້າ 9 ຄົນ ເປັນ​ເວ​ລາ 12 ປີ ຍ້ອນ​ພວກ​ເຂົາ​ຖືກ​ກ່າວ​ຫາ​ວ່າ ເປັນ​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນ ຫຼື PDFD. ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ປະ​ຊາ​ຊົນ ຖືກ​ຈັດ​ຕັ້ງ​ຂຶ້ນໂດຍ​ປະ​ຊາ​ຊົນ​ພະ​ມ້າ ເພື່ອ​ຕໍ່​ຕ້ານ​ກຸ່ມ​ທະ​ຫານ​ພະ​ມ້າ ​ທີ່ຣັ​ຖ​ປະ​ຫານ​ຢຶດ​ອຳ​ນາດ​ ຈາກ​ຣັ​ຖ​ບານ​ພະ​ມ້າ ​ທີ່​ມາ​ຈາກ​ການ​ເລືອ​ກ​ຕັ້ງ ໃນ​ເດືອນ​ກຸມ​ພາ 2021 ທີ່​ຜ່ານ​ມາ.

ບັນ​ດາ​ຜູ້​ຍິງ​ທັງ 9 ຄົນຖືກ​ດຳ​ເນີນ​ຄະ​ດີ ພາຍ​ໃຕ້ກົດ​ໄອ​ຍະ​ການ​ເສິກ ຂອງ​ທະ​ຫານ​ພະ​ມ້າ ໂດຍ​ສານ​ທະ​ຫານ​ພະ​ມ້າ ແລະ ເຂົາ​ເຈົ້າ​ຖືກຕັດ​ສິນ ​ຈຳ​ຄຸກໃນ​ເດືອນຕຸ​ລາ 2022 ທີ່​ຜ່​ານ​ມາ ອີງ​ຕາມແຫຼ່ງ​ຂ່າວ ທີ່​ໃກ້​ຊິດຄ້າຍ​ຄຸມ​ຂັງ ແລະ ເຈົ້າ​ໜ້າ​ທີ່​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ ​ປະ​ຊາ​ຊົນ.

ຂໍ້​ມູນ​ດັ່ງ​ກ່າວ ຕ້ອງ​ໃຊ້​ເວ​ລາ 1 ເດືອນ ກ່ອນ​ທີ່​ຈະ​ມີ​ການ​ເຜີຍ​ແຜ່ ຍ້ອນ​ວ່າ ເຈົ້າ​ໜ້າ​ທີ່ທະ​ຫານ​ພະ​ມ້າບໍ່​ໄດ້​ແຈ້ງ​ໃຫ້​ຄອບ​ຄົວຜູ້​ທີ່​ຖືກ​ສັ່ງ​ຈຳ​ຄຸກ​ຮັບຮູ້. ຜູ້​ຍິງ​ທີ່​ຖືກ​ສານ​ຕັດ​ສິນທັງໝົດ ມີ​ອາ​ຍຸ​ປະ​ມານ 20 ປີ ເຂົາ​ເຈົ້າ​ໄດ້​ຖືກ​ຈັບ​ໂຕ ໃນ​ເວ​ລາ​ທີ່ທະ​ຫານ​ພະ​ມ້າ ໄດ້​ບຸກ​ລະ​ທາຍຄ້າຍ​ ຂອງ​ກຸ່ມກອງ​ກຳ​ລັງ​ປົກ​ປ້ອງ​ ປະ​ຊາ​ຊົນ ຢູ່​ເມືອງ​ກາ​ເລ ໃນ​ວັນ​ທີ 16 ພຶ​ສ​ຈິ​ກາ 2021 ທີ່​ຜ່ານ​ມາ ເຊິ່ງ​ເຂົ້າ​ເຈົ້າ​ຖືກ​ຄຸມ​ຂັງ​ ຢູ່​ໃນ​ຄຸກ​ເມືອງ​ກາ​ເລ.

ພວກ​ເຂົາ​ແຕ່​ລະ​ຄົນ​ ໄດ້​ຮັບ​ໂທດຈຳ​ຄຸກ 2 ປີ ພາ​ຍ​ໃຕ້​ມາ​ຕ​ຣາ 505 ແລະ ອີກ 10 ປີ ພາ​ຍ​ໃຕ້​ມາ​ຕ​ຣາ 50 ຂອງ​ກົດ​ໝາຍ ຕ້ານ​ການກໍ່​ການ​ຮ້າຍ ຂອງ​ທະ​ຫານ​ພະ​ມ້າ. ເຈົ້າ​ໜ້າ​ທີ່​ກຸ່ມກອງ​ກຳ​ລັງ ​ປົກ​ປ້ອງ​ປະ​ຊາ​ຊົນ ຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ໄດ້​ກ່າວ​ວ່າ ແມ່​ຍິງ​ເຫຼົ່າ​ນັ້ນ ບໍ່​ໄດ້​ໂທດ​ໜັກ ແຕ່ ເຂົາ​ເຈົ້າ​ກໍ​ຖືກ​ບັງ​ຄັບ​ ໃຫ້ເຮັດ​ວຽກ​ຢູ່​ໃນ​ຄຸກ.

ທ່ານ ກ່າວ​ຕື່ມ​ອີກວ່າ ແມ່​ຍິ່ງ​ເຫຼົ່າ​ນັ້ນ ທີ່​ຢູ່​ໃນ​ຄຸກ ຍັງ​ມີ​ສຸ​ຂ​ພາບ​ທີ່​ດີ ເຂົາ​ເຈົ້າ​ເຮັດ​ວຽກ​ຕາມ​ທີ່​ເຈົ້າ​ໜ້າ​ທີ່ ​ສັ່ງ ໂດຍ​ເຂົາ​ເຈົ້າ​ເຮັດ​ວຽກ​ຕັດ​ຫຍິບ. ແມ່​ຍິງ​ທີ່​ຖືກ​ຈັບ​ນັ້ນ ຊື່​ວ່າ: ລາ ຕັນ ຫວີ, ມາ ສອນ ດວງ, ຄາ​ ລອນ ສານ, ລາ ມອມ ຄາມ, ວັນ​ ລາ ລອນ, ມາ​ ລາ ປຽນ ເປວ, ຊາມ ຊູ ຊາ ອຳ, ແມນ ລຳ ດິມ, ນິ ອອງ ດອນ ກິ​ອຽນ.

ນາງ ລາ ຕັນ ຫວີ ໄດ້​ບອກ​ຄອບ​ຄົວ​ຂອງ​ລາວ ວ່າ ຜູ້ຍິງ​ທັງ​ໝົດ ຖືກ​ທະ​ຫານ​ພະ​ມ້າ​ຈັບ​ໂຕ​ໄປ ເປັນ​ເວ​ລາ ເກືອບ 5 ເດືອນ. ໃນ​ເວ​ລາ​ນັ້ນ, ເຂົາ​ເຈົ້າ​ບໍ່​ສາ​ມາດ​ຕິດ​ຕໍ່​ຫາ​ໃຜ​ໄດ້ ຢູ່ນອກ​ຄຸກ. ຕໍ່​ມາ​ເຂົາ​ເຈົ້າ​ຈຶ່ງ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຕິດ​ຕໍ່​ຫາ​ຄອບ​ຄົວ ແຕ່ວ່າ ບໍ່​ອະ​ນຸ​ຍາດ​ໃຫ້​ບອກ​ຄອບ​ຄົວ​ວ່າ ເຂົາ​ເຈົ້າ​ຖືກ​ສານ​ຕັດ​ສິນ​ຕອນ​ໃດ ເຊິ່ງ​ຂໍ້​ມູນ​ດັ່ງ​ກ່າວ ຫາກໍ່​ຖືກ​ຮັບ​ຮູ້​ໃນ​ເດືອນພຶ​ສ​ຈິ​ກາ ນີ້ ໂດຍ ຜ່ານ​ທະ​ນາຍ​ຄວາມ ແລະ ເຈົ້າ​ໜ້າ​ທີ່​ຄຸກ.

ທະ​ຫານ​ພະ​ມ້າ ໄດ້​ຈັບ​ໂຕ ທ່ານ ວິ​ນ ວິນ ອາ​ດີດ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາຕ ​ພະ​ມ້າ ທີ່​ສັງ​ກັດ​ພັກ​ສັນ​ນິ​ບາດ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ ຄອບ​ຄົວ​ຂອງ​ລາວ ອີງ​ຕາມ​ຂໍ້​ມູນຈາກໝູ່​ເພື່ອນ​ຂອງ​ຄົນ​ໃນ​ຄອບ​ຄົວ.

ທ່ານ ວິນ ວິນ ໄດ້​ຮັບ​ການ​ເລືອກ​ຕັ້ງເປັນ​ຜູ້​ແທນ ​ຣາ​ສດອນ ຢູ່​ເມືອງ ມິນ​ບູ ໃນ​ປີ 2015 ແລະ ທ່ານ ໄດ້​ຮັບ​ການ​ເລືອກ​ຕັ້ງ ເປັນ​ສ​ມັຍ​ທີ​ສອງໃນ​ປີ 2020. ທ່ານ ຖືກ​ຈັບ ພ້ອມ​ດ້ວຍ​ເມັຽ ແລະ ລູກ​ອີກ 3 ຄົນ ໃນ​ຕອນ​ເຊົ້າ​ວັນ​ທິດ ຢູ່ ເຮືອນ​ຂອງ​ພີ່​ນ້ອງ ຢູ່​ເມືອງ ປະ​ວິນ​ຢູ່​ ຂອງ​ພະ​ມ້າ ເຊິ່ງ​ເປັນ​ບ່ອນ​ທີ່ ທ່ານ ໄດ້​ຫຼົບ​ຊ້ອນ​ໂຕ​ຢູ່ ນັບ​ຕັ້ງ​ແຕ່ ທະ​ຫານ​ພະ​ມ້າເຂົ້າ​ມາ​ຍຶດ​ອຳ​ນາດຈາກ​ພັກ​ສັນ​ນິ​ບາດ ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ໃນ​ວັນ​ທີ 1 ກຸມ​ພາ 2021.

ໝູ່​ເພື່ອນຂອງ​ຄົນ​ໃນ​ຄອບ​ຄົວ​ລາວ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ​ ເສ​ຣີ ຜ​ແນກ​ພາ​ສາ​ພະ​ມ້າ ວ່າ ພວກທະ​ຫານ​ໄດ້​ຈັບ ລາວ ໃນ​ຕອນ​ເຊົ້າ​ຕູ່ ພວກ​ເຮົາ​ບໍ່​ຮູ້​ວ່າ ພວກ​ທະ​ຫານ​ເອົາ​ໂຕ​ລາວ​ໄປ​ໄວ້​ໃສ. ຂ້ອຍ​ເຂົ້າ​ໃຈ​ວ່າ ພວກ​ທະ​ຫານ ​ອອກ​ໝາຍ​ຈັບ​ລາວ ຕາມ​ມາ​ຕ​ຣາ​ 505 ຂອງ​ກົດ​ໝາຍ​ອາ​ຍາ ທີ່​ລະ​ບຸ​ຂໍ້​ຫ້າມກະ​ທຳ​ທີ່​ຂັດ​ຕໍ່​ເຈົ້າ​ໜ້າ​ທີ່​ຣັ​ຖ ເຊິ່ງ​ມີ​ບົດ​ລົງ​ໂທດ​ຈຳ​ຄຸກເປັນ​ເວ​ລາ 3 ປີ.

ໝູ່​ເພື່ອນ​ຂອງ​ລາວ ກໍ​ບໍ່​ມີ​ໃຜ​ຮູ້ ວ່າ ທະ​ຫານຍັງ​ຄົງ​ກັກ​ຂັງ ທ່ານ ວິນ ວິນ, ເມັຽ​ຊ​ທີ່​ຊື່​ວ່າ ໂຕ​ໂຕໄຫວ, ແລະ ລູກ​ຊາຍ​ສາມ​ຄົນ ຊື່ ຕັນ​ສິນ​ວິນ ອາ​ຍຸ 17 ປີ, ຢາ​ຕີ​ວິນ ອາ​ຍຸ 13 ປີ ແລະ ພະ​ແຢ​ວິນ ອາ​ຍຸ 3 ປີ ໃນ​ເວ​ລາທີ່​ພວກ​ທະ​ຫານ​ພະ​ມ້າ ຕັ້ງ​ຂໍ້​ຫາ​ລາວ ໃນ​ຂະ​ນະ​ທີ່ ຝ່າຍ​ທະ​ຫານ​ພະ​ມ້າ ບໍ່​ໄດ້ອອກ​ຖ​ແລງ​ການ​ຫຍັງ​ກ່ຽວ​ກັບ​ການ​ຈັບ​ກຸມ ທ່ານ ວິນ ວິນ.