ການກັບບ້ານເຮືອນ ອັນຂົມຂື່ນ

ຈີນ ໄດ້ເນຣະເທດ ຊາວເກົາຫຼີເໜືອ 50 ຄົນ ເມື່ອວັນທີ 14 ກໍຣະກະດາ, ໂດຍໄດ້ສົ່ງຄົນກຸ່ມນຶ່ງ ທີ່ມີທັງນັກບິນ ກອງທັບອາກາດ ແລະ ຜູ້ປະກອບການ, ແລະ ຊາວອົພຍົບທີ່ຫິວໂຫຍ ຂ້າມຊາຍແດນແມ່ນໍ້າຢາລູ (Yalu) ຂອງ ພັນທະມິດ ຄອມມິວນິສ ໄປສູ່ ຊະຕາກັມ ທີ່ອາດຈະມີການລົງໂທດຢ່າງໜັກ, ເຖິງຂັ້ນປະຫານຊີວິດ, ສໍາລັບການຫຼົບໜີຈາກບ້ານເກີດເມືອງນອນ.

ຜູ້ຫຼົບໜີຖືກກັກຂັງ ໂດຍການປິດຊາຍແດນ ຈີນ-ເກົາຫຼີ ໃນເດືອນມົກກະຣາ ປີ 2020 ເພື່ອປ້ອງກັນ ການຣະບາດຂອງເຊື້ອໂຄໂຣນາ ໄວຣັສ, ຜູ້ຫຼົບໜີຖືກກັກຂັງ ຢູ່ຄຸກໃນເມືອງຊິນຢາງ (Shenyang) ຂອງຈີນ, ບາງຄົນເປັນເວລາດົນເຖິງ 2 ປີ.