ປະຊາຊົນວຽດນາມ ທີ່ປະທ້ວງຕາມທ້ອງຖນົນ ຢູ່ແຂວງ ເຢ ອັ໋ນ (Nghe An) ປະເທດວຽດນາມ ຍັງຖືກທາງການຄວບຄຸມຕົວຢູ່ ພາຍຫລັງທີ່ໄດ້ເກີດເຫດຈະລາຈົນມາ ເກືອບ 2 ສັບປະດາແລ້ວ. ຂ່າວວິທຍຸເອເຊັຽເສຣີ ຣາຍງານໃນມື້ວັນທີ 26 ກໍຣະກະດານີ້ວ່າ ຄອບຄົວຂອງຜູ້ເສັຽຊີວິຕ 7 ຄົນ ທີ່ຖືກຈັບ ໃນລະຫວ່າງການປະທະ ກັບເຈົ້າໜ້າທີ່ຕໍາຣວດ ໃນຂໍ້ຫາມ້າງເພ ທໍາລາຍຖນົນ ຢູ່ ເຢ ແອ໋ງ ເວົ້າວ່າ ພວກເຂົາເຈົ້າ ຢາກໄດ້ຂໍ້ມູນກ່ຽວກັບຂ່າວຄາວ ຂອງຜູ້ທີ່ຖືກຄວບຄຸມຕົວ ມາໄດ້ເກືອບ 2 ສັບປະດາແລ້ວນັ້ນ.ເຈົ້າໜ້າທີ່ຕໍາຣວດ ປາບຈະລາຈົນ ຫລາຍຮ້ອຍຄົນ ເຂົ້າມາເຂດ ບິນຫ໌ ຖວນ (Binh Thuan) ໃນຊຸມຊົນ ຢິ ຖວນ (Nghi Thuan) ເມື່ອວັນທີ 13 ກໍຣະກະດານີ້ ບ່ອນທີ່ມີພວກປະທ້ວງ ຈໍານວນຫລາຍຮ້ອຍຄົນ ພາກັນພະຍາຍາມ ຮື້ຮົ້ວບາງສ່ວນ ທີ່ສ້າງອ້ອມຮອບຖນົນ ຊຶ່ງຣັຖບານໄດ້ມອບໃຫ້ ບໍຣິສັດເອກຊົນແຫ່ງນຶ່ງ ເພື່ອສ້າງເປັນເຂດອຸດສາຫະກັມ. ຖນົນທີ່ເຊື່ອມຕໍ່ ລະຫວ່າງເຂດຊຸມຊົນ ກັບຖນົນສາຍຫລັກ ແຫ່ງນີ້ ຖືກນໍາໃຊ້ມາດົນນານ ເຖິງ 100 ປີປາຍແລ້ວ. ຕໍາຣວດ ພະຍາຍາມສລາຍ ພວກປະທ້ວງ ໂດຍໃຊ້ລະເບີດຄັວນ, ແຕ່ຊາວບ້ານກໍໄດ້ພາກັນ ຕອບໂຕ້ຄືນ. ຕໍາຣວດ ແຂວງເຫງະອານ ໄດ້ອອກຂ່າວ ເມື່ອວັນທີ 13 ກໍຣະກະດານີ້ວ່າ ຊາວບ້ານທ້ອງຖິ່ນ ໃຊ້ກ້ອນດິນຈີ່, ກ້ອນຂີ້ຫິນ, ກະປ໋ອງ, ໄມ້ຄ້ອນ ສູ້ກັບຕໍາຣວດ ແລະໄດ້ກັກຕົວເຈົ້າໜ້າທີ່ຕໍາຣວດ ຜູ້ນຶ່ງໄວ້ ໃນຂະນະທີ່ ຕໍາຣວດອີກ 5 ຄົນໄດ້ຮັບບາດເຈັບ. ທາງເຈົ້າໜ້າທີ່ຕໍາຣວດ ກໍໄດ້ຈັບພວກປະທ້ວງ 10 ຄົນໄປຂັງໄວ້, ແຕ່ໄດ້ປ່ອຍຜູ້ນຶ່ງ ໃນຄືນທີ່ຖືກຈັບ, ເປັນແມ່ຍິງ ແລະ 3 ມື້ຕໍ່ມາ ກໍປ່ອຍຕື່ມອີກ 2 ຄົນ, ເປັນຜູ້ຊາຍ. ພວກຜູ້ຊາຍອ້າງວ່າ ພວກເຂົາເຈົ້າຖືກຕົບຕີ ແລະຖືກຂູ່ໃຫ້ເຊັນຮັບ ສາຣະພາບຜິດ. ແມ່ຍິງຜູ້ນຶ່ງອາຍຸ 72 ປີ ຊື່ ບັກ ຖີ ຫົ່ວ (Bach Thi Hoa) ໄດ້ຮັບບາດເຈັບ ແລະໄດ້ຮັບການປິ່ນປົວຢູ່ໂຮງໝໍເມືອງ. ນາງຖືກເຈົ້າໜ້າທີ່ຕໍາຣວດ ຕິດຕາມຕົວຢູ່ຕລອດເວລາ ແລະຄອບຄົວຂອງນາງ ກໍບໍ່ໄດ້ຮັບອະນຸຍາດ ໃຫ້ເຂົ້າພົບພໍ້ກັບນາງເລີຍ, ອີງຕາມຄໍາເວົ້າຂອງຜູ້ຊາຍ 2 ຄົນ ທີ່ຖືກປ່ອຍຕົວໄປ. ຜູ້ປະທ້ວງ 2 ຄົນຖືກຄວບຄຸມຕົວ ໄວ້ຢູ່ສູນກັກຂັງຂອງເມືອງ ຢິ ລົ໋ກ (Nghi Loc). ສ່ວນອີກ 4 ຄົນ ຖືກກັກຂັງໄວ້ຢູ່ສູນກັກຂັງ ຢິ ກິມ (Nghi Kim). ເຈົ້າໜ້າທີ່ຕໍາຣວດເວົ້າວ່າ ຍັງກໍາລັງຮວບຮວມຫລັກຖານ ເພື່ອຊີ້ແຈ້ງຄໍາກ່າວອ້າງ ຂອງພວກທີ່ຖືກຈັບ ທີ່ວ່າ ໄດ້ກໍ່ໃຫ້ເກີດຄວາມວຸ້ນວາຍຂຶ້ນ ໃນສັງຄົມ, ຂັດຂວາງການປະຕິບັດງານ ຂອງເຈົ້າໜ້າທີ່ ແລະກັກຂັງ ຕໍາຣວດແບບຜິດກົດໝາຍ. ຫງຽນ ມິນຫ໌ ດຶກ (Nguyen Minh Duc) ສາມີຂອງນາງ ຮ໋າ ຖີ ຫ໋ຽນ (Ha Thi Hien) ຜູ້ຖືກຄຸມຂັງ ເວົ້າວ່າ ເຖິງແມ່ນວ່າທາງຕໍາຣວດ ໄດ້ອອກໝາຍຈັບພັນລະຍາ ຂອງເຂົາໃນມື້ເກີດເຫດການຈະລາຈົນ, ແຕ່ເຂົາຫາກໍໄດ້ຮັບສໍາເນົາ ໝາຍຈັບນັ້ນ ເມື່ອບໍ່ເທົ່າໃດມື້ ຜ່ານມານີ້. ຫງຽນ ມິນຫ໌ ດຶກ (Nguyen Minh Duc) ເວົ້າຕໍ່ວິທຍຸເອເຊັຽເສຣີ ວ່າ ພວກເຂົາເຈົ້າ ໄດ້ຮັບໝາຍຈັບ ໃນມື້ນັ້ນ ແລະພວກເຂົາຖືກສົ່ງ ໄປສູນກັກຂັງໃນມື້ຕໍ່ມາ, ແຕ່ທາງຊຸມຊົນ ບໍ່ໄດ້ເອົາໝາຍຈັບນັ້ນ ໃຫ້ຄອບຄົວ ຂອງເຂົາໃນທັນທີ. ຫງຽນ ມິນຫ໌ ດຶກ (Nguyen Minh Duc) ເວົ້າວ່າ ຄອບຄົວຂອງຜູ້ທີ່ຖືກກັກຂັງຄົນອື່ນໆ ຕ່າງກໍພະຍາຍາມ ທີ່ຈະຊອກຫາຂໍ້ມູນຕ່າງໆ ກ່ຽວກັບຂ່າວຄາວ ຂອງຜູ້ຖືກກັກຂັງ ແລະພົບພໍ້ກັນທຸກມື້ ເພື່ອບອກເລົ່າເຖິງ ສິ່ງທີ່ພວກເຂົາເຈົ້າຮູ້ມາ. ຊາວບ້ານເວົ້າວ່າ ພວກເຂົາເຈົ້າໄດ້ຍິນຂ່າວ ຈາກແຫລ່ງຂ່າວທີ່ບໍ່ເປັນທາງການວ່າ ຕໍາຣວດເມືອງ ຢິ ລົ໋ກ (Nghi Loc) ໄດ້ຍ້າຍແມ່ຍິງ 2 ຄົນ ໄປສູນກັກຂັງ ຢິ ກິມ (Nghi Kim) ເມື່ອວັນທີ 21 ກໍຣະກະດານີ້ ເມື່ອພວກເຂົາ ບໍ່ມີອໍານາດທີ່ຈະຄວບຄຸມຕົວ ພວກນາງໄດ້ອີກຕໍ່ໄປ. ມາຕຣາ 118 ຂອງປະມວນກົດໝາຍອາຍາ ກໍານົດເອົາໄວ້ວ່າ ສາມາດຄວບຄຸມຕົວ ບຸກຄົນໄດ້ 3 ມື້ ແລະການກັກຂັງສາມາດ ຂຍາຍເວລາອອກໄປໄດ້ຕື່ມອີກພຽງ 2 ຊ່ວງລະຍະເວລາ 3 ມື້ເທົ່ານັ້ນ. ແລະຖ້າຫາກຕໍາຣວດ ຕ້ອງການຄວບຄຸມຕົວ ໃຜຜູ້ນຶ່ງເກີນ 9 ມື້ ກໍຈະຕ້ອງໄດ້ຮັບອະນຸມັດ ຈາກອັຍການ ເມືອງ ຫລືແຂວງ ເພື່ອສືບສວນສອບສວນ ເພີ່ມຕື່ມເທົ່ານັ້ນ. ຕລອດອາທິດທີ່ແລ້ວ ສື່ມວນຊົນຂອງທາງການ ແລະທ້ອງຖິ່ນ ຍັງມິດງຽບກ່ຽວກັບເຣື່ອງນີ້ຢູ່. ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ໂທຣະສັບໄປຫາບັນດາ ຜູ້ນໍາຄະນະກັມການ ປະຊາຊົນແຂວງ ເຢ ແອ໋ງ (Nghe An) ແລະເມືອງ ຢິ ລົ໋ກ (Nghi Loc) ຮວມໄປເຖິງໜ່ວຍງານ ຕໍາຣວດ ແລະອັຍການແຂວງ ແລະເມືອງ, ແຕ່ບໍ່ມີຜູ້ໃດຮັບສາຍ.
ແລະໃນມື້ວັນທີ 27 ກໍຣະກະດານີ້ ຕໍາຣວດແຂວງ ລອງອານ ຂອງວຽດນາມ ທີ່ໄດ້ສອບສວນຂໍ້ກ່າວຫາເຣື່ອງການຮ່ວມເພດສັມພັນ ລະຫວ່າງພີ່ນ້ອງທີ່ຜິດສິນທັມ ຢູ່ວັດ ເປັງ ລ໋າຍ (Peng Lai), ການສໍ້ໂກງ ແລະການລະເມີດ ເສຣີພາບປະຊາທິປະໄຕ ຂອງນິກາຍພຸທ ຢູ່ວຽດນາມ ເວົ້າວ່າ ໂຈະການປະຕິບັດງານນີ້ ໄວ້ຊົ່ວຄາວ.
ສໍານັກງານສືບສວນ-ສອບສວນ ດ້ານຄວາມໝັ້ນຄົງ ຂອງຕໍາຣວດ ແຂວງລອງອານ ໄດ້ປະກາດໂຈະການປະຕິບັດງານ ຄືທີ່ວ່ານັ້ນ ໃນມື້ວັນຈັນຜ່ານມາ ຫລັງຈາກຕໍາຣວດ ໄດ້ປະກາດເມື່ອກ່ອນໜ້ານັ້ນວ່າ ອາຈານ ຫຼີ ຕຸງ ວັນ (Le Tung Van) ເຈົ້າອະທິການວັດ ເປັງ ລ໋າຍ (Peng Lai) ໃຊ້ສາສນານີ້ເພື່ອຫາຜົລປໂຍດສ່ວນຕົວ ຈາກການບໍຣິຈາກ ເພື່ອການກຸສົລ ມາຫລາຍປີແລ້ວ.
ໃນລະຫວ່າງ ການພິຈາຣະນາຄະດີ ເມື່ອສັບປະດາທີ່ແລ້ວ ຫຼີ ຕຸງ ວັນ (Le Tung Van) ກ່າວວ່າ ຄົນທີ່ກ່າວຫາ ອາຈານ ຄວນຖືກນໍາຕົວຂຶ້ນສານ.
ອາຈານ ຫຼີ ຕຸງ ວັນ (Le Tung Van) ກ່າວຕື່ມວ່າ: “ອາຈານບໍ່ໄດ້ກະທໍາຜິດ ຕໍ່ວັດພຸທ ສາສນາ ຂອງວຽດນາມ ຢູ່ແຂວງ ລອງອານ ແລະບໍ່ໄດ້ເຮັດໃຫ້ຕໍາຣວດ ເຂດ ດຶກ ຮົ໋ວ (Duc Hoa) ຂຸ້ນເຄືອງໃຈ. ກົງກັນຂ້າມ ອາຈານຕົກເປັນເຫຍື່ອ ຂອງຄວາມອັບປະຍົດອົດສູ ແລະການໃສ່ຮ້າຍປ້າຍສີ ມາເປັນເວລານານ. ຜູ້ໃດກ່າວຫາວ່າ ອາຈານກະທໍາຜິດ ຄວນຖືກນໍາໄປຂຶ້ນສານ ເພື່ອຈະໄດ້ປະເຊີນໜ້າກັນ ແລະເຮັດໃຫ້ບັນຫາແຈ້ງຂາວ, ຢ່າຫລອກລວງສານ!”
ເມື່ອສັບປະດາທີ່ແລ້ວ ສະມາຊິກຂອງກຸ່ມສາສນາພຸທນີ້ 6 ຄົນ ຖືກຕັດສິນຈໍາຄຸກ ຮວມກັນທັງໝົດນານເຖິງ 23 ປີ ແລະ 6 ເດືອນ ໃນຂໍ້ຫາ “ໃຊ້ເສຣີພາບ ປະຊາທິປະໄຕ ໄປໃນທາງທີ່ຜິດ” ຕາມາດຕຣາ 331 ຂອງກົດໝາຍ ອາຍາວຽດນາມ.
ເວັບໄຊທ໌ຂ່າວ ຖານຫ໌ ຫນ໋ຽນ (Thanh Nien) ຣາຍງານວ່າ ພວກສອບສວນ ເວົ້າວ່າ ພວກເຂົາຕັດສິນໃຈ ທີ່ຈະໂຈະການການປະຕິບັດງານ ກ່ຽວກັບເຣື່ອງດັ່ງກ່າວນັ້ນໄວ້ ເພາະພວກເຂົາຖືກກ່າວຫາຫລາຍ ກ່ຽວກັບເຣື່ອງ ວັດເປັງ ລ໋າຍ (Peng Lai) ນີ້. ດັ່ງນັ້ນພວກເຂົາຈຶ່ງຈໍາເປັນ ຕ້ອງໄດ້ລະມັດລະວັງ ແລະທໍາການສຶກສາບັນຫາ ແຍກຂໍ້ຮຽກຮ້ອງ ທີ່ແຕກຕ່າງກັນອອກຈາກກັນ. ແລະວ່າ ໜ່ວຍງານຂອງສໍານັກງານ ສືບສວນ-ສອບສວນ ດ້ານຄວາມໝັ້ນຄົງ ຂອງຕໍາຣວດແຂວງ ກໍາລັງລໍການກວດເລືອດ ແລະການວິເຄາະ ທາງພັນທຸກັມ ກ່ອນທີ່ຈະຕິດຕາມເຣື່ອງຂໍ້ກ່າວຫາ ກ່ຽວກັບການມີເພດສັມພັນລະຫວ່າງພີ່ນ້ອງ ແລະຈະຍົກເລີກ ການສອບສວນນັ້ນ ຖ້າຫາກວ່າ ຜົລການກວດອອກມາເປັນລົບ.
ຂ່າວ The Zing news ຣາຍງານໂດຍອີງໃສ່ ຄໍາເວົ້າຂອງເຈົ້າໜ້າທີ່ຕໍາຣວດ ແຂວງ ລອງອານ ຜູ້ບໍ່ປະສົງອອກຊື່ ທີ່ເວົ້າວ່າ ສໍານັກງານສືບສວນ-ສອບສວນ ດ້ານຄວາມໝັ້ນຄົງ ຂອງຕໍາຣວດແຂວງ ໄດ້ຮັບຂໍ້ກ່າວຫາ 3 ເຣື່ອງ ທີ່ແຕກຕ່າງກັນ ຊຶ່ງກ່ຽວຂ້ອງກັບວັດເປັງ ລ໋າຍ (Peng Lai), ແຕ່ໄດ້ພິຈາຣະນາ ພຽງຂໍ້ກ່າວຫາທີ່ວ່າ “ໃຊ້ເສຣີພາບ ປະຊາທິປະໄຕ ໄປໃນທາງທີ່ຜິດ”; ສ່ວນ 2 ຂໍ້ກ່າວຫາ ຄືຂໍ້ກ່າວຫາ ເຣື່ອງການມີເພດສັມພັນ ລະຫວ່າງພີ່ນ້ອງ ແລະການສໍ້ໂກງນັ້ນ ເຂົາເວົ້າວ່າ ຕໍາຣວດກໍາລັງຕຣຽມທີ່ຈະສອບສວນຢູ່.
ກ່ຽວກັບການປະກາດ ຂອງຕໍາຣວດເມື່ອວັນຈັນຜ່ານມາ ທີ່ວ່າຕໍາຣວດໂຈະ ການສອບສວນເຣື່ອງທີ່ວ່ານັ້ນ ເຮັດໃຫ້ທ່ານ ໂຫງ ອັນຫ໌ ຕຶງ (Ngo Anh Tuan) ຜູ້ເປັນທະນາຍຄວາມ ຂຽນບົດຄວາມ ລົງທາງເຟສບຸກຄ໌ວ່າ “ຕັ້ງແຕ່ເຣີ່ມຕົ້ນ ທໍາອິດ ທໍາອໍ່ ເມື່ອທ່ານໄດ້ຮັບຂໍ້ມູນ ກ່ຽວກັບຄະດີ ທີ່ກ່ຽວຂ້ອງກັບວັດເປັງ ລ໋າຍ (Peng lai), ທ່ານມີມຸມມອງ ທີ່ຂ້ອນຂ້າງເປັນປະຕິປັກ ຕໍ່ພວກເຂົາ... ຈົນເຖິງຕອນນີ້ ຈາກຂໍ້ມູນທີ່ໜັງສືພິມ ທາງການໄດ້ພິມອອກ ເບິ່ງຄືວ່າ ຂໍ້ກ່າວຫາກ່ຽວກັບເຣື່ອງ ການມີເພດສັມພັນລະຫວ່າງພີ່ນ້ອງ ຢູ່ວັດເປັງ ລ໋າຍ (Peng Lai) ເປັນການລົງຄວາມເຫັນເອົາເອງ, ຂາດພື້ນຖານທາງວິທຍາສາຕ ທີ່ໜັກແໜ້ນ...”
ເມື່ອຕົ້ນປີນີ້ ສື່ຂອງທາງການວຽດນາມ ຖືກກ່າວຫາວ່່າ ພະຍາຍາມໂນ້ມນ້າວ ຄວາມຄິດເຫັນຂອງປະຊາຊົນ ດ້ວຍການພາດຫົວຂ່າວ ເຊັ່ນ “ຕໍາຣວດສອບສວນ ເຣື່ອງການຮ່ວມເພດສັມພັນ ລະຫວ່າງພີ່ນ້ອງ ຢູ່ວັດເປັງ ລ໋າຍ (Peng Lai)” ແລະ “Peng Lai Peng Lai ລ້າຖອຍ: ເມື່ອສິນທັມຫາຍໄປ ແລ້ວຄວາມໂງ່ຈ້າ ຈະພາທາງ”.
ສະມາຊິກວັດເປັງ ລ໋າຍ (Peng Lai) 6 ຄົນ ທີ່ຖືກລົງໂທດຈໍາຄຸກ ຖືກຕັດສິນວ່າມີຄວາມຜິດ ຫລັງຈາກອັຍການເວົ້າວ່າ ພວກເຂົາເຈົ້າໂພສວິດີໂອ ທາງໂຊໂຊລ໌ ເນັຕເວີຣ໌ກ (Social Networks) ຊຶ່ງໃນນັ້ນມີຜູ້ນຶ່ງ ຄື ຖິກ ນັດ ຕູ (Thich Nhat Tu) ຢູ່ວັດນັ້ນນໍາດ້ວຍ.
ຄໍາກ່າວຟ້ອງ ຂອງໄອຍະການ ລະບຸວ່າ ທັງ 6 ຄົນນັ້ນ ໄດ້ໂພສບົດຄວາມ ແລະ ຄລິບໃນ Facebook ແລະ YouTube ມາຕັ້ງແຕ່ປີ 2019 ເຖິງ ປີ 2021 ທີ່ເປັນຂໍ້ມູນເທັຈ, ປອມແປງ ແລະບິດເບືອນ, ດູຖູກສໍານັກງານ ດ້ານຄວາມໝັ້ນຄົງ ເຂດ ດຶກ ຮົ໋ວ (Duc Hoa) ແລະອື່ນໆອີກ. ສະບາຍດີ