ອຸປະທູດຢູເຄຣນ ຖແລງຂ່າວ ຕໍ່ສື່ມວນຊົນລາວ

0:00 / 0:00

ໃນ​ວັນ​ທີ 29 ເມ​ສາ ທີ່​ຜ່ານ​ມາ, ທ່ານ Oleksandr Lysak ອຸປະທູດສະຖານທູດ ຢູ​ເຄຣນ ປະ​ຈຳ​ປະ​ເທດ​ໄທ​ຍ ໄດ້​ຖ​ແລງ​ຂ່າວ ຕໍ່​ສື​ມວນ​ຊົນ​ລາວ ໂດຍ​ຜ່ານ​ຣະ​ບົບວີ​ດີ​ໂອທາງ​ໄກ ກ່ຽວກັບການຣັ​ສ​ເຊັຽຮຸກຮານທາງການທະຫານຕໍ່ປະເທດຢູ​ເຄຣນ.

ງານຖ​ແລງ​ຂ່າວ ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫລວງວຽງ​ຈັ​ນ ໂດຍ ມີເຈົ້າ​ໜ້າ​ທີ່ໂຕ​ແທນ​ຈະ​ສ​ະຖານ​ທູດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ແລະ ສະ​ຫະ​ພາບ​ຢູ​ໂຣບ ປະ​ຈຳ​ລາວ ແລະ ສື່ມວນ​ຊົນ​ລາວ​ເຂົ້າ​ຮ່ວມ​.

ທ່ານ Oleksandr Lysak ອຸປະທູດຢູ​ເຄຣນ ໄດ້​ຖ​ແລງວ່າ: ເປັນເວລາຫຼາຍກວ່າສອງເດືອນແລ້ວ ທີ່ຣັສເຊັຽໄດ້ເຣີ່ມການຮຸກຮານ ທາງການທະຫານຕໍ່ປະເທດອູແກຣນ ຫຼື ຢູ​ເຄຣນ. ໃນຂະນະທີ່ຂ້າພະເຈົ້າກຳລັງກ່າວຢູ່ໃນເວລານີ້, ການຕໍ່ສູ້ເພື່ອຢູແຄຣນ ຢູ່ທີ່ດອນບາສ (Donbas) ກໍາລັງມີຄວາມຮຸນແຮງ, ແຜນຮຸກຮານເດີມຂອງຣັສເຊັຽ ທີ່ມີເປົ້າໝາຍເພື່ອຍຶດຄອງເມືອງຄຽບ (Kyiv), ຄາຣ໌ຄິຟ (Kharkiv) ແລະ ໂອເດສຊາ (Odesa) ພ້ອມກັນ ແລະ ໂດຍມີເປົ້າໝາຍເພື່ອປ່ຽນແປງ ອຳນາດໃນຢູ​ເຄຣນນັ້ນ, ແມ່ນບໍ່ສຳເຣັດ.

ຖ​ແລງ​ການ​ໄດ້​ຊີ້​ໃຫ້​ເຫັນ​ວ່າ: ຝ່າຍຣັສເຊັຽໄດ້ຈັດກຸ່ມ ທະຫານໃຫຍ່ຄືນໃໝ່ ໄປຍັງພາກຕາເວັນອອກຂອງປະເທດອູແກຣນໂດຍມີເປົ້າໝາຍເພື່ອຍຶດຄອງ ດິນແດນທັງໝົດໃນເຂດໂດເນສຄ໌ (Donetsk) ແລະ ລູຮານຄ໌ (Luhansk) ແລະ ກໍ່ເພື່ອຮັກສາດິນແດນທີ່ແຫຼມໄຄຣເມຍ (Crimea) ທົ່ວເມືອງມາຣີອູພົນ (Mariupol), ຈົນເຖິງວັນທີ 9 ພຶດສະພາ (ເຖິງຈະມີຂ່າວກ່ອນໜ້ານີ້ວ່າ ບໍ່ມີເຫດການໃດໆ ເກີດຂຶ້ນໃນເຂດຂອງຢູ​ເຄຣນ). ໃນຂະນະດຽວກັນ, ຣັສເຊັຽຍັງຄົງສືບຕໍ່ ຍິງຂີປະນາວຸດ ແລະ ລະເບີດໂຈມຕີໂຄງລ່າງ [ຮ່າງ] ພື້ນຖານທາງການທະຫານ ແລະ ພົນລະເຮືອນຂອງຢູ​ເຄຣນ.

ໃນ​ຕອນ​ທ້າຍ ຂອງ​ຖ​ແລງ​ການ ອຸປະທູດ ຢູ​ເຄຣນ ປະ​ຈຳ​ປະ​ເທດ​ໄທ​ ໄດ້​ຮຽນ​ຮ້ອງ​ໃຫ້​ຣັ​ຖ​ບານ​ລາວປະ​ນາມ​ຣັສ​ເຊັຽ ໂດຍ ທ່ານ ຖ​ແລງ​ວ່າ: ພວກເຮົາຮຽກຮ້ອງໃຫ້ຣັດຖະບານ ສປປ ລາວ ກ່າວປະນາມການຮຸກຮານ ທາງການທະຫານຂອງຣັສເຊັຽ ແລະ ເຂົ້າຮ່ວມການ ຂວ້ຳບາດສາກົນ ຕໍ່ຣັສເຊັຽ. ປະຊາຊົນ ຢູ​ເຄຣນ ຫວັງວ່າ ປະຊາຊົນລາວ ຈະສະໜັບສະໜູນປະເທດຢູ​ເຄຣນ, ໃຫ້ການຊ່ວຍເຫຼືອທາງມະນຸສທັມ ແລະ ສືບຕໍ່ປະກອບສ່ວນເພື່ອສັນຕິພາບ.

ຜູ້​ເຂົ້າ​ຮ່ວມ​ງານ​ຖ​ແລງ​ຂ່າວດັ່ງກ່າວ ມີບັນດານັກຂ່າວ ແລະ ຜູ້ຕາງໜ້າສື່ມວນຊົນຂອງລາວ, ທ່ານ Peter Haymond ເອກອັກຄະຣາຊທູດອາເມລິກາ ປະ​ຈຳ​ລາວ ແລະ ຍານາງ Ina Marciulionyte ເອກອັກຄະຣາຊທູດ ສະຫະພາບ ຢູ​ໂຣບປະ​ຈຳ​ລາວ.

ແມ່​ຍິງ​ຄົນ​ນຶ່ງ​ອາ​ຍຸ 45 ປີ ຢູ່​ເມືອງ Mariupol ປະ​ເທດ​ຢູ​ເຄຣນ ບ່ອນ​ທີ່​ມີ​ການ​ຕໍ່​ສູ້ຣົບ​ກັນ​ໜັກ​ໜ່ວງ ໄດ້​ກ່າວ​ຕໍ່​ສຳ​ນັກ​ຂ່າວ Reuters ຂອງ​ອັງ​ກິດ​ວ່າ: " ມັນ​ເປັນ​ຕາ​ຢ້ານ​ຫຼາຍ ມັນ​ຄື​ກັນ​ກັບ​ຢູ່​ໃນ​ໜັງທີ​ເວົ້າ​ເຖິງມື້​ສຸດ​ທ້າຍ​ຂອງວັນ​ສິ້ນ​ໂລກ ຄື​ກັນ​ກັບ​ສິ່ງ​ທີ່​ເກີດ​ຂຶ້​ນ​ຢູ່​ທີ່ນີ້. ພວກ​ເຮົາ​ຫິວເຂົ້າ ເດັກ​ນ້ອຍ​ຮ້ອງ​ໃຫ້ ໃນ​ເວ​ລາ​ທີ່​ລຸກ​ປືນ​ໃຫຍ່​ຕົກ​ລົງ​ມາໃກ້​ກັບ​ເຮືອນ ພວກ​ເຮົາ​ກຳ​ລັງ​ຄິດ​ວ່າ ນີ້​ຄົງ​ຈະ​ເປັນ​ການ​ອາ​ວະ​ສານ​ຂອງ​ໂລກ."

ເຖິງ​ຢ່າງ​ກໍ​ຕາມ, ນັບ​ແຕ່ ຣັ​ສ​ເຊັຽໃຊ້​ກຳ​ລັງ​ທະ​ຫານ​ເຂົ້າ​ມາ​​ບຸກໂຈມຕີ ປະ​ເທດ​ຢູ​ເຄຣນ, ຣັ​ຖ​ບານ​ລາວ ບໍ່​ໄດ້​ມີ​ທ່າ​ວ່າ​ ຈະ​ອອກ​ມາ​ປະ​ນາມ​ຣັສ​ເຊັຽ ໃນ​ເວ​ທີສາ​ກົນ​ແຕ່​ຢ່າງ​ໃດ.

ອົງ​ການ​ຂ້າ​ຫຼວງ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ໄດ້​ລົງ​ຄະ​ແນນ​ສຽງ ໃຫ້​ໂ​ຈະ ຫຼື ລະ​ງັບ​ບົດ​ບາດຂອງປະ​ເທດ​ຣັສເຊັຽ ຢູ່​ສະ​ພາ​ສິດ​ທິ​ມະ​ນຸ​ສ ໃນ​ວັນ​ທີ 7 ເມ​ສາ ທີ່​ຜ່ານ​ມາ.

ການ​ລົງ​ຄະ​ແນນ​ສຽງ​ໃຫ້ການໂຈະ​ ຫຼື ລະ​ງັບ​ບົດ​ບາດ ປະ​ເທດ​ຣັສ​ເຊັຽ ຢູ່​ໃນ ສະ​ພາ​ສິດ​ທິ​ມະ​ນຸ​ສ ໄດ້​ມີ​ຂຶ້ນ ໃນ​ວັນ​ທີ 7 ເມ​ສາ 2022 ຢູ່ New York ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ຫຼັງ​ຈາກ​ທີ່ມີ​ການ​ກ່າວ​ຫາ​ວ່າ ທະ​ຫານ​ຣັສເຊັຽ ໄດ້​ທຳ​ການ​ສັງ​ຫານ​ໝູ່ ປະ​ຊາ​ຊົນ​ຢູ​ເຄຣນ ຢູ່​ເມືອງ Bucha ທີ່​ຢູ່​ໃກ້​ກັບ ນະ​ຄອນ​ຫລວງ Kyiv ຂອງປະ​ເທດ ​ຢູ​ເຄຣນ ອີງ​ຕາມ​ຂໍ້​ຈາກອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ ຫຼື United Nations.

ສໍ​າ​ນັກ​ຂ່າວ​​ຕ່າງ​ປະ​ເທດ ​ຫຼາຍ​ສຳ​ນັກ​ໄດ້​ຣາຍ​ວ່າ ມີ ການ​ສັງ​ຫານ​ປະ​ຊາ​ຊົນ​ຢູ​ເຄຣນເກືອບ 1,000 ຄົນ ໂດຍ​ທະ​ຫານ​ຣັສ​ເຊັຽ ນັບ​ແຕ່​ວັນ​ທີ່ ທະ​ຫານ​ຣັສ​ເຣີ່ມ​ບຸກ​ເຂົ້າ​ຍຶດ​ເມືອງ Bucha.

ອົງ​ການ​ຂ້າ​ຫຼວງໃຫຍ່​ສະ​ຫະ​ປະ​ຊາ​ຊາດ ມີ​ສະ​ມາ​ຊິກ​ທັງ​ໝົດ 193 ປະ​ເທດ ໃນ​ນັ້ນ ​ມີ 93 ປະ​ເທດ ໄດ້ລົງ​ຄະ​ແທນ​ສຽງ​ເຫັນ​ດີໃຫ້​ໂຈະ ບົດ​ບາດຂອງຣັ​ສ​ເຊັຽ ຢູ່​ໃນ​ສະ​ພາ​ສິ​ດ​ທິ​ມະ​ນຸ​ສ, ມີ 24 ປະ​ເທດ ເຊິ່ງ​ມີ​ປະ​ເທດ​ລາວ ຢູ່​ໃນ​ນັ້ນ ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ, ແລະ 58 ປະ​ເທດງົດ​ອອກ​ສຽງ.

ທ່ານ Antony Blinken ຣັ​ຖ​ມົນ​ຕ​ຣີ ຕ່າງ​ປະ​ເທດ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ກ່າວ​ຕໍ່​ມິດ​ທະ​ມິດຢູ​ໂຣບ ວ່າ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ເຊື່ອ​ວ່າ ສົງຄາມ​ຣັສ​ເຊັຽ​ ໃນຢູ​ເຄຣນ ຈະ​ແກ່​ຍາວ​ໄປຮອດ​ທ້າຍ​ປີ 2022 ອີງ​ຕາມ​ການ​ຣາຍ​ງານ​ຂອງ​ສຳ​ນັກ​ຂ່າວ CNN.

279067954_363531252486932_8787055356595448761_n.jpg
ທ່ານອຸປະທູດ ສຖານທູດ ຢູເຄຣນ ປະຈຳປະເທດໄທຍ, ສປປ ລາວ ທີ່ມີສຳນັກງານຢູ່ປະເທດໄທຍ ໄດ້ຈັດໃຫ້ມີການ ການຖແລງຂ່າວ ອັບເດດ ຂໍ້ມູນ ສຖານະການ ສົງຄາມຣັສເຊັຽ ໃນຢູເຄຣນ ໂດຍແມ່ນທ່ານ Peter Haymond ເອກອັກຄະຣາຊທູດສະຫະຣັຖ ປະຈຳປະເທດລາວ ເປັນຜູ້ດຳເນີນການຖແລງຂ່າວ (ຮູບພາບ ໂດຍ: U.S. Embassy in Vientiane).

ເຈົ້າ​ໜ້າ​ທີ່ຢູ​ໂຣບ ສອງ ທ່ານ ໄດ້​ກ່າວ​ຕໍ່ ນັກ​ຂ່າວ CNN ວ່າ ສະ​ຫະ​ຣັ​ຖ ແລະ ຢູ​ໂຣບ ໄດ້​ປະ​ເມີນ ວ່າ ສົງ​ຄາມ​ຈະ​ບໍ່​ຈົບ​ໃນ​ເວ​ລາ​ອັນ​ສັ້ນ​ນີ້.

ເຈົ້າ​ໜ້າ​ທີ່ຫຼາຍ​ທ່ານ ທີ່​ໄດ້​ກ່າວ​ຕໍ່ ນັກ​ຂ່າວ CNN ວ່າ ມັນ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້​ແທ້ໆ ວ່າ ສົງ​ຄາມ​ຈະ​ແກ່​ຍາວ​ໄປ​ອີກ​ດົນ​ປານ​ໃດ ແຕ່​ວ່າ ເຈົ້າ​ໜ້າ​ທີ່​ຫຼາຍ​ຄົນ ກໍ​ກ່າວ​ວ່າ ມັນ​ບໍ່​ມີ​ສັນ​ຍາ​ນວ່າ ປະ​ທານ​ທິ​ບໍ​ດີ ວາ​ລາ​ເດ​ເມັຽ ປູ​ຕິນຂອງ​ຣັ​ດ​ເຊັຽ ຈະ​ປ່ຽນ​ເປົ້າ​ໝາຍ ແລະ ບໍ່​ມີ​ທ່າ​ທີ​ວ່າ ຈະ​ມີ​ການ​ເຈ​ຣະ​ຈາ​ທາງ​ການ​ທູດ ຖ້າ​ ຣັສ​ເຊັຽຍັງ​ບໍ່​ຊະ​ນະ​ສົງ​ຄາມ.

ມີ​ຄົນ​ໃຫ້​ທັ​ສ​ນະ ວ່າ ສົງ​ຄາມ​ທີ່ມັນ​​ແກ່​ຍາວນັ້ນ ມາ​ຈາກ​ການ​ທີ່​ຣັ​ສເຊັຽ ພະ​ຍາ​ຍາມ​​ຍຶດ​ນະ​ຄອນ​ຫລວງ Kyiv ຂອງ ຢູ​ເຄຣນ ໃນ​ເວ​ລາ ​ທີ່​ຣັສ​ເຊັຽ​ ໃຊ້​ກຳ​ລັງ​ທະ​ຫານບຸກ ປະ​ເທດ​ຢູ​ເຄຣນ ໃນ​ເບື້ອງ​ຕົນ, ແຕ່ ຄວາມ​ພະ​ຍາ​ຍາມ ຍຶດ​ນະ​ຄອນ​ຫລວງ Kyiv ຂອງ​ທະ​ຫານ​ຣັສ​ເຊັຽ ກໍ​ປະ​ສົບ​ຄວາມ​ຫຼົ້ມ​ແຫຼວ ຢູ່​ໃນສນາມ​ຣົບ.

ສົງ​ຄາມ​ຍິ່ງ​ແກ່​ຍາວ ທໍ່​ໃດ ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຕໍ່​ປະ​ຊາ​ຊົນ ຢູ​ເຄຣນ ກໍ​ຍິ່ງ​ຫຼາຍ​ເທົ່າ​ນັ້ນ. ໃນ​ຂະ​ນະ​ທີ່ ເຈົ້າ​ໜ້າ​ທີ່ ກ່າວ​ເນັ້ນ​ວ່າ ສາ​ກົ​ນ ກໍຍັງ​ສືບ​ຕໍ່​ໃຫ້​ການ​ສ​ນັບ​ສ​ນູນ ຢູ​ເຄຣນ ແລະ ເຂົາ​ເຈົ້າ​ຍອມ​ຮັບ​ວ່າ ການ​ດຳ​ເນີນ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ວາ​ວຸດ​ໃຫ້​ແກ່ ຢູ​ເຄຣນ ເປັນ​ເຣື່ອງ​ທີ່​ທ້າ​ທາຍ​ຫຼາຍ ໂດຍ ສະ​ເພາະ​ເຂົາ​ເຈົ້າ ຕ້ອງ​ໄດ້​ເຂົ້າ​ມາ​ກ່ຽວ​ຂ້ອງ ​ກັບ​ສົງ​ຄາມ​ໂດຍ​​ຕ​ຣົງ.

ທ່ານ Jake Sullivan ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ ແຫ່ງ​ຊາດຂອງ​ສະ​ຫະ​ຣັ​ຖ ໄດ້​ກ່າວ​ ວ່າ ການ​ສູ້​ຣົບ​ກັນ​ໃນ ຢູ​ເຄຣນ ຈະ​ແກ່​ຍາວ ແລະ ຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ​ຫຼາຍ​ເດືອນ ຫຼື ຍາວກວ່າ​ນັ້ນ.

ສະ​ມາ​ຊິກ​ສະ​ພາ Congress ຫຼາຍ​ທ່ານ ແລະ ຜູ້​ຊ່ວຍ​ຂອງ​ຕົນ ໄດ້​ປຽບ​ທຽບ​ສົງ​ຄາມ​ຣັສ​ເຊັຽ-ຢູ​ເຄຣນ ຄື​ກັບ​ສົງ​ຄາມ​ເກົາ​ຫຼີ ເຊິ່ງ​ແກ່​ຍາວ​ໄປ​ເປັນ​ເວ​ລາ 3 ປີ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ພາບ​ຢູ​ໂຣບ ຄົນ​ອື່ນໆ ເຊື່ອ​ວ່າ ການ​ສູ້​ຣົບ​ກັນ ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ ບ່ອນ​ທີ່​ທະ​ຫານ​ຣັສ​ເຊັຽ ​ເປີດ​ການ​ໂຈມ​ຕີ​ນັ້ນ ຈະ​ແກ່​ຍາວ​ໄປ 4 – 6 ເດືອນ ແລະ ຈະ​ເຮັດ​ໃຫ້​ເກີດ​ທາງ​ຕັນ ທີ່ບໍ່​ສາ​ມາດ​ເຈ​ຣະ​ຈາ​ກັນ​ໄດ້.

ແຕ່​ໃນ​ເວ​ລາ​ດຽວ​ກັນ ຝ່າຍ​ຣັສ​ເຊັຽອ້າງວ່າ: ບໍ່​ໄດ້​ເຂົ້າ​ມາ​ກໍ່​ສົງ​ຄາມໃນ​ປະ​ເທດ​ຢູ​ເຄຣນ ແຕ່ ເປັນການ​ປະ​ຕິ​ບັດ​ການ​ພິ​ເສ​ດ​ທາງ​ການ​ທະ​ຫານ​ເທົ່າ​ນັ້ນ ເພື່​ອເຂົ້າ​ມາ​ປົກ​ປ້ອງປະ​ຊາ​ຊົນສ່ວນ​ນຶ່ງ​ ທີ່​ເວົ້າ​ພາ​ສາ​ຣັສ​ເຊັຽ ຢູ່​ໃນ​ປະ​ເທດ​ຢູ​ເຄຣນ.

ຝ່າຍ​ຣັ​ສເຊັຽ ​ຍັງອ້າງ​ວ່າ: ປະ​ຊາ​ຊົນ​ທີ່​ໃຊ້​ພາ​ສາ​ຣັສ​ເຊັຽ ໄດ້ຖືກ ​ກຸ່ມ​ນິ​ຍົມ​ຂວາ​ຈັດ ຫຼື ທີ່​ເອີ້ນ​ກັນ​ວ່າ Neo-Nazis ໃນ​ປະ​ເທດ​ຢູ​ເຄຣນ ເຂັ່ນ​ຂ້າ ແລະ ປະ​ຊາ​ຊົນ​ທີ່​ເວົ້າ​ພາ​ສາ​ຣັສ​ເຊັຽ ໂດຍສະ​ເພາະ​ຢູ່​ເຂດໂດເນ​ສ ແລະ ອູ​ຮັນ​ຄ໌ ແລະ ຕ້ອງ​ການ​ເປັນ​ຣັ​ຖ​ເອ​ກະ​ຣາດ ສະ​ນັ້ນ ຣັສ​ເຊັຽ​ຈຶ່ງ​ເຂົ້າ​ມາ​ຊ່ວຍ​ເຫຼືອ​ເພື່ອ​ປົດ​ປ່ອຍ.

ການ​ຕໍ່​ສູ້​ລະ​ຫວ່າງ ທະ​ຫານຣັສ​ເຊັຽ ແລະ ທະ​ຫານ​ຢູ​ເຄຣນ ກໍ​ຍິ່ງ​ເພີ່ມ​ທະ​ວີ​ຄວາມ​ຮຸນ​ແຮງ​ຂຶ້ນ.

ຫຼ້າ​ສຸດມື້ນີ້ ວັນ​ທີ 29 ເມ​ສາ 2022, ສຳ​ນັກ​ຂ່າວ​ CNN ໄດ້​ຣາຍ​ງານ​ວ່າ ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ເຣີ່ມ​ຝຶ​ກ​ອົບ​ຮົມ​ໃຫ້​ທະຫານ​ຢູ​ເຄຣນຢູ່​ປະ​ເທດເຢັຍ​ຣະ​ມັນ ກ່ຽວ​ກັບ​ການ​ຕິດ​ຕັ້ງ​ອາ​ວຸດ.

ທ່ານ John Kirby ເຈົ້າ​ໜ້າ​ທີ່​ສະ​ຫະ​ຣັ​ຖ ໄດ້​ກ່າວ​ວ່າ ສິ່ງ​ດັ່ງ​ກ່າວ​ເປັນ​ຄວາມ​ພະ​ຍາ​ຍາມ​ຝຶກ​ອົບ​ຮົມ​ໃຫ້​ທະ​ຫານ​ຢູ​ເຄຣນ ການ​ໃຊ້​ປືນ​ໃຫຍ່​ ຂັ້ນ​ເຣີ່ມ​ຕົ້ນ ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ມາ ແລະ ລວມ​ທັງ​ການ​ໃຊ້​ລະ​ບົບ​ເຣ​ດ້າ ແລະ ຮົ​ຖ​ທ​ະ​ຫານ ເຊິ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ຊ່ວຍ​ເຫຼືອ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ.

ທ່ານ John Kirby ຍັງ​ກ່າວ​ວ່າ: ປະ​ເທດ​ເຢັຍຣະ​ມັນ ເປັນ​ນຶ່ງ​ໃນ 3 ປະ​ເທດ ທີ່​ຖືກ​ນຳ​ໃຊ້​ເຂົ້າ​ໃນ​ການ​ຝຶກ​ທະ​ຫານ ຂອງ​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ແຕ່ ບໍ່​ໄດ້​ລະ​ບຸ​ຊື່​ອີກ 2 ປະ​ເທດ​.

ນອກ​ຈາກນີ້ ທຳ​ນຽບ​ຂາວ ຫຼື The White House ໄດ້​ສເນີ ​ໃຫ້​ອິນ​ໂດ​ເນ​ເຊັຽ ທີ່​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ G20 ທີ່​ຈ​ະ​ມາ​ເຖິງນີ້ ຄວນ​ຕັດ​ປະ​ເທດ​ຣັສ​ເຊັຽ​ອອກ ບໍ່​ໃຫ້​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ນຳ.

ກອງ​ປະ​ຊຸມ G20 ເປັນ​ກອງ​ປະ​ຊຸມ ຂອງ​ບັນ​ດາປະ​ເທດທີ່​ມີ​ເສ​ຖ​ກິ​ຈ ໃຫຍ່​ທີ່​ສຸດ​ໃນ​ໂລກ ແລະ ເປັນ​ເວ​ທີ​ການ​ປຶກ​ສາ​ຫາ​ລື ​ກ່ຽວ​ກັບບັນ​ຫາ​ເສ​ຖ​ກິ​ຈ ເຊິ່ງກອງ​ປະ​ຊຸມ​ດັ່ງ​ກ່າວ ໄດ້​ເຣີ່ມ​ດຳ​ເນີນ​ການ​ມາ​ແຕ່​ປີ 1999 ຈົນ​ມາ​ເຖິງ​ປັດ​ຈຸ​ບັນ.