ຄະດີຄາຕະກັມ ບິນລີ້ ຖືກຮື້ຟື້ນຄືນ, ແຕ່ ຄະດີ ສົມບັດ ສົມພອນ ຍັງມິດງຽບ

0:00 / 0:00

ສຳ​ນັກ​ຂ່າວ BenarNewsໄດ້​ຣາຍ​ງານ​ວ່າ ສານ​ໄທ​ຍ ໄດ້ສັ່ງ​ຟ້ອງອະ​ດີຕ​ຫົວ​ໜ້າ ອຸ​ທະ​ຍານ​ແຫ່ງ​ຊາຕແກ່ງ​ກະ​ຈານ ແລະ ລູກ​ນ້ອງ​ອີກ 3 ຄົນ ໃນ​ຂໍ້​ຫາຄາ​ຕ​ກັມ ນັກ​ເຄື່ອນ​ໄຫວ​ດ້ານ​ສິທ​ທິ​ ທີ່​ດິນຊາວ​ກະ​ຫລ່ຽງ ໃນ 8 ປີ ທີ່​ຜ່ານ​ມາ ກ່ອນ​ທີ່ຈະປ່ອຍ​ຜູ້​ຕ້ອງ​ຫາ ໃຫ້​ໄດ້​ຮັບ​ການ​ປະ​ກັນ​ໂຕ ເຊິ່ງເຮັດ​ໃຫ້ບັນ​ດາ​ນັກ​ສິ​ທທິ​ມະ​ນຸສ ມີ​ການ​ວິ​ພາກວິ​ຈານ​ກັນ​ຢ່າງ​ກ້​ວາງ​ຂວາງ.

ໃນ​ວັນ​ຈັນ ທີ່​ຜ່ານ​ມາ, ທ່ານ ໄຊວັດ ລີມ​ລິ​ຂິຕອັກ​ສອນ ອະ​ດີຕຫົວ​ໜ້າ​ອຸ​ທ​ຍານແຫ່ງ​ຊາຕ ​ແກ່ງ​ກະ​ຈານ ແລະ ອະດີຕລູກ​ນ້ອງ​ເກົ່າ​ຂອງ​ລາວອີກ​ 3 ຄົນ ທີ່​ເຄີຍ​ເຮັດ​ວຽກ ​ຢູ່ອຸ​ທ​ຍານ​ແຫ່ງ​ຊາຕ ແກ່ງ​ກະ​ຈານ ປະ​ຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ ໃນ​ການມີ​ສ່ວນ​ພົວ​ພັນ ​ກັບ​ການຫາ​ຍ​ສາບ​ສູນ ແລະ ການ​ຕາຍ​ຂອງ ນັກ​ເຄື່ອນ​ໄຫວ ກະ​ຫລ່ຽງ ທີ່​ຊື່​ວ່າ ປໍ​ລາ​ຈີ ຣາ​ຈອງ​ຊາຣົງ ຫຼື ບິນ​ລີ້.

ສານ​ອາ​ຍາ​ຄະ​ດີ​ທຸ​ຈະ​ຣິຕ ແລະ ປະ​ພຶດມິ​ຊອບກລາງ ໄດ້ປ່ອຍ​ໂຕ​ຜູ້​ຕ້ອງ​ຫາ​ທັງ 4 ຄົນ ດ້ວຍ​ການອະ​ນຸ​ຍາດ​ໃຫ້ ຜູ້​ຕ້ອງ​ຫາໄດ້​ຮັບ​ການ​ປະ​ກັນ​ໂຕ ໃນ​ວົງ​ຈຳ​ນວນ 800,000 ບາດ ອີງ​ຕາມ ທ່ານ ປ​ຣະ​ຢຸດ ເພັດ​ຊ​ກູນ ໂຄ​ສົກ​ຫ້ອງ​ການ​ ໄອ​ຍະ​ການຂອງ​ໄທ​ຍ. ກົມ​ສອບ​ສວນ​ຄະ​ດີ​ພິ​ເສດ ກະ​ຊວງ​ຍຸ​ຕິ​ທັມ​ຂອງ​ໄທ​ຍ ໄດ້​ດຳ​ເນີນ​ການ​ຟ້ອງ​ຮ້ອງ ອະ​ດີຕ​ເຈົ້າ​ໜ້າ​ທີ່​ອຸ​ທະ​ຍານ​ແຫ່ງ​ຊາຕ ແກ່ງ​ກະ​ຈ​ານ ຢູ່​ ແຂວງ ເພັດ​ຊະ​ບູ​ຣີ ຂອງ​ໄທ​ຍ ຕັ້ງ​ຢູ່​ຕິດ​ກັບ​ຊາຍ​ແດນ​ພະ​ມ້າ.

ທ່ານ ປ​ຣະ​ຢຸດ ເພັດ​ຊ​ກູນ ໂຄ​ສົກ​ຫ້ອງ​ການ ​ໄອ​ຍະ​ການຂອງ​ໄທ​ຍ ໄດ້​ກ່າວ​ວ່າຕອນ​ນຶ່ງວ່າ:

“ສຳ​ລັບ​ຄະ​ດີນີ້, ພວກ​ເຮົາ​ໄດ້​ກະ​ກຽມສຳ​ນວນການ​ຟ້ອງ​ຮ້ອງຕາ​ມ​ທີ່ກົມ​ສອບສວນ​ພິ​ເສດໄດ້​ສ​ເນີ​ມາ.”

ທ່ານ ປ​ຣະ​ຢຸດ ເພັດ​ຊ​ກູນ ກ່າ​ວວ່າ ເປັນ​ການຟ້ອງ​ຮ້ອງ ຄະ​ດີ​ຄາ​ຕ​ະກັມ, ການ​ກັກ​ຂັງ​ທີ່​ບໍ່​ຖືກ​ກົດ​ໝາຍ, ການ​ອຳ​ຟາງ​ສົບຜູ້​ຕາຍ, ການ​ໃຊ້​ອາ​ວຸດ​ປືນ​ຄຸກ​ຄາມ​ເຍື່ອ ແລະ ການ​ຕິ​ບັດ​ຜິດ​ຫຼັກ​ການ.

ສານ​ໄດ້ ວິ​ນິ​ໄສ ໃນ​ການ​ດຳ​ເນີນ​ຄະ​ດີ ເຈົ້າ​ໜ້າ​ທີ່​ຣັ​ຖ ແລະ ບຸກ​ຄົນ​ອື່ນໆ ທີ່ມີ​ສ່ວນ​ຮູ້​ເຫັນ​ ໃນ​ການເຮັດ​ຜິດ​ ທີ່​ກ່ຽວ​ພັນ​ກັບ​ການ​ຮັບ​ສິນ​ບົນ, ການ​ຄຸກ​ຄາມ, ການ​ໃຊ້​ກຳ​ລັງ​ບັງ​ຄັບ ແລະ ການ​ກະ​ທຳ​ແບບ​ມາ​ເຟັຽ.

ທ່ານ ໄຊວັດ ປັດ​ຈຸ​ບັນ ເຮັດ​ວຽກເປັນ​ເຈົ້າ​ໜ້າ​ທີ່ ​ບໍ​ຣິ​ຫານດ້ານ​ການອະ​ນຸ​ຣັກ ຢູ່​ແຂວງ​ອຸ​ບົນ​ຣາ​ຊ​ທາ​ນີ, ໄດ້​ປະ​ຕິ​ເສດ​ທຸກ​ຂໍ້​ກ່າວ​ຫາ ສ່ວນ​ວ່າ ຜູ້​ຕ້ອງ​ຫາ​ຄົນ​ອື່ນໆ ອີກ 3 ຄົນ ກໍ​ຖືກ​ສັ່ງ​ຟ້ອງ ແລະ ຖືກ​ປ່ອຍ​ໂຕອອກ​ມາດ້ວຍ​ການ​ປະ​ກັນ​ໂຕ.

ທ່ານ ໄຊວັດ ທີ່​ຕົກ​ເປັນຜູ້​ຕ້ອງ​ຫາ ໄດ້​ກ່າວ​ວ່າ ລາວ​ເອງບໍ່​ໄດ້​ຈັບ​ຜູ້​ຕ້ອງ​ສົງ​ໄສ ​ທີ່ເປັນ​ຄົນ​ຊົນ​ເຜົ່າ ແລະ ໄດ້​ຢືນ​ຢັນ​ຄວາມ​ບໍ​ຣິ​ສຸດ ​ຂອງ​ຕົນ​ເອງ ແລະ ບໍ່​ເຄີຍ​ດຳ​ເນີນກະ​ທຳ​ຜິດ​ຫຍັງ ​ຕາ​ມ​ທີ່​ຖືກ​ກ່າວ​ຫາ.

ທ່ານ ໄຊວັດ ໄດ້​ກ່າວ​ວ່າ:

“ໃນ​ເບື້ອງ​ຕົ້ນ ຂ້ອຍ (ໝາຍ​ເຖິງທ່ານ ໄຊວັດ) ຮູ້​ສຶກ​ເສັຽ​ໃຈ ແຕ່​ກໍ​ຮູ້​ວ່າ ກໍ​ຈະ​ໄດ້​ຮັບ​ຄວາມ​ຍຸ​ຕິ​ທັມ ມັນ​ຈະ​ດີ ທີ່​ຈະ​ໄດ້​ຮັບ​ຄຳ​ຕອບ​ ທີ່​ຈະ​ແຈ້ງໃຫ້​ແກ່​ຊຸມ​ຊົນ.”

ແຕ່ ນັກ​ເຄື່ອນ​ໄຫວ​ດ້ານ​ສິທ​ທິ​ມະ​ນຸສ ໄດ້​ກ່າວ​ວ່າ:

“ມັນ​ມີ​ຄວາມ​ຈຳ​ເປັນ ​ທີ່​ໃຫ້​ສາ​ທາ​ລະ​ນະຮັບ​ຮູ້​ເຖິງ​ຄະ​ດີ​ນີ້ ເພື່ອສະ​ແດງ​​ໃຫ້ເຫັນວ່າ ​ມີຄວາມ​ເຊື່ອ​ໝັ້ນຕໍ່ລະ​ບົບຕຸ​ລາ​ການ​ຂອງ​ໄທ​ຍ ແລະ ກົມ​ສອບ​ສວນ​ຄະ​ດີ​ພິ​ເສດ ແລະ ທັງ​ໄອ​ຍະ​ການ ສາ​ມາດນຳ​ເອົາ​ຄວາມ​ຈິງ​ມາ​ສູ່​ສານ.”

ທ່ານ ພອນ​ເພັນ ກ້ອງ​ຂະ​ຈອນ​ກຽດ ນັກ​ເຄື່ອນ​ໄຫວ​ດ້ານ​ສິທ​ທິ​ມະ​ນຸສ ໄດ້​ກ່າ​ວ​ຕໍ່​ນັກ​ຂ່າວ ວ່າ: ນີ້​ເປັນ​ການ​ດຳ​ເນີນ​ຄະ​ດີ​ ການ​ບັງ​ຄັບ​ໃຫ້​ບຸກ​ຄົນ​ຫາຍ​ສາບ​ສູນ ໃນ​ປະ​ເທດ​ສາ​ຕ​ໄທຍ.

ທ່ານ ຟິວ ໂຣ​ເບີດ​ຊັ້ນ ຮອງ​ຜູ້​ອຳ​ນວຍ​ການ ອົງ​ການ​ສິ້ງ​ຊອມ ​ດ້ານ​ສິທ​ທິ​ມະ​ນຸ​ສ ຫຼື Human Rights Watch ປະ​ຈຳ​ເຂດເອ​ເຊັຽ​ ໄດ້​ກ່າ​ວ່າ:

“ເຈົ້າ​ໜ້າ​ທີ່​ ສືບ​ສວນ-ສອບ​ສວນຂອງ​ຣັ​ຖ ແລະ ກຸ່ມ​ອົງ​ກາ​ນ​ຈັດ​ຕັ້ງ​ພາກ​ປະ​ຊາ​ສັງ​ຄົມ ໄດ້ສ​ະ​ແດງ​ຄວາມ​ເປັນ​ຫ່ວງວ່າ ທ່ານ ໄຊວັດ ແລະ ລູກ​ນ້ອງ ຈະ​ໃຊ້​ກຳ​ລັງ​ແລະ ອິດ​ທິ​ພົນ ມາ​ນາບ​ຂູ່ ​ຄຸກ​ຄາມ ພະຍານ ສະ​ນັ້ນ ​ຫຼາຍ​ຄົນ​ຈຶ່ງ​ມີ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ກໍ​ຣະ​ນີ ທີ່​ຜູ້ຕ້ອງ​ຫາ​ຖືກ​ປະ​ກັນ​ໂຕ​ ອອກ​ມາ.”

ທ່ານ ກ່າວ​ຕື່ມ​ອີກວ່າ ເຈົ້າ​ໜ້າ​ທີ່​ຈະ​ຕ້ອງປົກ​ປ້ອງ​ພະ​ຍານ ແລະ ຕິດ​ຕາມ ທ່ານ ໄຊວັດ ແລະ ພັກ​ພວກ ແລະ ມັນ​ມີ​ຄວາມ​ສຳ​ຄັນ ​ທີ່​ຈະ​ຮັບ​ປະ​ກັນ​ໃຫ້​ມີການ​ດຳ​ເນີນ​ຄະ​ດີ​ ທີ່​ເສ​ຣີ ແລະ ເປັນ​ທັມ ເພື່ອ​ເອົາ​ຜູ້​ກະ​ທຳຜິດ​ ມາ​ຮັບ​ຜິດ​ຊອບໂດຍບໍ່​ສົນ​ວ່າ ຜູ້​ກະ​ທຳຜິດ​ເຫຼົ່າ​ນັ້ນ ມີ​ຖາ​ນະ​ຕຳ​ແໜ່ງ​ຫຍັງ.

ການ​ດຳ​ເນີນ​ການ ຂອງ​ສານ ເປັນ​ໄປ​ຕາມ ການ​ອະ​ນຸ​ມັດຂອງ​ສະ​ພາ​ນິ​ຕິ​ບັນ​ຍັດ​ໄທ​ຍ ກ່ຽວ​ກັບຮ່າງ​ກົດ​ໝາຍ ​ຕ້ານ​ການ​ທໍ​ຣະ​ມານ​ ແລະ ການບີບ​ບັງ​ຄັບ ​ໃຫ້ບຸກ​ຄົນ​ຫາຍ​ສາບ​ສູນ.

ຫຼັງ​ຈາກ ທ່ານ ໄຊວັດ ໄດ້​ມີ​ການ​ຍົກ​ຍ້າຍ ຊົນ​ເຜົ່າກະ​ຫລ່ຽງ ອອກ​ຈາກ​ອຸ​ທະ​ຍານ​ແຫ່ງ​ຊາຕ ແກ່ງ​ກະ​ຈານ. ທ່ານ ບິນ​ລີ້ ນັກ​ເຄື່ອນ​ໄຫວ ດ້ານ​ສິທ​ທິ​ທາງ​ດ້ານ​ທີ່​ດິນ ໄດ້​ຫ​າຍ​ສາບ​ສູນໄປ ໃນ​ວັນ​ທີ 17 ເມ​ສາ 2014 ຫຼັງ​ຈາກ ເຈົ້າ​ໜ້າ​ທີ່ອຸ​ທະ​ຍານ ໄດ້​ຢຸດລາວ ຢູ່​ຈຸດກວດ ໃນ​ຂະ​ນະ​ທີ່ ​ລາວ​ກຳ​ລັງ ເດີນ​ທາງ​ໄປ​ພົບ​ຊາວ​ບ້ານ ທີ່​ເປັນ​ຊົນ​ເຜົ່າ​ກະ​ຫລ່ຽງ.

ທ່ານ ບິນ​ລີ້ ໄດ້ຖືກ​ນຳ​ມາໃຫ້​ປາກ​ຄຳ ໃນ​ມື້​ຕໍ່​ມາ ໃນ​ຄະ​ດີ ​ທີ່ຊາວ​ນາ​ກະ​ຫລ່ຽງ ໄດ້​ຍື່ນ​ຟ້ອງ ທ່ານ ໄຊວັດ ທີ່​ເປັນ​ຫົວ​ໜ້າ​ ເຈົ້າ​ໜ້າ​ທີ່​ອຸ​ທະ​ຍານ​ແຫ່ງ​ຊາຕ ​ແກ່ງ​ກະ​ຈານ ແລະ ເຈົ້າໜ້າ​ທີ່​ຄົນ​ອື່ນໆ ໃນ​ເວ​ລາ​ນັ້ນ. ປະ​ຊາ​ຊົນ​ຊາວ​ກະ​ຫລ່ຽງ ໄດ້​ຮ້ອງ​ຟ້ອງ​ເຈົ້າ​ໜ້າ​ທີ່ ​ອຸ​ທະ​ຍານແຫ່ງ​ຊາຕ ແກ່ງ​ກະ​ຈານ ທີ່​ໄປ​ມ້າງ​ເຮືອນ ແລະ ຈູດ​ເຮືອນ​ເຂົາ​ເຈົ້າ ແລະ ຊັບ​ສິນ​ຂອງ​ປະ​ຊາ​ຊົນ ຊາວ​ກະ​ຫລ່ຽງ​ ຢູ່​ໝູ່​ບ້ານ​ໃກ້​ຄຽງ ​ເຂດ​ບາງກອຍ ໃນ​ປີ 2011.

ເຂດ​ແກ່ງ​ກະ​ຈານ ເປັນ​ອຸ​ທະ​ຍານ​ແຫ່ງ​ຊາຕ ​ທີ່​ກວ້າງ​ໃຫຍ່​ທີ່​ສຸດ ໃນ​ປະ​ເທດ​ໄທ​ຍ ເປັນ​ບ່ອນ​ຢູ່​ອາ​ໃສ ​ຂອງປະ​ຊາ​ຊົນ ​ທີ່​ເປັນ​ຊົນ​ເຜົ່າ​ປະ​ກາ​ກະ​ຍໍ​ ຫຼື ກະ​ຫລ່ຽງ ທີ່​ເປັນ​ຊາວ​ເຂົາ ອົ​ພ​ຍົບ​ມາ​ຈາກ​ປະ​ເທດ​ພະ​ມ້າ, ລາວ ແລະ ໄທ​ຍ.

ອົງ​ການສິ້ງ​ຊອມ​ ດ້ານ​ສິທທິ​ມະ​ນຸ​ສ ໄດ້​ກ່າວ​ວ່າ ທ່ານ ບິນ​ລີ້ ໄດ້​ຢື່ນຄຳຟ້ອງ​ຮ້ອງ ແລະ ເອກ​ສານ​ທີ່​ກ່ຽວ​ຂ້ອງ ໃນ​ເວ​ລາ​ທີ່​ລາວ​ຖືກ​ຈັບ.

ຄອບ​ຄົວ​ຂອງ ທ່ານ ບິນ​ລີ້ ໄດ້​ຟ້ອງ ທ່ານ ໄຊວັດ ໃນ​ຂໍ້​ຫາ​ທີ່​ເຮັດ​ໃຫ້ ທ່ານ​ ບິນລີ້ ​ຫາຍ​ສາບ​ສູນ ແຕ່ວ່າ ຄະ​ດີ​ດັ່ງ​ກ່າວ ກໍ​ຖືກ​ສັ່ງ​ຍົກ​ຟ້ອງໄປ ຫຼັງ​ຈາກ ຄະ​ນະ​ລູກ​ຂຸ​ນ ເຫັນ​ວ່າ ມີ​ຫຼັກ​ຖານບໍ່​ພຽງ​ພໍ ໃນ​ການ​ສົ່ງ​ຟ້ອງ​ສານ. ອາະດີຕ ​ຫົວ​ໜ້າ​ເຈົ້າ​ໜ້າ​ທີ່ ​ອຸ​ທະ​ຍານ​ແຫ່ງ​ຊາຕ ແກ່ງ​ກະ​ຈານ ແລະ ລູກ​ນ້ອງ ໄດ້​ໃຫ້​ການ​ຕໍ່​ ຕຳ​ຣວດ​ວ່າ ເຂົາ​ເຈົ້າ ໄດ້​ປ່ອຍ ທ່ານ ບິ​ນ​ລີ້ ຫຼັງ​ຈາກ​ທີ່​ໄດ້​ສອບ​ປາກ​ຄຳ​ແລ້ວ ໃນ​ຂໍ້​ຫາ​ທີ່​ມາເ​ກັບ​ນ້ຳ​ເຜິ້ງ ​ໃນ​ປ່າແບບ​ຜິດ​ກົດ​ໝາຍ.

ຕໍ່​ມາ ພັນ​ລະ​ຍາ​ຂອງ ທ່ານ ບິນ​ລີ້ ກໍ​ໄດ້​ຍື່ນ​ຄຳ​ຮ້ອງ​ທຸກ ໄປ​ຫາກົມ​​ສືບ​ສວນ ​ຄະ​ດີ​ພິ​ເສດ ໃຫ້ຟື້ນ​ຄະ​ດີສາ​ມີ​ຂອງ​ຕົນ ຄືນ​ໃໝ່.

ໃນ​ເດືອນ​ກັນ​ຍາ 2019, ເຈົ້າ​ໜ້າ​ທີ່​ ກົມສອບ​ສວນ​ຄະ​ດີ​ພິ​ເສດ ໄດ້​ພົບ​ກະ​ດູກ​ຂອງ​ຄົນ ຢູ່​ໃນ​ຖັງ​ນ້ຳ​ມັນ ຢູ່​ອ່າງ​ເກັບ​ນ້ຳ​ ອຸ​ທະ​ຍານ​ແຫ່ງ​ຊາຕ.

ຫຼັງ​ຈາກ​ນັ້ນ ຜົນ​ຂອງ​ການ​ຊັ​ນ​ນະ​ສູຕ ກໍ​ມີ​ການ​ຢືນ​ຢັນວ່າ DNA ທີ່​ພົບ​ຢູ່​ໃນ ຖັງ​ນ້ຳ​ມັນ ເປັນ​ຂອງ​ ທ່ານ ບິນ​ລີ້ ຜູ້​ທີ່​ຫາຍ​ສາບ​ສູນ​ໄປ.

ໃນ​ປີຕົ້ນ​ປີ 2020, ໄອ​ຍະ​ການໄທ​ຍ ຖ​ແລງວ່າ ການ​ຟ້ອງ​ຮ້ອງຜູ້​ຕ້ອງ​ຫາ​ທັງ 4 ຄົນໃນ​ຂໍ້​ຫາ​ຄາ​ຕ​ກັມ ກໍຖືກຍົກຟ້ອງໄປ.

ແຕ່​ ໄດ້​ມີ​ການ​ຮື້​ຟື້ນ​ຄະ​ດີ​ຄືນ​ໃໝ່ ໃນ​ເວ​ລາ​ທີ່ ຫົວ​ໜ້າ​ກົມ​ສອບ​ສວນ​ຄະ​ດີ​ພິ​ເສດ ຫຼື DSI ຄົນ​ໃໝ່​ ເຂົ້າ​ມາ​ດຳ​ລົງ​ຕຳ​ແໜ່ງ. ສຳ​ນັກ​ງານ​​ໄອ​ຍະ​ການ​ໄທ​ຍ ໄດ້​ຖ​ແລງ​ໃນເດືອນ​ສິງ​ຫາ ວ່າ ຈະ​ໄດ້​ຟ້ອງ​ຮ້ອງ ທ່ານ ໄຊວັດ ທີ່ນຳ​ໄປ​ສູ່​ການ​ເຂົ້າ​ສູ້​ກັນ​ໃນຊັ້ນ​ສານ.

ອັນ​ນັ້ນ​ເປັນ​ກໍ​ຣະ​ນີ​ ການ​ດຳ​ເນີນ​ຄະ​ດີ ຂອງ ທ່າວ ບິນ​ລີ້ ທີ່​ເປັນ​ນັກ​ເຄື່ອນ​ໄຫວ ​ສິດທທິ​ດ້ານ​ທີ່​ດິນຂອງ​ຊາວ​ກະ​ຫລ່ຽງ ຢູ່​ປະ​ເທດ​ໄທ​ຍ.

ແຕ່ ຢູ່​ປະ​ເທດ​ລາວ ເຫດ​ການ​ລັກ​ພາ​ຕົວ​ ທ່ານ ສົມ​ບັດ ສົມ​ພອນ ນັກ​ພັ​ທ​ນາ​ອາ​ວຸ​ໂສ ດີ​ເດັ່ນ​ຂອງ​ລາວ ກໍ​ຜ່ານ​ໄປ 9 ປີ ປາຍ​ແລ້ວ, ແຕ່ ອົງ​​ການ​ພາກ​ປະ​ຊາ​ສັງ​ຄົມ ຫຼາຍ​ອົງ​ການ ກໍຍັງ​ຄົງເວົ້າ​ເຖິງ ທ່ານ ສົມ​ບັດ ສົມ​ພອນ ແລະ ທວງ​ຖາມ​ນຳ​ຣັ​ຖ​ບານ​ລາວ.

ທ່ານ Phil Roberson, ຮອງ​ຜູ້​ອຳ​ນວຍ​ການ ອົງ​ການສິ້ງ​ຊອມດ້ານ​ສິທທິ​ມະ​ນຸສ ຫຼື Human Rights Watch ປະ​ຈຳ​ຂົງເຂດ​ເອ​ເຊັຽ​ ໄດ້​ກ່າວ​ຕໍ່ ວິທຍຸ​ເອ​ເຊັຽ​ເສ​ຣີ ວ່າ:

"ມັນ​ເປັນ​ທີ່​ກະ​ຈ່າງ​ແຈ້ງວ່າ ຣັ​ຖ​ບານ​ລາວ​ຮູ້ວ່າ ທ່ານ ສົມ​ບັດ​ ຢູ່​ໃສ ເພາະ​ວ່າ ລາວ​ຖືກ​ລັກ​ພາ​ໂຕຢູ່​ຕໍ່​ໜ້າ​ປ້ອມ​ຍາມ​ຕຳ​ຣວດ."

ທ່ານ Phil Roberson ກ່າວ​ຕື່ມວ່າ:

“ຣັ​ຖ​ບານ​ລາວ ມີ​ການ​ປົກ​ປິດ ໂດຍ​ສ​ະ​ເພາະ ຢູ່​ໃນ​ພະ​ນັກ​ງານ​ລະ​ດັບ​ສູງ ທີ່​ພະ​ຍາ​ຍາມ​ບໍ່​ໃຫ້​ມີ​ການ​ສືບ​ສວນ ​ການ​ຫາຍ​ສາບ​ສູນ​ຂອງ​ ​ທ່ານ ສົມ​ບັດ ສົມ​ພອນ. ທັ​ສ​ນະ​ຂອງ​ພວກ​ເຮົາ ​ກໍ​ຄື ຣັ​ຖ​ບານ​ລາວ​ຮູ້​ດີ​ວ່າ ແມ່ນ​ຫຍັງ​ເກີດ​ຂຶ້ນ ແລະ ຣັ​ຖ​ບານ​ກໍ​ພ​ຍາ​ຍາມປົກ​ປິດ. ຂ້າ​ພະ​ເຈົ້າໝາຍ​ຄວາມ​ວ່າ ການ​ຫາຍ​ສາບ​ສູນບໍ່​ສ​ເພາະ​ແຕ່ ທ່ານ ສົມ​ບັດ ສົມ​ພອນ ແຕ່ ກໍ​ຍັງ​ມີ​ຄົນ​ອື່ນ​ອີກ​ ສະ​ນັ້ນ ພວກ​ເຮົາ​ຈຶ່ງ​ຕ້ອງ​ການ​ໃຫ້​ຣັ​ຖ​ບານ​ລາວ ເຄົາ​ຣົບ ສົນ​ທິ​ສັນ​ຍາ​ ສ​າ​ກົນຂອງ​ສະ​ຫະ​ປະ​ຊາ​ຊາຕ ວ່າດ້ວຍ​ການ​ຕ້ານ​ ການ​ຫາຍ​ສາບ​ສູນ​ ດ້ວຍ​ການ​ບີບ​ບັງ​ຄັບ.”

ເຈົ້າ​ໜ້າ​ທີ່ຣັ​ຖ ບໍ່​ຕ້ອງ​ການ​ທີ່​ຈະຊອກ​ຫາ​ໂຕ ທ່ານ ສົມ​ບັດ ສົມ​ພອນ ແລະ ຕັ້ງ​ໃຈ​ທີ່​ຈະ​ເຮັດ​ເຣື່ອງ​ມິດ​ງຽບ​ໄປ.

ເຈົ້າ​ໜ້າ​ທີ່​ອົງ​ການຈັດ​ຕັ້ງ​ ພາກ​ປະ​ຊາສັງ​ຄົມ ທ່ານ ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

“ຖື​ວ່າ ມັນ​ກະ​ມິດ​ງຽບ​ໄປ​ຫຼາຍ​ປີ​ລະໃນ 4-5 ປີ ທຳ​ອິດ ມັນ​ກະ​ຖື​ວ່າ ເປັນ​ປະ​ເດັນ​ຟົດ​ຮ້ອນ​ຢູ່ ແຕ່​ວ່າ ຫຼັງໆ ກະ​ເລີ່ມ​ມິດ​ງຽບ ເພາະ​ວ່າ ຫຼາຍ​ຄົນ ກໍບໍ່​ຄ່ອຍ​ໄດ້​ກ່າວ​ເຖິງ​ເພິ່ນ. ຄວາມ​ຈິງ​ກະ​ຫຼາຍ​ຄົນ​ຮູ້​ຈັກ​ເພິ່ນ. ທ່ານ ສົມ​ບັດ ໃນ​ນາມ​ນັກ​ພັ​ທ​ນາ ທີ່​ເປັນ​ຄົນ​ລາວ ຢາກ​ເຫັນ​ປະ​ເທດ​ຊາຕ ໄດ້​ຮັບ​ການ​ພັ​ທ​ນາ​ໃນ​ຫຼາຍ​ດ້ານ ໂດຍ​ສ​ເພາະ ໃນ​ດ້ານ​ການ​ສຶ​ກ​ສາ​ຫັ້ນ.

ນອກ​ຈາກນີ້ ຍາ​ນາງ ອຶ້ງ ຊຸ່ຍເມັ້ງ ພັ​ລ​ຍາ ຂອງ​ທ່ານ​ສົມບັດ ກໍ​ໄດ້​ຂຽນ​ປື້ມກ່ຽວ​ກັບ​ຊີ​ວິຕ ແລະ ຜົ​ລ​ງານ​ຂອງ​ທ່ານ​ສົມ​ບັດ. ອຶ້ງ ຊຸ່ຍເມັ້ງ ພັ​ລ​ຍາ​ຂອງ ທ່ານ ສົມ​ບັດ ສົມ​ພອນ ໄດ້​ເວົ້າ​ເຖິງເຫດ​ຜົ​ລ​ ໃນ​ການຂຽນ​ປຶ້ມ ວ່າ:

“ເມື່ອ​ ຂ້າ​ພະ​ເຈົ້າ ​ເຣີ່ມ​ຂຽນ​ປຶ້ມ ຂ້າ​ພະ​ເຈົ້າ ໄດ້​ຖາມ​ຕົວ​ເອງວ່າ ເປັນ​ຫຍັງ​ຈະ​ຕ້ອງເວົ້າ​ເຖິງ​ສິ່ງ​ທີ່​ເກີດ​ຂຶ້ນ.”

ຍານາງ ຊຸ່ຍເມັ້ງ ກ່າວ​ຕື່ມ​ອີກວ່າ:

“ດ້ວຍ​ເຫດ​ຜົ​ລນີ້ ລາວ​ຈຶ່ງ​ຕັດ​ສິນ​ໃຈ ຂຽນ​ປຶ້ມ ເພື່ອ​ບັນ​ທຶກຊີ​ວິຕ ແລະ ຜົ​ລ​ງານ​ຂອງ ທ່ານ ສົມ​ບັດ ເພື່ອ​ໃຫ້​ຜົ​ລ​ງານ​ຂອງ ທ່ານ ຍັງ​ຄົງ​ຢູ່.”

ອົງການຈັດຕັ້ງ ພາກປະຊາຊົນສັງຄົມ ທັງພາຍໃນລາວ ແລະ ຕ່າງປະເທດ ຍັງສືບຕໍ່ທວງຖາມ ເຖິງຊະຕາກັມ ຂອງທ່ານ ສົມບັດ ສົມພອນ ແລະ ຢາກໃຫ້ທາງການລາວ ຊອກຫາກຸ່ມຄົນບໍ່ດີ ທີ່ລັກພາໂຕທ່ານໄປ ມາລົງໂທສ ໃຫ້ໄດ້.

ຢູ່​ໃນ​ກອງ​ປະ​ຊຸມ ວ່າດ້ວຍ ສິທທິພົລເມືອງ ແລະ ສິທທິທາງການເມືອງ ຢູ່ນະຄອນເຈ່ນິວາ, ປະເທດສະວິສເຊີແລນດ໌ ເມື່ອເດືອນກໍຣະກະດາ 2018 ທີ່ຜ່ານມາ, ທ່ານ ພູໂຂງ ສີສຸຣາສ, ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ຂອງ​ລາວ ໃນ​ເວ​ລາ​ນັ້ນ ໄດ້​ກ່າວ​ກ່ຽວ​ກໍ​ຣະ​ນີ ທ່ານ ສົມ​ບັດ ສົມ​ພອນ ຕອນ​ນຶ່ງວ່າ:

“ຂ້າພະເຈົ້າ ຂໍຢືນຢັນວ່າ ຣັຖບານ ຍັງເປັນຫ່ວງເປັນໃຍຫຼາຍ ຕໍ່ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຄືດັ່ງກັບພົລເມືອງລາວ ຜູ້ອື່ນໆ. ບໍ່ມີຜູ້ໃດ ຈະເປັນຫ່ວງເປັນໃຍ ຫຼາຍໄປ ກວ່າຣັຖບານລາວ ຫຼື ປະຊາຊົນລາວ ຕໍ່ການຫາຍສາບສູນ ຂອງພົລເມືອງລາວ.”

ທ່ານ ສົມ​ບັດ ສົມ​ພອນ ນັກ​ພັ​ທ​ນາ​ອາ​ວຸ​ໂສ​ ດີ​ເດັ່ນ​ຂອງ​ລາວ ໄດ້​ຮັບ​ຣ່າງວັນ ຣາ​ມອນ ແມັກ​ໄຊ​ໄຊ ໃນ​ປີ 2005 ໃນ​ສາ​ຂາການ​ພັ​ທ​ນາ​ຊຸມ​ຊົນ. ທ່ານ ສົມ​ບັດ ສົມ​ພອນ ຖື​ກ​ລັກ​ພາ​ໂຕ​ໄປ​ໃນ​ວັນ​ທີ 15 ທັນວາ ປີ 2012 ຢູ່ ຕໍ່​ໜ້າ​ ປ້ອມ​ຍາມ​ຕຳ​ຣວດ ຖ​ນົກ​ທ່າ​ເດື່ອ ເມືອງ​ສີ​ສັດ​ຕະ​ນາກ ນະ​ຄອນ​ຫລວງວຽງ​ຈັນ. ການ​ລັກ​ຖາ​ຕົວ​ໃນ​ເວ​ລາ​ນັ້ນ ມີ​ເຈົ້າ​ໜ້າ​ທີ່​ ຢູ່​ໃນ​ເຄື່ອງ​ແບບ​ຕຳ​ຣ​ວດ ຮ່ວມ​ຂບວນ​ການ​ຢູ່​ນຳ ອີງ​ຕາ​ມ​ຫຼັກ​ຖານ​ ຈາກ​ກ້ອງວົງ​ຈອນ​ປິດ.