ສະພາບການໃນປະເທດໄທ


2014.01.31
F-Thai ສະພາບການ ການເມືອງ ໃນປະເທດໄທ ກໍາລັງວຸ້ນວາຍ ປະຊາຊົນ ທີ່ເອີ້ນຕົນເອງວ່າ ກຸ່ມເສື້ອເຫລືອງ ອອກມາປະທ້ວງ ຫວັງໂຄ່ນລົ້ມ ຣັຖບານ ຍິ້ງລັກ
RT Op-Edge

 

ສະຖານະການທີ່ບໍ່ທຸ່ນທ່ຽງ ດ້ານການເມືອງ ຢູ່ປະເທດໄທໃນປັດຈຸບັດນີ້ ເຣັດໃຫ້ຫລາຍປະເທດ ສະມາຊິກອາຊຽນໄດ້ຮັບຜົນກະທົບ ພໍສົມຄວນ ທາງດ້ານ ເສຖກິດ ການທ່ອງທ່ຽວ ແລະ ໂຄງການ ສ້າງໂຄງຮ່າງ ພື້ນຖານ ຖນົນຫົນທາງ ທີ່ຈະເຊື່ອມຕໍ່ກັນນັ້ນຊັກຊ້າລົງ.

ວິກິດການ ທາງ ການເມືອງ ແຕ່ ລະຄັ້ງ ທີ່ ເກີດຂຶ້ນ ໃນ ປະເທດໄທ ໃນຫລາຍປີ ຜ່ານມາ ໄທ ສາມາດຜ່ານມາໄດ້ທຸກຄັ້ງ ແລະ ປອງດອງ ກັນຄືນໃໝ່ ແຕ່ວ່າ ນັບແຕ່ ການ ຣັຖປະຫານ ໂຄ່ນລົ້ມ ທ່ານ ທັກສິນ ຊິນນະວັດ ອະດີດ ນາຍົກ ຣັຖມົນຕຣີ ທີ່ ຖືກເລືອກຕັ້ງ ມາດ້ວຍ ປະຊາທິປະຕັຍ ເມື່ອ ເດືອນກັນຍາ ປີ 2006 ມານີ້ ເຮັດໃຫ້ ມີເຫດການ ຄວາມບໍ່ສງົບ ເກີດຂຶ້ນ ເລື້ອຍໆ.

ຄວາມຂັດແຍ້ງ ໃນສັງຄົມ ທາງດ້ານ ແນວຄິດ ການເມືອງ ກໍເລິກລົງ ຄວາມ ບໍ່ເຊື່ອໃຈກັນ ແລະ ມີ ລັກສນະ ເປັນສັດຕຣູ ກັນ ຣະຫວ່າງ ພັກການເມືອງ ຕ່າງໆກໍມີ ຫລາຍຂຶ້ນ ຕາມຄໍາເຫັນ ຂອງ ໜັງສືພິມ ຫລາຍສບັບ ພາຍໃນ ແລະ ຕ່າງປະເທດ.

ປະເທດໄທ ເປັນໂຕຕັ້ງ ໂຕຕີ ໃນການເຮັດໃຫ້ ອາຊຽນ ຮວມໂຕ ເປັນ ປະຊາຄົມ ເສຖກິດ ອາຊຽນ ເກີດເປັນ ຄວາມຈິງ ພາຍໃນ ປີ 2015 ເປັນ ປະເທດ ເສຖກິດ ອັນດັບ 2 ໃນເອເຊັຽ ຕະເວັນອອກ ສ່ຽງໃຕ້  ເປັນນຶ່ງ ຂອງ ສູນກາງ ການຜລິດ ສິນຄ້າ ສົ່ງອອກ ລາຍໃຫ່ຽ ໃນເອເຊັຽ ຕະເວັນອອກ ສ່ຽງໃຕ້ ເປັນ ສູນກາງ ການຄ້າ ເປັນສູນກາງ ການຄົມມະນາຄົມທາງອາກາດ ເປັນສູນກາງ ການທ່ອງທ່ຽວ ແລະ ເປັນປະເທດ ຮັ່ງມີ ທີ່ສາມາດ ຊ່ວຍເຫລືອ ປະເທດ ເພື່ອນບ້ານດ້ວຍກັນ ໂດຍສະເພາະ ຊ່ວຍເຫລືອ ປະເທດ ສະມາຊິກ ອາຊຽນໃໝ່ ເຊັ່ນ ກໍາພູຊາ ລາວ ພະມ້າ ແລະວຽດນາມ ໃນການ ພັທນາ ປະເທດ ໃຫ້ທັນກັບ ປະເທດ ສະມາຊິກ ອາຊຽນ ເດີມ 6 ປະເທດ.

ແຕ່ວ່າ ສະຖານະການ ບໍ່ທຸ່ນທ່ຽງ ທາງ ການເມືອງ ໃນໄທ ປັດຈຸບັນ ເຮັດໃຫ້ ບາງ ປະເທດ ສະມາຊິກ ອາຊຽນ ໄດ້ຮັບ ຜົນກະທົບ ທາງດ້ານ ເສຖກິດ ການ ທ່ອງທ່ຽວ ບໍ່ຫລາຍ ກໍໜ້ອຍ ຕລອດຮອດ ໂຄງການ ຮ່ວມມື ດ້ານໂຄງຮ່າງ ພື້ນຖານ ຊັກຊ້າ ລົງ.

ເມື່ອວັນພຸດ ຜ່ານມາ ທ່ານ ວິຣັດ ຈາທຸຣະພຸດພິທັກ ຮອງ ປະທານ ສະມາຄົມ ບໍຣິສັດ ນໍາທ່ຽວ ຂອງໄທ ກ່າວວ່າ ສະຖານະການ ຮ້າຍແຮງ ທີ່ບໍ່ເຄີຽມີ ມານີ້ ເຮັດໃຫ້ ການຈັບຈອງ ຂອງ ນັກທ່ອງທ່ຽວ ຈາກ ຢູໂຣບ ແລະ ອະເມຣິກາ ເໜືອ ທີ່ຈະມາທ່ຽວ ບາງກອກ ໄປຮອດ ເດືອນ ເມສາ ນີ້ ຫລຸດລົງ 70 ສ່ວນຮ້ອຍ, ການຈັບຈອງ ຂອງ ນັກທ່ອງທ່ຽວ ຈາກເອເຊັຽ ຫລຸດລົງ 30 ສ່ວນຮ້ອຍ ຖ້າຫາກວ່າ ສະຖານະການ ແບບນີ້ ຍັງສືບ ຕໍ່ໄປ ເຫັນວ່າ ຈະຕ້ອງ ປິດ ທຸຣະກິດ ລົງ. ດຽວນີ້ ຫລາຍໂຮງຈັກ ໂຮງງານ ກໍມີ ຄວາມຄິດ ຫວັ່ນໄຫວ ຢາກຍ້າຍ ໂຮງງານ ໄປຕັ້ງຢູ່ ສິງຄະໂປ ມາເລເຊັຽ ຫຼື ວຽດນາມ.

ໜັງສືພິມ ອີຣາວາດີ ຂອງພະມ້າ ລົງວັນທີ່ 14 ມົກຣາ ໃນຫົວເຣື້ອງວ່າ ວິກິດການ ທາງການເມືອງ ໃນໄທ ເຮັດໃຫ້ ການພັທນາ ໃນພະມ້າ ມີຄວາມສ່ຽງ. ລາຍງານ ທີ່ອ້າງຕາມ ການວິເຄາະ ຂອງ ນັກເສຖສາຕ ປະຈໍາ ບໍຣິສັດນໍ້າມັນວ່າ ສະພາບການ ໃນປະເທດໄທ ເຮັດໃຫ້ການ ປົກຄອງ ໃນບາງກອກ ແລະ ການບໍຣິການພົລເຮືອນອ່ອນເພັຽລົງ.

ແຜນການ ລົງທຶນ ສ້າງທາງ ຣົດໄຟ ຜ່ານເອເຊັຽ ແຜນການ ສ້າງຖນົນ ເຊື່ອມຕໍ່ ຣະຫ່ວາງ ປະເທດ ແລະ ໂຄງການ ກ່ຽວກັບ ເຄມີ ນໍ້າມັນ ຖືກໂຈະ. ຍັງບໍ່ ເທົ່ານັ້ນຍັງເຮັດໃຫ້ແຜນການຮ່ວມມືຣະຫ່ວາງ ພະມ້າ ກັບໄທ ໃນໂຄງການ ສ້າງທ່າເຮືອ ດາເວ ຢູ່ຝັ່ງທະເລ ຕະເວັນອອກ ຂອງ ພະມ້າ ຖືກໂຈະ ເຊັ່ນ ກັນ.

ໃນຈໍານວນ ໂຄງການ ອື່ນໆ ທີ່ຊັກຊ້າ ນັ້ນ ກໍມີ ໂຄງການ ຜລິດເຄມີ ແລະ ປລາສຕິກ ຊນິດຕ່າງໆ ເພື່ອສົ່ງໄປ ຂາຍ ປະເທດຈີນ ແລະ ບັນດາປະເທດ ສະມາຊິກ ອາຊຽນ.ໂຄງການ ສ້າງຖນົນ ແລະ ທາງຣົດໄຟ ເຊື່ອມຕໍ່ ຣະຫ່ວາງ ພະມ້າ ກັບໄທ ຊັກຊ້າລົງ. ຖ້າຫາກວ່າ ໂຄງຮ່າງ ພື້ນຖານ ທີ່ກ່າວມານີ້ ຖືກສ້າງ ສໍາເຣັດ ກໍຈະເຮັດໃຫ້ ການຂົນສົ່ງ ວັດຖຸເຄມີ ແລະ ປລາສຕິກ ທີ່ຜລິດນີ້ ໄປຍັງຫລາຍ ແຂວງ ຂອງ ປະເທດຈີນ ບ່ອນທີ່ ມີການພັທນາຫນ້ອຍ ເຊັ່ນວ່າ ແຂວງຢຸນນານ ແລະ ກວາງສີ ແລະແຫ່ງອື່ນໆ ໃນເອເຊັຽ ຕະເວັນອອກ ສ່ຽງໃຕ້.

ຕາມລາຍງານ ຂອງທ່ານ John Richarsdon  ນັກວິເຄາະ ດ້ານ ອຸດສາຫະກັມ ເຄມີ ນໍ້າມັນ ຣະຫ່ວາງຊາຕ ທີ່ ຂຽນໃຫ້ ບໍຣິສັດ ICIS ແຕ່ວ່າ ແຜນການ ໃໝ່ ຂອງ ຣັຖບານໄທ ທີ່ ຈະສ້າງ ທາງຣົດໄຟ ຄວາມໄວສູງ ເຊື່ອມຕໍ່ ກັບ ລາວ ຈີນ ພະມ້າ ແລະ ມາເລເຊັຽ ຖືກໂຈະ ໄວ້.

ລາຍງານ ໜັງສືພິມ ທຸຣະກິດ ການເງິນ London Financial Times ວ່າ ແຜນການ ລົງທຶນ ໃສ່ໂຄງຮ່າງ ພື້ນຖານ ຂນາດໃຫ່ຽ ທີ່ສຸດ ໃນປວັດສາຕ ຂອງ ຣັຖບານໄທ ທີ່ມີມູນຄ່າ 60,600 ລ້ານ ໂດລາ ສະຫະຣັຖ ຖືກຈໍາກັດ ຈາກ ສະຖານະການ ວິກິດການ ການເມືອງ. ພັກຝ່າຍຄ້ານ ຄືພັກ ປະຊາທິປັດ ອ້າງວ່າ ແຜນການ ດັ່ງກ່າວ ຍັງຂາດ ທິດທາງ ທີ່ ແນ່ນອນ ສະພາ ແຫ່ງຊາຕ ບໍ່ສາມາດ ຕິດຕາມ ໄດ້ຢ່າງ ເຕັມສ່ວນ ແລະ ມີຄວາມສ່ຽງ ໃຫ້ເກີດມີ ການສໍ້ຣາສ ບັງຫລວງ.

ICIS ເວົ້າວ່າ ມັນມີຄວາມ ຕ້ອງການ ໂຄງຮ່າງໃໝ່ ເພື່ອເຮັດໃຫ້ ການເຄື່ອນຍ້າຍ ສິນຄ້າ ຣະຫ່ວາງ ຈີນ ໄທ ພະມ້າ ວຽດນາມ ລາວ ແລະ ກໍາພູຊາ ມີຄວາມ ແນ່ນອນຂຶ້ນ. ຖ້າໂຄງການ ທັງໝົດນີ້ ສໍາເຣັດໄດ້ ຄວາມຝັນ ຂອງໄທ ທີ່ຈະເປັນ ສູນກາງແຫ່ງ ການ ຄົມມະນາຄົມ ກໍຈະເປັນຈິງ. ແຕ່ວ່າ ຄວາມ ວຸ້ນວາຍ ໃນ ປະເທດໄທ ບໍ່ພຽງແຕ່ ຈໍາກັດ ຣາຍການ ຈັບຈ່າຍ ງົບປະມານ ຂອງ ຣັຖບານ ເທົ່ານັ້ນ ແຕ່ມັນ ຍັງເຮັດໃຫ້ ຄ່າຂອງ ເງິນບາດ ຕົກຕໍ່າ ແລະ ເຮັດໃຫ້ ການຄາດຄະເນ ການເຕີບໃຫ່ຽ ຂອງ ເສຖກິດ ສໍາລັບ ປີ 2013 ແລະ 2014 ຫລຸດລົງ. ການປະທ້ວງ ຕໍ່ຕ້ານ ຣັຖບານ ທີ່ບໍ່ຮູ້ວ່າ ຈະສິ້ນສຸດ ມື້ໃດ ເຮັດໃຫ້ ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ມີຄວາມ ກັງວົນ ຫລາຍຂຶ້ນ.

ສໍາລັບ ຢູ່ສປປລາວ ນັ້ນ ທາງການລາວ ກໍມີ ຄວາມກັງວົນ ຢູ່ບໍ່ຫນ້ອຍ ເພາະວ່າ ຣັຖບານລາວ ມີໂຄງການ ຮ່ວມມື ກັບ ຣັຖບານໄທ ຫລາຍໂຄງການ ທີ່ກໍາລັງ ດໍາເນີນຢູ່ ເຊັ່ນວ່າ ໂຄງການ ສ້າງຖນົນ ເລກທີ່ 11 ເລາະແຄມຂອງ ຈາກ ນະຄອນຫລວງ ວຽງຈັນ ໄປຫາ ເມືອງນ່ານ ແຂວງ ຫລວງພຣະບາງ ຜ່ານແຂວງ ໄຊຍະບູຣີ ໂຄງການ ສ້າງຂົວ ມິຕພາບ ຂ້າມນໍ້າຂອງ ແຫ່ງທີ່ 5 ແລະ ທີ 6 ໂຄງການ ສ້າງທາງ ຣົດໄຟ ເຊື່ອມຕໍ່ ຈາກ ທ່ານາແລ້ງ ໄປຫາ ກາງ ເມືອງ ນະຄອນຫລວງ ວຽງຈັນ ແລະ ໂຄງການ ຮ່ວມມື ອື່ນໆ.

ເຖິງແມ່ນວ່າ ສະຖານະການ ຄວາມ ບໍ່ສງົບ ເກີດຂື້ນ ຢູ່ພາຍໃນ ບາງກອກ ກໍດີ ແຕ່ ຜົນກະທົບ ທີ່ລາວໄດ້ ຮັບໂດຍກົງ ແມ່ນຣາຍການ ທ່ອງທ່ຽວ ຂອງ ຊາວ ຕ່າງປະເທດ ຈາກ ຢູໂຣບ ອະເມຣິກາ ແລະ ບາງປະເທດ ໃນເອເຊັຽ ທີ່ໃຊ້ສາຍ ການບິນ ຜ່ານສນາມບິນ ນານາຊາຕ  ສຸວັນນະພູມ ຂອງໄທ ເພື່ອເດີນທາງ ຕໍ່ໄປຍັງ ແຫ່ລງທ່ອງທ່ຽວ ຂອງລາວ ໂດຍສະເພາະ ຫລວງພຣະບາງ ແລະ ວຽງຈັນ ມີຫນ້ອຍລົງ ເພາະວ່າ ນັກທ່ອງທ່ຽວ ຈໍານວນນຶ່ງ ທີ່ ຈອງ ຣາຍການ ທ່ອງທ່ຽວ ໄປແລ້ວນັ້ນ ໄດ້ຍົກເລີກ ການເດີນທາງ.

ໄທ ແລະພະມ້າ ຮ່ວມກັນ ລົງທຶນສ້າງ ທ່າກໍາປັ່ນ ດາເວ ແລະເຂດອຸດສາຫະກັມໃຫ່ຽໂດຍມີ ຈຸດປະສົງ ດຶງດູດ ເອົາການລົງທຶນ ຈາກ ປະເທດ ຍີ່່ປຸ່ນ. ໃນ ຄວາມຈິງ ນັ້ນ ພະມ້າ ອີງຕໍ່ໄທ ຫລາຍທີ່ສຸດ ໃນການສ້າງ ໂຄງຮ່າງ ການຄົມມະນາຄົມ ທາງບົກ ເພື່ອເຊື່ອມຕໍ່ ທ່າເຮືອ ດາເວ ກັບປະເທດ ໃນເອເຊັຽ ທາງຖນົນ ແລະ ທາງລົດໄຟ ຕາມການ ເປີດເຜີຽ ຂອງ ບໍຣິສັດ ທີ່ປືກສາ ດ້ານພລັງງານ ແລະ ອຸດສສຫະກັມ Collins Reynolds ທີ່ມີ ສໍານັກງານ ຢູ່ ບາງກອກ.

ບໍຣິສັດ ທີ່ປືກສານີ້ ເວົ້າວ່າ ທັງພະມ້າ ແລະໄທ ຕ້ອງການ ຜູ້ລົງທືນ ຜູ້ທີ່ສາມ ແມ່ນແທ້ ຍີ່ປຸ່ນ ເພື່ອເຮັດ ໃຫ້ໂຄງການ ທ່າເຮືອດາເວ ແລະ ເຂດ ອຸດສາຫະກັມ ເກີດຂຶ້ນ. ອົງການ ການຄ້າ ຕ່າງປະເທດ ຂອງຍີ່ປຸ່ນ  ETO  ບອກແຈ້ງ ແລ້ວວ່າ ຢາກເຫັນ ໂຄງຮ່າງ ພື້ນຖານ ນີ້ເກີດຂຶ້ນ ແລະເຊື່ອມຕໍ່ ກັບປະເທດ ອື່ນ ເສັຽກ່ອນ ກ່ອນຍີ່ປຸ່ນ ຈະຕັດສີນໃຈ ມາລົງທຶນ.

ປັດຈຸບັນ ຣັຖບານ ຮັກສາການ ຂອງ ຍານາງ ຢິ້ງລັກ ຊິນນະວັດ ເຮັດຫຍັງ ໄປຕື່ມບໍ່ໄດ້ ເພາະວ່າ ຖນົນ ໃນບາງກອກ ຖືກຝ່າຍ ປະທ້ວງ ຕໍ່ຕ້ານຣັຖບານ ປິດຕັນ ເກືອບໝົດແລ້ວ ກ່ອນວັນທີ່ 2 ກຸມພາ ທີ່ປະເທດໄທ ຈະມີການ ເລືອກຕັ້ງ ທົ່ວປະເທດ. ນອກນັ້ນ ສານຂອງໄທ ໄດ້ສັ່ງໂຈະ ການຈ່າຍເງິນ ງົປມານ ໂຄງການ ຕ່າງໆ ໃຫ້ຣັຖບານ ຮັກສາການ ແລະ ຍັງບໍ່ມີຜູ້ໃດ ບອກໄດ້ວ່າ ການເລືອກຕັ້ງ ໃນວັນທີ່ 2 ກຸມພາ ນີ້ ຈະຜ່ານພົ້ນໄປ ໂດຍດີຫລືບໍ່.

ຢູ່ໃນໂຄງການ ສ້າງສາ ທ່າເຮືອ ດາເວ ນັ້ນ ຍັງມີ ທ່າເຮືອ ສໍາລັບ ສົ່ງນໍ້າມັນ ໂຮງງານ ກັ່ນນໍ້າມັນ ໂຮງງານ ຫລອມເຫລັກ ໂຮງງານເຄມີ ນໍ້າມັນ ສະຖານີ ແຈກຈ່າຍ ພລັງງານ ໄຟຟ້າ ຂນາດໃຫ່ຽ ແລະ ໂຄງການ ຍ່ອຍອີກ. ແຜນການ ຂອງໄທ ທີ່ຈະເຊື້ອເຊີນ ນັກລົງທຶນ ຕ່າງປະເທດເຂົ້າມາ ປະມູນ ຂຸດຄົ້ນ ນໍ້າມັນ ແລະ ແກສ ທັມຊາຕ ໃນອ່າວທະເລ ຂອງໄທ ນັ້ນ ປາກົດວ່າ ຍັງບໍ່ມີ ຄວາມຄືບໜ້າ ໃນປີນີ້ ຍ້ອນວ່າ ປະຊາຊົນ ຄັດຄ້ານ ຫລັງຈາກ ເກິດນໍ້າມັນ ຮົ່ວໄຫລ ຢູ່ໃນອ່າວ ເມື່ອກາງປີ ກາຍນີ້.

ບໍຣິສັດ ທີ່ປືກສາ ພລັງງານ ແລະ ອຸດສາຫະກັມ Collins Reynolds ກ່າວວ່າ ຖ້າຫາກວ່າ ມີການເຍີ້ນ ເວລາໄປ ເລື້ອຍໆຍ້ອນ ສະຖານະການ ທາງ ການເມືອງ ນີ້ ອາດເຮັດໃຫ້ ບໍຣິສັດ ລົງທຶນ ປ່ຽນໃຈ ໄປລົງທຶນ ຢູ່ຝັ່ງທະເລ ຂອງ ພະມ້າ ກໍເປັນໄດ້.

ດັ່ງທີ່ ລາຍງານ ຂອງ ICIS  ໄດ້ກ່າວໄປ ແລ້ວນັ້ນວ່າ ມັນມີຄວາມ ຈໍາເປັນ ທີ່ຕ້ອງມີ ໂຄງຮ່າງ ການ ຄົມມະນາຄົມ ຣະຫ່ວາງ ຈີນ ໄທ ພະມ້າ ວຽດນາມ ລາວ ແລະ ກໍາພູຊາ ເພື່ອເຮັດໃຫ້ ການໄຫລ ຂອງສິນຄ້າ ໃນບັນດາ ປະເທດ ເອເຊັຽ ເປັນໄປ ດ້ວຍດີ ແລະ ແນ່ນອນ. ແຕ່ຖ້າວ່າ ຊັກຊ້າໄປ ເລື້ອຍໆນີ້ ກໍເຮັດໃຫ້ ການພັທນາ ໂຄງຮ່າງ ພື້ນຖານ ຢູ່ໃນປະເທດ ເພື່ອນບ້ານ ຊັກຊ້າ ໄປເລື້ອຍໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.