ວຽດນາມ ຕັດສິນຈຳຄຸກ ນັກເຄື່ອນໄຫວ ຊົນເຜົ່າກຸ່ມໜ້ອຍ
2022.05.28
ທ່ານ Y Wo Nie ນັກເຄື່ອນໄຫວເພື່ອປະຊາທິປະໄຕ ຖືກທາງການວຽດນາມຕັດສິນຈໍາຄຸກເປັນເວລາ 4 ປີ ໃນຂໍ້ຫາໃຊ້ສິດເສຣີພາບ ແລະປະຊາທິປະຕັຍ ໄປໃນທາງທີ່ບໍ່ຖືກຕ້ອງ, ຜິດກົດໝາຍອາຍາວຽດນາມ ມາຕຣາ 331 ຊຶ່ງຫ້າມບໍ່ໃຫ້ພົລເຮືອນໃຊ້ສິດ ເສຣີພາບ ແລະປະຊາທິປະຕັຍ ໄປໃນທາງທີ່ລະເມີດ ຜົລປໂຍດຂອງຣັຖ ແລະຜົລປໂຍດຂອງອົງການຈັດຕັ້ງ ຫລືສ່ວນບຸກຄົນ ທີ່ຊອບດ້ວຍກົດໝາຍ. ທາງການວຽດນາມເວົ້າວ່າ ການຕັດສິນລົງໂທດນັ້ນ ເປັນໄປຕາມລະບຽບກົດໝາຍ ແຕ່ຝ່າຍທີ່ບໍ່ເຫັນພ້ອມນໍາຕ່າງກໍເວົ້າວ່າ ທາງການວຽດນາມ ໃຊ້ອໍານາດຮຸນແຮງຫລາຍໂພດ ເກີນໄປຕໍ່ຜູ້ທີ່ຄັດຄ້ານ ມີຄວາມເຫັນຕ່າງ. ທ່ານ Vo Ngoc Luc ນັກເຄື່ອນໄຫວເພື່ອປະຊາທິປະໄຕ ໄດ້ຕິດຕາມຄະດີ ທີ່ສານເມືອງ Cu Kuin ແຂວງ Dak Lak ໄດ້ຕັດສິນຈໍາຄຸກທ່ານ Y Wo Nie ນັ້ນ.
ອົງການຈັດຕັ້ງເພື່ອສິດທິມະນຸສ ໄດ້ພາກັນຕໍານິກົດໝາຍວຽດນາມ ທີ່ອໍານວຍໃຫ້ເຈົ້າໜ້າທີ່ທາງການປາບປາມ ພວກວິພາກ-ວິຈານ ຣັຖບານທຸກຄົນ, ອີງຕາມ ຣາຍງານຂ່າວຂອງວິທຍຸເອເຊັຽເສຣີ ຜແນກພາສາວຽດນາມ ໃນມື້ວັນທີ 20 ພຶສພານີ້.
ທ່ານ Y Wo Nie ໄດ້ເຂົ້າຮ່ວມການຝຶກອົບຮົມທາງອອນລາຍນ໌ ຫລາຍຫລັກສູດ ທີ່ທາງການວຽດນາມເອີ້ນວ່າ ແມ່ນກໍາລັງປະຕິການຈັດຂຶ້ນ. ການຝຶກອົບຮົມທີ່ວ່ານັ້ນ ມີທັງບົດຮຽນກ່ຽວກັບຄວາມເຊື່ອຖືສາສນາ, ກົດໝາຍແພ່ງຂອງວຽດນາມ, ກົດໝາຍສາກົນວ່າດ້ວຍສິດທິມະນຸສ, ປະສົບການຂອງຊາວ Montagnard ໃນວຽດນາມ ແລະວິທີການບັນທຶກເຣື່ອງການລະເມີດສິດທິມະນຸສ, ອີງຕາມການຣາຍງານຂ່າວອອນລາຍນ໌ Congly ຊຶ່ງເປັນກະບອກສຽງ ຂອງສານປະຊາຊົນສູງສຸດວຽດນາມ.
ທ່ານ Vo Ngoc Luc ເວົ້າວ່າ ການຮຽນຮູ້ເຣື່ອງສິດທິມະນຸສ ເປັນເຣື່ອງທີ່ດີຫລາຍ. ນັ້ນຄືສິ່ງທີ່ທ່ານບອກໃຫ້ເຈົ້າໜ້າທີ່ປ້ອງກັນຄວາມສງົບ ທີ່ທ່ານໄດ້ພົບພໍ້ຮູ້ ແລະວ່າ ເຈົ້າໜ້າທີ່ທາງການບໍ່ສາມາດຕັດສິນລົງໂທດ ຜູ້ທີ່ຮຽນຮູ້ທາງອອນລາຍນ໌ ກ່ຽວກັບເຣື່ອງສິດທິມະນຸສໄດ້.
ທ່ານ Luc ກ່າວຕື່ມວ່າ ອັຍການລົ້ມແຫລວໃນການໃຫ້ຫລັກຖານ ສນັບສນູນຂໍ້ກ່າວຫາ ເອົາຜິດທ່ານ Nie ຄັ້ງທີ 2 ຍ້ອນວ່າອັຍການໃຫ້ຂໍ້ມູນເທັດ ແລະຂໍ້ກ່າວຫາທີ່ວ່ານັ້ນ ເປັນຂໍ້ກ່າວຫາທົ່ວໄປທັງໝົດ ແລະເປັນຂໍ້ກ່າວຫາທີ່ຄຸມເຄືອ ຊຶ່ງການຕັດສິນລົງໂທດໜັກເກີນໄປນັ້ນ ມັນກໍຜິດ, ມັນບໍ່ມີຂໍ້ມູນທີ່ເປັນຈິງ. ຖ້າຫາກພວກເຮົາຢູ່ໃນໂລກທີ່ສິວິໄລ ໃນການພິຈາລະນາຄະດີ ສານວຽດນາມກໍຄົງປະກາດ ຄວາມບໍຣິສຸດຂອງທ່ານ Nie ແລະປ່ອຍທ່ານໃຫ້ເປັນອິສຣະ ແລະໜ່ວຍງານທີ່ສືບສວນ, ສອບສວນ ກໍຄວນຈະຂໍໂທດທ່ານ.
ໃນການຟ້ອງຮ້ອງ, ອັຍການປະຊາຊົນເມືອງ Cu Kuin ເວົ່າວ່າ ໃນປີ 2020 ທ່ານ Y Wo Nie ໄດ້ຮວບຮວມຂໍ້ມູນທີ່ບິດເບືອນ, ບໍ່ມີຄວາມຈິງ ແລະເຮັດຣາຍງານກ່ຽວກັບການລະເມີດສິດທິມະນຸສ 3 ສະບັບ ແລ້ວສົ່ງໄປໃຫ້ “ກໍາລັງປະຕິການຢູ່ຕ່າງປະເທດ” ຜ່ານທາງ WhatsApp.
ຄໍາຟ້ອງຮ້ອງທີ່ວ່ານັ້ນ ຍັງເວົ້າຕື່ມວ່າ ທ່ານ Nie ໄດ້ພົບພໍ້ກັບຄະນະຜູ້ແທນຈາກສະຖານທູດ ແລະກົງສຸນໃຫຍ່ສະຫະຣັຖ ປະຈໍາວຽດນາມ ໃນເວລາທີ່ຄະນະຜູ້ແທນໄປຢ້ຽມຢາມແຂວງ Gia Lai ເມື່ອເດືອນມິຖຸນາ ປີ 2020.
ຜູ້ພິພາກສາສານປະຊາຊົນເມືອງ Cu Kuin ສຣຸບວ່າ ການກະທໍາຂອງທ່ານ Nie ມີຜົລກະທົບຕໍ່ຄວາມປອດພັຍ ແລະຕໍ່ຄວາມເປັນລະບຽບຮ້ອຍຂອງສັງຄົມ, ຕໍ່ຄວາມໝັ້ນຄົງທາງການເມືອງ ແລະຕໍ່ການເຄື່ອນໄຫວ ຂອງໜ່ວຍງານປົກຄອງຂອງຣັຖບານ ແລະເປັນການທໍາລາຍ ຄວາມເຊື່ອໝັ້ນຕໍ່ຣະບອບການປົກຄອງຂອງວຽດນາມ ທັງຢູ່ພາຍໃນ ແລະຕ່າງປະເທດ.
ເວລາທີ່ທ່ານ Nie ຖືກຈັບເຂົ້າຄຸກຄຸມຂັງເມື່ອເດືອນກັນຍາ ປີ 2020, ເຈົ້າໜ້າທີ່ຕໍາຣວດເມືອງ Cu Kuin ເວົ້າວ່າ ໄດ້ຍຶດເອກກະສານ ທີ່ມີເນື້ອໃນບໍ່ມີຄວາມເປັນຈິງໄດ້ຫລາຍສະບັບ ແລະຮູບພາບໝິ່ນປະໝາດ ກຽດສັກສີຂອງພັກ, ຣັຖ, ອໍານາດການປົກຄອງທ້ອງຖິ່ນ ແລະກໍາລັງປ້ອງກັນຄວາມສງົບວຽດນາມ ຢູ່ເມືອງ Cu Kuin ແລະຢູ່ແຂວງ Dak Lak.
ກ່ອນໜ້າການຖືກຈັບກຸມເມື່ອເດືອນກັນຍາ ປີ 2020 ທ່ານ Nie ໄດ້ຖືກລົງ ໂທດຈໍາຄຸກເປັນເວລາ 9 ປີ ໃນຂໍ້ຫາໂຈມຕີນະໂຍບາຍກ່ຽວກັບຄວາມເປັນເອກກະພາບແຫ່ງຊາດວຽດນາມ.
ໃນໄລຍະບໍ່ຫລາຍສິບປີຜ່ານມານີ້ ຊົນກຸ່ມໜ້ອຍຫລາຍກຸ່ມຢູ່ຕາມເຂດພູດອຍ ໃນພາກກາງວຽດນາມ ຮວມທັງຊົນເຜົ່າ Montagnards ຖືກທາງການວຽດ ນາມຂົ່ມເຫັງເຕັງເຕັກ ຍ້ອນຄວາມເຊື່ອຖືສາສນາຂອງພວກເຂົາເຈົ້າ, ທີ່ດິນຂອງພວກເຂົາເຈົ້າຖືກທາງການຍຶດເອົາ ໂດຍໃຫ້ຄ່າຕອບແທນຄວາມເສັຍຫາຍໜ້ອຍ, ບໍ່ເປັນທໍາ ແລະການປາບປາມຂອງທາງການ ວຽດນາມຕໍ່ພວກເຂົ້າເຈົ້ານັ້ນ ມີແນວໂນ້ມຮຸນແຮງຂຶ້ນນັບມື້ ເມື່ອພວກເຂົາເຈົ້າພະຍາຍາມຕອບໂຕ້ ການກະທໍາອັນໂຫດຮ້າຍ ຂອງທາງການນັ້ນຄືນ ແລະເມື່ອພວກເຂົາເຈົ້າຣາຍງານ ກ່ຽວກັບການລະເມີດສິດທິມະນຸສ ຢູ່ວຽດນາມ, ອີງຕາມຄໍາເວົ້າຂອງບັນດານັກເຄື່ອນໄຫວ ຕົວຕັ້ງຕົວຕີວຽດນາມ.
ບໍ່ພຽງເທົ່ານັ້ນ ຢູ່ປະເທດວຽດນາມ ທີ່ມີການປົກຄອງດ້ວຍລະບອບຜະເດັດການ ຂອງພັກຄອມມິວນິສວຽດນາມ ແມ່ນແຕ່ພວກທະນາຍຄວາມເອງ ກໍຍັງຖືກທາງການລ່ວງລະເມີດສິດ ແລະໜ້າທີ່ໃນການປະຕິບັດກົດໝາຍ ປົກປ້ອງລູກຄວາມຂອງຕົນ. ທະນາຍຄວາມວຽດນາມເວົ້າວ່າ ຄວາມສາມາດໃນການປົກປ້ອງ ລູກຄວາມຂອງຕົນໃນສານ ແມ່ນກໍາລັງຖືກຄຸກຄາມ ແລະຖືກທໍາຮ້າຍຮ່າງກາຍ ຊຶ່ງທະນາຍຄວາມເອງ ກໍປະເຊີນ ແລະມັກຕົກຢູ່ໃນກໍາມື ຂອງເຈົ້າໜ້າທີ່ຣັຖຢູ່ສເມີ. ເຈົ້າໜ້າທີ່ທາງການວຽດນາມ ສ່ວນນຶ່ງກໍບໍ່ເຫັນຄວາມສໍາຄັນ ຂອງທະນາຍຄວາມ ໂດຍຄິດວ່າທະນາຍຄວາມ ເຮັດໃຫ້ການສືບສວນ-ສອບສວນຄະດີ ຫຍຸ້ງຍາກຫລາຍຂຶ້ນ.
ທະນາຍຄວາມ ຝ່າຍຈໍາເລີຍໃນຄະດີແພ່ງ ແລະຜູ້ທີ່ຖືກຕັ້ງຂໍ້ກ່າວຫາທາງການເມືອງ ເວົ້າວ່າພວກເຂົ້າເຈົ້າ ບໍ່ພຽງແຕ່ປະເຊີນກັບອຸປະສັກ ຕາມປົກກະຕິໃນການປະຕິບັດງານ ຢູ່ປະເທດວຽດນາມ ທີ່ມີປະວັດທຸຈຣິດ ສໍ້ຣາສບັງຫລວງມາດົນນານ ຄືການກັກຂັງລູກຄວາມ ກ່ອນຈະມີການພິຈາຣະນາຄະດີເປັນເວລາດົນນານ, ການຂົ່ມຂູ່ພະຍານ ແລະຕັ້ງຂໍ້ກ່າວຫາທີ່ມີເຣື່ອງການເມືອງ ມາກ່ຽວຂ້ອງເທົ່ານັ້ນ ແຕ່ພວກເຂົາເຈົ້າຍັງຖືກຂົ່ມຂູ່, ຖືກຂູ່ຂວັນ, ຖືກຕໍາຣວດ ແລະເຈົ້າໜ້າທີ່ ສອບສວນ ທີ່ຕ້ອງການໃຫ້ພວກຈໍາເລີຍຖືກສານຕັດສິນວ່າ ໄດ້ກະທໍາຄວາມຜິດນັ້ນ ຕົບຕີນໍາດ້ວຍ.
ທະນາຍຄວາມ Le Hoang Tung ຈາກສໍານັກງານກົດໝາຍ Everest ໄດ້ຍື່ນຄໍາຮ້ອງຮຽນຕໍ່ພາກສ່ວນ ທາງການທີ່ກ່ຽວຂ້ອງ ພາຍຫລັງທີ່ທ່ານຖືກເຈົ້າໜ້າທີ່ສືບສວນ ທໍາຮ້າຍຮ່າງກາຍ ໃນເດືອນພຶສພານີ້ ຂະນະທີ່ທ່ານພົບພໍ້ກັບເຈົ້າໜ້າທີ່ ຕໍາຣວດຢູ່ນະຄອນໂຮຈິມິນ.
ແຕ່ຕໍາຣວດເມືອງ ປະຕິເສດຂໍ້ກ່າວຫາທີ່ວ່ານັ້ນ ໂດຍເວົ້າວ່າເຈົ້າໜ້າທີ່ ສອບສວນບໍ່ໄດ້ທໍາຮ້າຍທະນາຍຄວາມ Le Hoang Tung ແລະວ່າທະນາຍຄວາມ ໄດ້ຮັບບາດເຈັບ ຍ້ອນເຂົາມື່ນ ແລະລົ້ມ. ແຕ່ຕໍາຣວດບໍ່ສາມາດອະທິບາຍໄດ້ວ່າ ເປັນຫຍັງຈຶ່ງມີຮອຍເກີບຢູ່ເທິງເສື້ອຂອງທ່ານ Tung ຊຶ່ງເປັນຫລັກຖານຢືນຢັນວ່າ ເຈົ້າໜ້າທີ່ສອບສວນເຕະທະນາຍຄວາມ.
ເພື່ອເປັນການຕອບໂຕ້ ຄໍາປະຕິເສດຂອງຕໍາຣວດ ຄືທີ່ວ່ານັ້ນ ສະຫະພັນທະ ນາຍຄວາມວຽດນາມ ຊຶ່ງເປັນອົງການປົກປ້ອງສິດທິ ຂອງທະນາຍຄວາມ ກໍໄດ້ຍື່ນຄໍາຮ້ອງຕໍ່ຕໍາຣວດ ຂໍໃຫ້ກວດສອບເຫດການທີ່ເກີດຂຶ້ນ ແລະລົງໂທດຜູ້ທີ່ລະເມີດສິດທິຂອງທະນາຍຄວາມ ຫລືຜູ້ທີ່ກໍ່ກວນບໍ່ໃຫ້ທະນາຍຄວາມ ສາມາດປະຕິບັດໜ້າທີ່ວຽກງານ ປົກປ້ອງລູກຄວາມຂອງຕົນ ຕາມລະບຽບກົດໝາຍໄດ້.
ທະນາຍຄວາມ Nguyen Van Hau ສະມາຊິກຜູ້ປະຈໍາການຂອງສະຫະພັນທະນາຍຄວາມວຽດນາມ ກ່າວຕໍ່ວິທຍຸເອເຊັຽເສຣີ ເມື່ອວັນທີ 19 ພຶສພານີ້ວ່າ ທາງອົງການຂອງພວກທ່ານ ໄດ້ສົ່ງຄໍາຮຽກຮ້ອງໄປຍັງຫົວໜ້າຕໍາຣວດ ນະຄອນໂຮຈິມິນ ແລະອັຍການ ເພື່ອຂໍຄໍາຕອບກ່ຽວກັບເຣື່ອງທີ່ວ່ານັ້ນ ໃຫ້ມວນຊົນຮູ້ ແລະຂໍໃຫ້ແກ້ໄຂກໍຣະນີທີ່ເກີດຂຶ້ນ ຕາມລະບຽບກົດໝາຍ. ທ່ານເວົ້າວ່າ ໃນສ່ວນຂອງສະຫະພັນທະນາຍຄວາມ ວຽດນາມ ພວກທ່ານຈະຕິດຕາມຄະດີນີ້ ແລະປົກປ້ອງສິດທິ ທີ່ຖືກຕ້ອງຕາມກົດໝາຍຂອງທະນາຍຄວາມ ໃນຂະບວນການກົດໝາຍ.
ທ່ານ Hau ກ່າວວ່າ ກົດໝາຍວ່າດ້ວຍທະນາຍຄວາມຂອງວຽດນາມ ຮັບປະ ກັນໃຫ້ທະນາຍຄວາມ ມີສິດມີສ່ວນຮ່ວມໃນຂະບວນການຕ່າງໆ ທາງກົດໝາຍ, ໃຫ້ບໍຣິການທາງກົດໝາຍ ແລະປົກປ້ອງຄວາມຍຸຕິທໍາ, ປົກປ້ອງສິດ ແລະຜົລປໂຍດອັນຊອບທັມ ຂອງສ່ວນບຸກຄົນ ແລະອົງການຈັດຕັ້ງ ແລະສິດທິຂອງພົລເມືອງ ໃນການເຂົ້າເຖິງກົດໝາຍ ເພື່ອຄວາມມີປະຊາທິປະຕັຍ ແລະສິດເສຣີພາບ ແລະກໍບໍ່ມີຜູ້ໃດສາມາດ ລະເມີດສິດທິເຫລົ່ານັ້ນໄດ້.
ທ່່ານເວົ້າວ່າ ຄະດີຂອງທ່ານ Le Hoang Tung ເບິ່ງຄືວ່າຈະກ່ຽວຂ້ອງກັບການກະທໍາຄວາມຜິດ ຂອງບຸກຄົນພຽງຜູ້ດຽວ. ແຕ່ບາງຄັ້ງ ພາຍຫລັງທະນາຍຄວາມ ຍົກບັນຫາຂຶ້ນ ທັງ 2 ຝ່າຍ ທັງທະນາຍຄວາມ ແລະພວກສືບສວນ-ສອບສວນ ກໍເຣີ່ມໂຕ້ຖຽງກັນ ແລະຫລັງຈາກນັ້ນ ພວກສືບສວນ-ສອບສວນ ກໍຄຸມໂຕເອງບໍ່ໄດ້. ຕາມຣັຖທັມມະນູນວຽດນາມ ຮ່າງກາຍຂອງພົລເມືອງທຸກຄົນ ແມ່ນຈະບໍ່ມີການລ່ວງລະເມີດໄດ້.
ໃນຫລາຍປີທີ່ຜ່ານມາ ທະນາຍຄວາມຄົນອື່ນໆອີກ ກໍຖືກທໍາຮ້າຍຮ່າງກາຍ. ເປັນຕົ້ນໃນເດືອນພຶສຈິກາ 2015, ທະນາຍຄວາມ Tran Thu Nam ແລະ Le Van Luan ຖືກກຸ່ມຄົນ 8 ຄົນໃສ່ໜ້າກາກ ເຂົ້າລຸມຕີ ຂະນະທີ່ພວກເຂົາເຈົ້າໄປຢ້ຽມຢາມ ທ່ານ Do Thi Mai ຊຶ່ງລູກຊາຍຂອງທ່ານຊື່ Do Dang Dung ຖືກຕີຈົນຕາຍ ຢູ່ສູນກັກຂັງຊົ່ວຄາວ ຊຶ່ງເມື່ອກ່ອນໜ້ານັ້ນ Do Thi Mai ເວົ້າວ່າ ຕໍາຣວດ ກຸງຮ່າໂນ່ຍ ບັງຄັບໃຫ້ເຂົາບໍ່ໃຫ້ເຂົາ ຫາທະນາຍຄວາມມາສູ້ຄະດີໃຫ້. ທີ່ເວົ້າມານັ້ນ ຄືການປະຕິບັດງານ ຂອງຕໍາຣວດ ແລະອັຍການວຽດນາມ ທີ່ມີຕໍ່ທະນາຍຄວາມ, ລູກຄວາມ ແລະຜູ້ທີ່ຖືກທາງການກ່າວຫາ ທີ່ບໍ່ມີຄວາມເປັນທັມ ແລະສານກໍຕ້ອງໄດ້ພິຈາຣະນາ ຕັດສິນຄະດີໄປຕາມນັ້ນ. ສະບາຍດີ