ວຽດນາມ ຫ້າມສື່ ລົງຂ່າວການຕາຍ ຂອງນັກກະວີ ຊື່ດັງວຽດນາມ

0:00 / 0:00

ທາງການວຽດນາມມີຄໍາສັ່ງ ໃຫ້ສື່ມວນຊົນ ລົບຂ່າວການຕາຍ ຂອງນັກວິຈານທາງ​ດ້ານ ວັນ​ນະ​ຄະ​ດີຊາວວຽດນາມ ອອກ​ຈາ​ກ​ເພ​ຈ​ຂ່າວ ຂອງ​ສຳ​ນັກ​ຂ່າວ​ຕ່າງໆ ໃນ​ວຽດ​ນາມ. ນັກ​ກະວີ ຄົນ​ດັ່ງ​ກ່າວ ຊື່​ວ່າ ທ່ານ ແດງ ຕຽນ ໄດ້ເສັຽຊີວິດ ແລະ ທາງການວຽດນາມ ຫ້າມບໍ່ໃຫ້ສື່ມວນຊົນຣາຍງານ ການຕາຍຂອງລາວ ຍ້ອນວ່າ ລາວເປັນສະມາຊິກ ອົງການຈັດຕັ້ງດ້ານວັນນະຄະດີ ທີ່ຣັຖບານວຽດນາມ ເຫັນວ່າ ເປັນກຸ່ມຕໍ່ຕ້ານ ຣັຖບານວຽດນາມ ອີງຕາມຂໍ້ມູນ ຈາກແຫຼ່ງຂ່າວພາຍໃນປະເທດວຽດນາມ.

ທ່ານ ແດງ ຕຽນ ເປັນທີ່ຮູ້ຈັກກັນດີ ທີ່ໄດ້ຂຽນປຶ້ມທີ່ຊື່ວ່າ ໂລກແຫ່ງກະວີ ໄດ້ເສັຽຊີວິດ ຢູ່ປະເທດຝຣັ່ງ ໃນໄວອາຍຸ 83 ປີ.​

ທ່​ານ​ໄດ້ເຣີ່ມງານຂຽນຂອງທ່ານ ໃນຂະນະທີ່ ທ່ານ ໄດ້ສຶກສາຢູ່ເມືອງໄຊງ່ອນ ພາກໃຕ້ຂອງວຽດນາມ ເຊິ່ງປັດຈຸບັນ ປ່ຽນຊື່ເປັນ ເມືອງໂຮຈິມິນ ຊີຕີ້ ໃນປີ 1960​.

ທ່ານ ໄດ້ ອອກຈາກປະເທດວຽດນາມ ໄປຢູ່ນະຄອນຫຼວງ ປາຣີ ໃນປີ 1966 ແລະ ໄດ້ສອນວັນນະຄະດີ ຢູ່ມະຫາວິທະຍາໄລ ປາຣີ ຈາກປີ 1969-2005.

ທ່ານ ແດງ ຕຽນ ເປັນສະມາຊິກ ສະມາຄົມວັນນະຄະດີ ອິດສະຫຼະ ເຊິ່ງໄດ້ສ້າງຕັ້ງຂຶ້ນ ໃນປີ 2014 ໂດຍ ມີສະມາຊິກທັງໝົດ 60 ທ່ານ.

ສະມາຊິກໄດ້ ກ່າວວ່າ ທາງການວຽດນາມ ໄດ້ມາຄຸກຄາມ ທ່ານ ແດງ ຕຽນ ແລະ ສື່ມວນຊົນຂອງຣັຖບານວຽດນາມ ໄດ້ຣາຍງານວ່າ ສະມາຄົມດັ່ງກ່າວ ເປັນອົງການຈັດຕັ້ງ ທີ່ຜິດກົດໝາຍ ທີ່ຖືກສ້າງຕັ້ງຂຶ້ນໂດຍກຸ່ມ ຕໍ່ຕ້ານພັກຄອມມູນິສຕ໌ ວຽດນາມ ແລະ ຣັຖບານວຽດນາມ.

ທ່ານ Hoang Dung ສາສຕຣາຈານ ແລະ ທັງສະມາຊິກ ຂອງກຸ່ມ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ຜແນກພາສາວຽດນາມ ວ່າ “ນັ້ນຄືເຫດຜົລ ທີ່ກົມໂຄສະນາອົບຮົມ ຂອງຄະນະກັມມະການ ພັກເມືອງໂຮຈິມິນ ຊີຕີ້ ໄດ້ອອກຄໍາສັ່ງໄປຫາສໍານັກຂ່າວ ເພື່ອໃຫ້ລົບຂ່າວການຕາຍຂອງ ທ່ານ ແດງ ຕຽນ ອອກຈາກເວບໄຊ້ທ໌ ຂ່າວ.”

ທ່ານ Hoang Dung ກ່າວວ່າ ຂ້ອຍໄດ້ຂໍ້ມູນຈາກ ໝູ່ນັກຂ່າວ ແລະ ໄດ້ອ່ານຄໍາສັ່ງດັ່ງກ່າວ. ທ່ານ ກ່າວວ່າ ກ່ຽວກັບ ທ່ານ ແດງຕຽນ ຜູ້ທີ່ໄດ້ເສັຽຊີວິດໄປ ໃນປະເທດຝຣັ່ງ, ສໍານັກຂ່າວ ໄດ້ຮັບຄໍາສັ່ງ ບໍ່ໃຫ້ຣາຍງານຂ່າວ ການເສັຽຊີວິດຂອງທ່ານ ຍ້ອນວ່າ ທ່ານເປັນສະມາຊິກ ກຸ່ມ​ຕໍ່​ຕ້ານຣັຖບານວຽດນາມ.

ການຣາຍງານຂ່າວ ກ່ຽວກັບການເສັຽຊີວິດ ຂອງທ່ານ ຈະບໍ່ປະກົດຢູ່ໃນໜ້າຂ່າວ ຂອງສໍານັກຂ່າວ ຢູ່ໃນໜັງສືພິມແມ່ຍິງແລະ ໜັງສືພິມຊາວໜຸ່ມ ຢູ່ເມືອງໂຮຈິມິນ, ແຕ່ ສໍານັກຂ່າວທີ່ເປັນຂອງຣັຖບານວຽດນາມ ເຊັ່ນ VnExpress, ໜັງ​ສື​ພິມ​ກິ​ລາ ແລະ ວັດ​ທະ​ນະ​ທັມ ກໍ​ຍັງ​ຄົງ​ຮັກ​ສາ​ຂ່າວ​ນັ້ນ​ໄວ້ ໃນ​ຕອນ​ແລງ​ຂອງວັນ​ສຸກ​ທີ່​ຜ່ານ​ມາ.

ໜັງ​ສື​ພິມ​ຊາວ​ໜຸ່ມ​ທີ່​ຊື່​ວ່າ Tuoi Tre ທີ່​ເປັນ​ປາກ​ກະ​ບອກ​ສຽ​ງ​ ຂອງ​ສະ​ຫະ​ພັນ​ຊາວ​ໜຸ່ມ​ວຽດ​ນາມ, ແລະ ໜັງ​ສື​ພິມແມ່​ຍິງ​ເມືອງ​ໂຮ​ຈິ​ມິນ ເປັນ​ກະ​ບອກ​ສຽງ ​ຂອງຄະ​ນະ​ກັມ​ມະ​ການ​ພັກ​ເມືອງ. ໜັງ​ສື​ພິມ​ຊາວ​ໜຸ່ມ ທີ່ຊື່​ວ່າ Tanh Nienh ຽນ ກໍ​ໄດ້​ລົບ​ຣາຍ​ງານ​ຂ່າວ​ດັ່ງ​ກ່າວ ​ອອກ​ຈາກ​ເວບ​ໄຊ້ ເຖິງວ່າ ຄ​ະ​ນະ​ກັມມະ​ການ​ພັກ ຈະ​ບໍ່​ເຂົ້າ​ມາ​ສັ່ງ​ໂດຍ​ກົງ​ກໍ​ຕາມ ເຊິ່ງ​ໜັ​ງ​ສື​ພິມ​ດັ່ງ​ກ່າວ ແມ່ນ​ບໍ​ຣິ​ຫານ​ໂດຍ ສະ​ຫະ​ພັນ​ຊາວ​ໜຸ່ມ​ວຽດ​ນາມ.

ທ່ານ ​Hoang Dung ກ່າວ​ວ່າ ສຳ​ນັກ​ຂ່າວ​ດັ່ງ​ກ່າວ ຢ້ານ​ຣັັຖ​ບານ​ລົງ​ໂທດ ເລີຍ​ສັ່ງ​ໃຫ້​ພະ​ນັກ​ງານ​ຂອງ​ໂຕ​ລົບ​ຂ່າວ​ອອກ ເຊິ່ງ​ມັນ​ກໍ​ເປັນ​ການປ້ອງ​ກັນ​ໂຕ​ເອງ ​ໄປ​ໃນ​ໂຕ.

ວິທຍຸ ເອ​ເຊັຽ​ເສ​ຣີ ພະ​ຍາ​ຍາມ​ຕິດ​ຕໍ່​ຫາ ສຳ​ນັກ​ຂ່າວ​ໜັງ​ສື​ພິມ​ຊາວ​ໜຸ່ມ​ ທັງ​ສອງ​ສຳ​ນັກ, ແຕ່ ວ່າ ບໍ່​ມີ​ຄົນ​ຮັບ​ສາຍ, ແລະ ສຳ​ນັກ​ອື່ນໆ ອີກ ແຕ່ ​ກໍ​ບໍ່​ມີ​ຄົນ​ຮັບ​ສາຍ. ອີງ​ຕາມ ທ່ານ Hoang Dung, ນັກ​ຂ່າວ​ເຊັນ​ເຊີ​ໂຕ​ເອງ ນັ້ນ ເປັນ​ຄວາມ​ພະ​ຍາ​ຍາມ​ ຂອງ​ຣັ​ຖ​ບານ ທີ່​ຈະກໍ​ຈັດກຸ່ມ​ອົງ​ການ​ຈັດ​ຕັ້ງ ​ທີ່​ຕໍ່​ຕ້ານ​ຣັ​ຖ​ບານ​ວຽດ​ນາມ. ໂຕ​ຢ່າງ, ກົມ​ໂຄ​ສະ​ນາມ​ອົບ​ຮົມ ຂອງ​ສູນ​ກາງ​ພັກຄອມ​ມູ​ນິ​ສຕ໌ ວຽດ​ນາມ ໃນ​ປີ 2018 ໄດ້​ສົ່ງ​ໜັງ​ສື​ຢ່າງ​ເປັນ​ທາງ​ການ ໄປ​ຫາ ກະ​ຊວງ​ສຶກ​ສາ​ທິ​ການ​ ແລະ ອົບ​ຮົບ ຂອງວຽດ​ນາມ ໃຫ້​ລົບ​ຜົລງານ​ການ​ຂຽນ ຂອງສະ​ມາ​ຄົມວັນ​ນະ​ຄະ​ດີ ​ອິ​ດ​ສະ​ຫຼະ ຢູ່​ໃນ​ປື້ມ​ວັນ​ນະ​ຄະ​ດີ ​​ທີ່​ຫາກໍ່​ພິມ​ອອກ​ໃໝ່. ເຫດ​ການ​ທີ່ເກີດ​ຂຶ້ນ​ຢູ່​ປະ​ເທດ​ວຽດ​ນາມ ເປັນ​ຈຸດ​ນຶ່ງ ທີ່​ບົ່ງ​ບອກວ່າ ຍັງ​ມີ​ການ​ຈຳ​ກັດສິດ​ທິ​ການປາກ​ເວົ້າ​ ແລະ ຂີດ​ຂຽນ. ກ່ອນ​ໜ້ານີ້ ກໍ​ມີ​ກາ​ນ​ສັ່ງ​ຈຳ​ຄຸກ​ນັກ​ເຄື່ອນ​ໄຫວ ​ຂອງວຽດ​ນາມ ຄົນ​ນຶ່ງ​ທີ່​ວິ​ຈາກ​ຣັ​ຖ​ບານ ​ວຽດ​ນາມ. ຢູ່​ປະ​ເທດ​ກັມ​ພູ​ຊາ ກໍ​ມີ​ການ​ຈັບ​ນັກ​ເຄື່ອນ​ໄຫວ ​ດ້ານ​ສິ່ງ​ແວດ​ລ້ອມ.

ວິ​ທະ​ຍຸ​ເອ​ເຊັຽ​ເສ​ຣີ ພະ​ແນກ​ພາ​ສາ ກັມພູຊາ ໄດ້​ຣາຍ​ງານ​ວ່າ ນັກ​ເຄື່ອນ​ໄຫວ ດ້ານ​ສິ່ງ​ແວດ​ລ້ອມ 5 ຄົນ ຈາກ​ອົງ​ການ ທັມ​ມະ​ຊາຕ​ຂອງ​ແມ່ ຫລື Mother Nature ຢູ່​ກັມ​ພູ​ຊາ ຖືກສານ​ກັມພູ​ຊາ​ຕັດ​ສິນ​ ຈຳ​ຄຸກ​ແຕ່ 18-20 ເດືອນ ໃນ​ຂໍ້​ຫາສ້າງ​ຄວາມ​ບໍ່​ສະ​ຫງົບ.

ບັນ​ດາ​ອົງ​ການຈັດ​ຕັ້ງ ​ດ້ານ​ສິດ​ມະ​ນຸດ ພາ​ກັນ​ວິ​ພາກວິ​ຈານ ວ່າ ການ​ຕັດ​ສິນ​ຂອງ​ສານ​ກັມ​ພູ​ຊາ ບໍ່​ມີ​ຄວາມ​ຍຸ​ຕິ​ທຳ ແລະ ເປັນ​ການ​ປິດ​ກັນ​ສິດ​ເສ​ຣີ​ພາບ ​ໃນ​ການ​ປາກ​ເວົ້າ ຫລັງ​ຈາກ​ສິ້ນ​ສຸດ​ການ​ຕັດ​ສິນ ​ໃນ​ວັນ​ທີ 5 ພື​ສ​ພາ ປີ 2022.

ກ່ອນ​ທີ່​ຈະ​ຖືກ​ຈັບ​ກຸມ ແລະ ຖືກ​ສານ​ຕັດ​ສິນ, ນັກ​ເຄື່ອນ​ໄຫວ​ດ້ານ​ສິ່ງ​ແວດ​ລ້ອມ​ທັງ 5 ຄົນ ໄດ້​ພາ​ກັນໄປ​ປະ​ທ້ວງ​ຮຽນ​ຮ້ອງ​ ໃຫ້​ຣັ​ຖ​ບານ​ກຳ​ພູ​ຊາ ຢຸດ​ຕິໂຄງ​ການ​ພັດ​ທະ ຢູ​ຕົງເລ​ສາບ, Boeung Tamok ຢູ່ ພະ​ນົມ​ເປນ ນະ​ຄອນ​ຫລວງ​ປະ​ເທດ ກັມ​ພູ​ຊາ ໃນ​ວັນ​ທີ 30 ກໍ​ຣະ​ກະ​ດາ 2020. ເຖິງວ່າ ເຂົ້າ​ເຈົ້າ​ຈະ​ຮຽກ​ຮ້ອງ​ຄວາມ​ເປັນ​ທັມ ເພື່ອ​ຢຸດ​ຕິ​ໂຄງ​ການ​ພັດ​ທະ​ນາ ​ຢູ່​ເຂດ​ດັ່ງ​ກ່າວ ຍ້ອນ​ວ່າ ໂຄງ​ການ​ຂອງ​ຣັ​ຖ​ບານ ສົ່ງ​ຜົນ​ກະ​ທົ​ບ ​ຕໍ່​ລະ​ບົບ​ນິ​ເວດ​ວິ​ທະ​ຍາ ແລະ ເຂົາ​ເຈົ້າ​ກໍ​ຖືກຕັ້ງ​ຂໍ້​ຫາ​ວ່າ ເປັນຜູ້​ຍຸ​ຍົງ​ສົ່ງ​ເສີມ ​ກໍ່​ໃຫ້​ເກີດ​ຄວາມ​ບໍ່​ສະ​ຫງົບຜ່ານ​ສື​ສັງ​ຄົມ​ອອນ​ລາຍນ໌.

ສານ​ນະ​ຄອນ​ຫລວງ​ ພະ​ນົມ​ເປນ ປະ​ເທດ​ກັມພູ​ຊາ ໄດ້​ສົ່ງ​ມອບ ຜູ້​ທີ່​ຖືກ​ສານຕັດ​ສິນທີ່​ຊື່​ວ່າ ລອງ ຂັນ​ເຕັຍ, ພ​ວງ​ແກ້ວ, ຣັດ​ສະ​ໝີ ແລະ ເຈນ​ຂັນ​ລິນ ຖືກ​ຕັດ​ອິດສະ​ຫລະ​ພາບ ຕິດ​ຄຸກ 18 ເດືອນ, ແລະ ຄົນ​ທີ່​ຊື່ ຕົ້ນຣັດ​ຕາ ຕິດ​ຄຸກ 20 ເດືອນ ໃນ​ຂະ​ນະ​ທີ່ ນັກ​ສິດ​ທິ​ມະ​ນຸດ ກໍ​ເວົ້າ​ວ່າ ການ​ຕັດ​ສິນ​ດັ່ງ​ກ່າວ ເປັນ​ຂໍ້​ຫາ​ທີ່​ຮ້າຍ​ແຮງ​ຈົນ​ເກີນ​ໄປ ແລະ ນັກ​ເຄື່ອນ​ໄຫວ​ທັງ 5 ຄົນ ຖືກ​ປັບ​ໃໝຜູ້​ລະ 1,000 ໂດ​ລາ ສະ​ຫະ​ຣັ​ຖ.

ພັນ​ລະ​ຍາ ຂອງ ທ່ານ ຣັດ​ສະ​ໝີ ຜູ້​ທີ່​ຖືກ​ສານ​ຕັດ​ສິນ ໄດ້​ສະ​ແດງ​ຄວາມ​ຜິດ​ຫວັງ ທີ່​ສານບໍ່​ໃຫ້​ຄວາມ​ຍຸ​ຕິ​ທຳ ຍ້ອນ​ວ່າ ລາວ​ເຮັດ​ວຽກ​ເພື່ອ​ປົກ​ປ້ອງ ຊັບ​ພະ​ຍາ​ກອນ​ທັມມະ​ຊາຕ ​ຂອງ​ປະ​ເທດ.

ຍາ​ນາງ ກ່າວຕໍ່​ນັກ​ຂ່າວ​ວ່າ ຂ້າ​ພະ​ເຈົ້າ​ບໍ່​ເຊືອ​ສານ​ອີກ​ຕໍ່​ໄປ ຂ້າ​ພະ​ເຈົ້າ​ບໍ່​ເຊື່ອ​ກົດ​ໝາຍ ​ຂອງ​ກັມ​ພູ​ຊາ​ອີກ​ຕໍ່​ໄປ.

ທ່ານ ຣັດ​ສະ​ໝີ ຮຽກຮ້ອງ​ໃຫ້ ອົງ​ການ​ຈັດ​ຕັ້ງ​ ພາກ​ປະ​ຊາ​ສັງ​ຄົມ ເພື່ອ​ມາ​ໃຫ້​ການ​ຊ່ວຍ​ເຫລືອ ​ແກ້​ໄຂ ຄະ​ດີຄວາມ​ຂອງ​ລາວ. ຜູ້​ເປັນ​ເອີ້ອຍ ຂອງ ນາງ ລອງ ​ກັນ ​ເຕັຍ ທີ່​ຊື່​ວ່າ ລອງ ໂຊ​ຊິ​ຣິລິນ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ ສານ​ໄດ້​ກ່າວ​ຫານ້ອງ​ສາວ ຂອງ​ລາວວ່າ​ກະ​ທຳ​ຜິດ ແຕ່​ລາວ​ຢືນ​ຢັນ​ວ່າ ນ້ອງ​ຂອງ​ລາວບໍ່​ໄດ້​ເຮັດ​ຜິດ ແລະ ລາວ​ໄດ້​ກ່າວ​ວ່າ ຄຳ​ຕັດ​ສິນ​ຂອງ​ສານ ເປັນ​ການ​ນາບ​ຂູ່ ເພື່ອ​ຫ້າມ​ຄົນ​ບໍ່​ໃຫ້​ເຂົ້າ​ໄປຮ່ວມ​ເຄື່ອນ​ໄຫວ​ ເຣື່ອງ​ສິ່ງ​ແວດ​ລ້ອມ.

ຢູ່​ປະ​ເທດ​ພະ​ມ້າ ທະ​ຫານ​ພະ​ມ້າ ກໍ​ໄດ້ສັ່ງ​ຈຳ​ຄຸກ​ນັກ​ຂ່າວ​ ຈະ​ປະ​ເທດ​ຍີ່​ປຸ່ນ ທີ່ຣາຍ​ງານ​ຂ່າວ​ການ​ປະ​ທ້ວງ​ຢູ່​ພະ​ມ້າ ແລະ ຍັງ​ມີ​ການ​ປາບ​ປາມ​ປະ​ຊາ​ຊົນ ​ຢ່າງບໍ່​ມີ​ຂອບ​ເຂດ. ທະ​ຫານ​ພະ​ມ້າ ໄດ້​ບຸກ​ທະ​ລາຍ ສະ​ມາ​ຊິກ​ສັນ​ນິ​ບາດ ​ແຫ່ງ​ຊາຕ ເພື່ອ​ປະ​ຊາ​ທິ​ປະ​ໄຕ ແລະ ໄດ້​ໃຫ້​ສານ​ຕັດ​ສິນ​ຈຳ​ຄຸກ​ ຕ​ລອດ​ຊີ​ວິດ ສະ​ມາ​ຊິກ​ພັກ​ຫຼາຍ​ຄົນ ຢູ່ ເຂດ​ພາກ​ໃຕ້​ຂອງ​ຣັ​ຖ​ຊານ. ສານພະ​ມ້າ ໄດ້ຕັດ​ສິນ​ປະ​ຫານ​ຊີ​ວິດ ທ້າວ ເພກອ​ນ ແລະ ທ້າວ ເມືອງເຢັນ ແລະ ທ້າວ ໂຈ​ເຊບ ໃນຫຼາຍ​ເດືອນ​ທີ່​ຜ່ານ​ມາ.

ທ່ານ Phil Robertson ຮອງຜູ້ອໍານວຍການ ອົງການສິ້ງຊອມ ດ້ານສິດທິມະນຸດ Human Rights Watch ປະຈໍາອາເຊັຽຕາເວັນອອກສຽງໃຕ້ ກ່າວຕໍ່ ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ວ່າ:

“ພວກ​ເຮົາ​ຈະ​ເຫັນ​ວ່າ ບໍ່​ມີ​ການ​ເຄົາ​ຣົບ​ສິດ​ທິ​ມະ​ນຸດ ໃນ​ພະ​ມ້າ ນັບ​ແຕ່​ມີ​ການ​ ຣັ​ຖ​ປະ​ຫານ. ດ້ວຍ​ຄວາມ​ສັດ​ຈິງ ທ່ານ ຈະ​ຄິດ​ພາບ​ເຫັນ​ເລີຍ​ວ່າ ມັນ​ເປັນ​ສະ​ຖາ​ນະ​ການ​ທີ່​ບໍ່​ດີ ທີ່​ທະ​ຫານກໍ່​ອາ​ຊ​ຍາ​ກັມ ຕໍ່​ປະ​ຊາ​ຊົນ​​ໂຕ​ເອງ.”

ໃນ​ເດືອນ​ຕຸ​ລາ ທີ່​ຜ່ານ​ມາ, ທ່ານ ຕູ​ຣູ ຄູ​ໂບ​ຕ້າ ເປັນ​ນັກ​ຂ່າວ​ຍີ່​ປຸ່ນ ຖືກ​ສານ​ທະ​ຫານ​ພະ​ມ້າ ຕັດ​ສິນ​ຈຳ​ຄຸກ 7 ປີ ໃນຂະ​ນະ​ທີ່​ ​ລາວ​ເອງກຳ​ລັງ​ຖ່າຍ​ວີ​ດີ​ໂອ ການ​ປະ​ທ້ວງ​ຂອງ​ປະ​ຊາ​ຊົນ​ພະ​ມ້າ ໂດຍ ສານ​ທະ​ຫານ​ພະ​ມ້າ​ຕັດ​ສິນ​ວ່າ ລາວ​ມີ​ຄວາມ​ຜິດຂໍ້​ຫາ​ປະ​ຈານ​ ປະ​ເທດ​ພະ​ມ້າ ແລະ ລະ​ເມີດ​ກົດ​ໝາຍການ​ສື່​ສານ​ທາງ​ອິນ​ເຕີ​ເນັດ.

ນັກ​ຂ່າວ ຍີ່​ປຸ່ນ​ຄົນ​ນີ້ ຖືກ​ສານ​ຕັດ​ສິນ 3 ປີ ໃນ​ຂໍ້​ຫາ​ທີນຶ່ງ ແລະ ຖືກ​ຕັດ​ສິນ​ອີກ 7 ປີ ໃນ​ຂໍ້​ຫາ​ທີສອງ, ແຕ່​ວ່າ ໃນ​ການຕັດ​ສິນ ​ກໍ​ໄດ້​ລວ​ມ​ເອົາ​ການ​ລົງ​ໂທດ 7 ປີ ເທົ່າ​ນັ້ນ. ນອກ​ຈາກນີ້ ນັກ​ຂ່າວ​ຄົນ​ນີ້ ຍັງ​ຈະ​ຖືກດຳ​ເນີນ​ຄະ​ດີອີກໃນ​ຂໍ້ຫາ​ທີ 3 ວ່າ​ດ້ວຍ​ການລະ​ເມີດ ກົດ​ໝາຍກວດ​ຄົນ​ເຂົ້າ​ເມືອງ. ທະ​ນາຍ​ຂອງ​ນັກ​ຂ່າວ​ທ່ານນີ້ ໄດ້ກ່າວ​ວ່າ ພາກ​ທີ 13 ຂອງ​ກົດ​ໝາຍ​ວ່າດ​ວ້ຍ ການກວດ​ຄົນ​ເຂົ້າ​ເມືອງ​ຂອງ​ພະ​ມ້າ ໄດ້​ລະບຸ​ເຖິງ​ບົດ​ລົງ​ໂທດ ຕໍ່​ຄົນ​ຕ່າງ​ປະ​ເທດ ເຊິ່ງ​ຈະ​ມີ​ບົດ​ລົງ​ໂທດສູງ​ສຸດໃຫ້​ຈຳ​ຄຸກ 2 ປີ ແລະ ປັບ​ໃໝ ນັບຕັ້ງ​ແຕ່ ສານ​ທະ​ຫານ​ພະ​ມ້າ ​ໄດ້​ຕັດ​ສິນ​ລົງ​ໄປ​ແລ້ວ ແຕ່ ພວກ​ເຮົາ​ກໍ​ຕ້ອງ​ລໍ​ຟັງ​ເບິ່ງ. ທ່ານ ຄູ​ໂບ​ຕ້າ ອາ​ຍຸ 26 ປີ ຖືກ​ຈັບ ໃນ​ຂະ​ນະ​ທີ່​ລາວ​ເອງ ກຳ​ລັງຖ່າຍ​ວີ​ດີ​ໂອ ການ​ປະ​ທ້ວງ ​ຕ້ານຣັ​ຖ​ປະ​ຫານໃນ​ຢູ່​ນະ​ຄອນ​ຢ້າງ​ກຸ້ງ ໃນ​ວັນ​ທີ 30 ເດືອນ​ກໍ​ຣະ​ກະ​ດາ ປີ 2022.

ເອ​ອັກ​ຂ້າ​ຣັ​ດ​ຊ​ທູດ​ຍີ່​ປຸ່ນ ປະ​ຈຳປະ​ເທດ​ພະ​ມ້າ ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້ເວົ້າ​ກັບ ຄູ​ໂບ​ຕ້າ ທາງ​ໂທ​ລະ​ສັບ ໃນ​ວັນ​ທີ 22 ສິງ​ຫາ ແລະ ຂໍ​ພົບ​ກັບ​ນັກ​ຂ່າວ​ຄົນ​ດັ່ງ​ກ່າວ, ແຕ່ ​ທະ​ຫານ​ພະ​ມ້າ ບໍ່​ອະ​ນຸ​ຍາດ​ໃຫ້​ພົບ ຍ້ອນ​ເຫດ​ຜົນ​ໂຄວິດ​ຣະ​ບາດ.