ໂຮງແຮມວຽງຈັນແມ່ຂອງ ຂໍໂທສສັງຄົມ ເຫດໂຍນບ້ວງ ຄ້ອງຄໍແມ່ຍິງ

ພູວົງສ໌
2024.02.26
ໂຮງແຮມວຽງຈັນແມ່ຂອງ ຂໍໂທສສັງຄົມ ເຫດໂຍນບ້ວງ ຄ້ອງຄໍແມ່ຍິງ ຮູບປະກອບ ເຫດການທີ່ຜູ້ຊາຍຊາວຈີນ ກຳລັງຈັບບ້ວງ (ຮູບຂວາມື) ແລະ ບ້ວງທີ່ໂຍນໄປຖືກແມ່ຍິງ ທີ່ເປັນພະນັກງານ ທີ່ໂຮງແຮມວຽງຈັນແມ່ຂອງ.
Credit: ເພຈ Joseph Akaravong

ເມື່ອວັນທີ 22 ກຸມພາ ທີ່ຜ່ານມານີ້, ທ່ານ ອາ ລີ້, ຮອງຜູ້ຈັດການ ໂຮງແຮມວຽງຈັນແມ່ຂອງ ໃນນະຄອນຫຼວງວຽງຈັນ, ເຊິ່ງເປັນໂຮງແຮມ ຂອງນັກລົງທຶນຈີນ ໄດ້ຖແລງການ ຜ່ານໜັງສືພິມວຽງຈັນໃໝ່ ເພື່ອກ່າວຂໍໂທສ ຕໍ່ສັງຄົມລາວ ພາຍຫຼັງທີ່ໄດ້ເກີດເຫດການ ແຂກຊາວຈີນ ໂຍນບ້ວງຄ້ອງຄໍ ພະນັກງານແມ່ຍິງ ຂອງໂຮງແຮມດັ່ງກ່າວ ທີ່ຍືນຖືເຄື່ອງດື່ມມຶນເມົາ ແລ້ວມີການເຜີຍແຜ່ ຜ່ານທາງສື່ສັງຄົມອອນລາຍນ໌ ເມື່ອວັນທີ 15 ກຸມພາ 2024 ຈົນເກີດຫາງສຽງ ໃນແງ່ລົບ.

ດັ່ງທ່ານໄດ້ກ່າວ ໃນຕອນນຶ່ງວ່າ:

“ຂ້າພະເຈົ້າ ຮອງຜູ້ຈັດການໂຮງແຮມ ຈຶ່ງອອກຄຳຖແລງ ສະແດງຄວາມຮັບຜິດຊອບ ຕໍ່ຜົລເສັຽຫາຍ ແລະ ຂໍໂທສ ຕໍ່ປະຊາຊົນລາວ ແລະ ໃຫ້ຄຳໝັ້ນສັນຍາວ່າ ໂຮງແຮມ ຈະປະຕິບັດຕາມກົດໝາຍ ແລະ ນິຕິກັມ ຂອງສປປລາວ.”

ທ່ານກ່າວຕື່ມວ່າ ນັບຕັ້ງແຕ່ນີ້ໄປ ທາງໂຮງແຮມ ຈະບໍ່ເຮັດ ໃນສິ່ງທີ່ ຂັດຕໍ່ວັທນະທັມ ຂອງປະເທດລາວອີກ ແລະ ຈະບໍ່ເຮັດກິຈກັມ ໃນລັກສະນະດັ່ງກ່າວ ອີກຕໍ່ໄປ ແລະ ຖ້າຫາກມີການເຮັດກິຈກັມ ທີ່ສ້າງຄວາມເສື່ອມເສັຽນີ້ອີກ ທາງຜູ້ບໍຣິຫານໂຮງແຮມ ກໍພ້ອມຮັບການລົງໂທສ ແລະ ໃຫ້ປິດກິຈການໂຮງແຮມ ແບບຖາວອນ ຈຶ່ງຂໍໃຫ້ສັງຄົມ ອະພັຍໃຫ້ແກ່ ທາງໂຮງແຮມນຳດ້ວຍ.

ໃນຂະນະທີ່ ອະດີດພະນັກງານ ຂອງໂຮງແຮມວຽງຈັນແມ່ຂອງ ນາງນຶ່ງ ທີ່ລາອອກວຽກໄປແລ້ວ ກໍຢືນຢັນວ່າ ໝູ່ພະນັກງານ ທີ່ຢູ່ໂຮງແຮມດັ່ງກ່າວ ກໍໄດ້ແຈ້ງໃຫ້ຮູ້ວ່າ ທາງໂຮງແຮມ ໄດ້ຍົກເລີກ ກິຈກັມດັ່ງກ່າວແລ້ວ ເພື່ອບໍ່ໃຫ້ເປັນການ ເສື່ອມເສັຽຊື່ສຽງຕື່ມອີກ ແລະວ່າ ສຳລັບກິຈກັມໂຍນບ້ວງດັ່ງກ່າວ ຫາກໍເກີດຂຶ້ນ ພຽງເທື່ອດຽວເທົ່ານັ້ນ ເພື່ອເປັນກິຈກັມ ດ້ານການຕລາດ ແລະ ໃນສໄມທີ່ຍານາງ ເປັນພະນັກງານຢູ່ ກໍບໍ່ເຄີຍເຮັດກິຈກັມ ດັ່ງກ່າວເທື່ອ.

ດັ່ງຍານາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ກຸມພາ ນີ້ວ່າ:

“ນ້ອງເຄີຍເຮັດວຽກຢູ່ຫັ້ນຢູ່ ເຫດການຫາກໍເກີດ ເຮົາກໍເຫັນຂ່າວຢູ່ ເຫັນເພິ່ນອອກມາຊີ້ແຈງ. ອອກຈາກໂຮງແຮມນັ້ນ ມາດົນແລ້ວ ແລ້ວກິຈກັມຫັ້ນ ຫາກໍເກີດ, ແຕ່ນ້ອງກະໄດ້ຖາມ ພະນັກງານເກົ່າຢູ່ ເອີ່, ຄືເປັນຂ່າວດັງແທ້ເນາະ ເພິ່ນກະວ່າ ຫາກໍເຮັດເທື່ອດຽວຫັ້ນແຫຼະ ກິຈກັມກຸດຈີນ ກະຄືຄືນກຳລັຍ ໃຫ້ລູກຄ້າເພິ່ນ.”

ຍານາງກ່າວຕື່ມວ່າ ກ່ອນໜ້ານີ້, ໂຮງແຮມແຫ່ງດັ່ງກ່າວ ເຄີຍເປັນໂຮງແຮມ ອີກຊື່ນຶ່ງ ກ່ອນທີ່ເຈົ້າຂອງໂຮງແຮມ ທີ່ເປັນຄົນຈີນ ໄດ້ມີການຂໍຊື້ຕໍ່ ເມື່ອປະມານເດືອນມີນາ ປີ 2022 ແລະ ກໍປ່ຽນມາໃຊ້ຊື່ ໂຮງແຮມວຽງຈັນແມ່ຂອງ ນັບຕັ້ງແຕ່ນັ້ນ ເປັນຕົ້ນມາ ແລະ ສຳລັບລູກຄ້າ ຂອງໂຮງແຮມ ສ່ວນໃຫຍ່ ກໍມີລູກຄ້າຄົນຈີນ ເປັນຫຼັກ ຫຼາຍກວ່າລູກຄ້າ ຈາກປະເທດອື່ນໆ ແລະ ກໍມີການບໍຣິຫານໂຮງແຮມ ຄືກັນກັບ ໂຮງແຮມຈີນ ອື່ນໆທົ່ວໄປ.

ທາງດ້ານນັກວິຊາການ ດ້ານການທ່ອງທ່ຽວ ແລະ ໂຮງແຮມ ທ່ານນຶ່ງ ກ່າວວ່າ ຕໍ່ເຫດການດັ່ງກ່າວ ເຖິງແມ່ນວ່າ ທາງຄະນະຜູ້ບໍຣິຫານ ຂອງໂຮງແຮມ ໄດ້ມີການຖແລງຂໍໂທສ ຕໍ່ສັງຄົມແລ້ວ ກໍຕາມ, ແຕ່ກໍຄວນໄດ້ຮັບການລົງໂທສ ອັນໃດອັນນຶ່ງ ຍ້ອນໄດ້ສ້າງຄວາມເສື່ອມເສັຽ ຕໍ່ວົງການໂຮງແຮມ ໃນລາວ ອີກທັງເປັນການຫຼຸດກຽດ ແລະ ສັກສີ ຂອງພະນັກງານເພດຍິງ ຢ່າງຮຸນແຮງ ທີ່ເປັນການກະທົບ ຕໍ່ຈິຕໃຈຄົນລາວ ແລະ ຂັດຕໍ່ວັທນະທັມລາວ.

ດັ່ງທ່ານກ່າວວ່າ:

“ໂອ, ແນ່ນອນແລ້ວ ເພາະວ່າ ຄັນທາງພາກຣັຖເຮົາ ໃສ່ມາຕການ ຫຼືວ່າລະບຽບ ກໍຈະດີເນາະ. ເຫັນຢູ່ເນາະ ເພິ່ນມາຊີ້ແຈງ, ແຕ່ເພິ່ນກະບໍ່ໄດ້ບອກວ່າ ເພິ່ນຊິຢຽວຢາ ຫຼືວ່າຊິເຮັດແນວໃດ. ປົກກະຕິແລ້ວເນາະ ຢູ່ລາວເຮົາ ຄັນໄປເຮັດແບບນັ້ນ ມັນເປັນການດູຖູກ ດູມິ່ນ ເພດແມ່ເນາະ.”

ໃນຂະນະດຽວກັນ, ຜູ້ປະກອບການໂຮງແຮມ ແຫ່ງນຶ່ງ ທີ່ຂໍສງວນຊື່ ແລະ ສຽງ ກ່າວວ່າ ຕໍ່ເຫດການດັ່ງກ່າວ ຂໍໃຫ້ເປັນບົດຮຽນ ຕໍ່ໂຮງແຮມຫຼາຍແຫ່ງ ໃນລາວ, ໂດຍສະເພາະໂຮງແຮມ ຂອງຄົນຈີນ ເພື່ອບໍ່ໃຫ້ເອົາເປັນແບບຢ່າງອີກ. ເຖິງຈະມີການອ້າງວ່າ ເປັນກິຈກັມມ່ວນຊື່ນ ກໍຕາມ, ແຕ່ມັນເປັນການ ຂັດຕໍ່ວັທນະທັມ ຢ່າງຮຸນແຮງ ແລະ ຄັນເກີດມີເຫດການນີ້ຕື່ມອີກ ກໍຢາກໃຫ້ ພາກສ່ວນທີ່ກ່ຽວຂ້ອງ ໃຊ້ມາຕການ ຢ່າງເຂັ້ມງວດ.

ສ່ວນນັກກົດໝາຍລາວ ທ່ານນຶ່ງ ໃຫ້ຄຳເຫັນ ຕໍ່ເຫດການນີ້ວ່າ ເປັນພຽງແຕ່ ການເຮັດຜິດລະບຽບບ້ານ-ເມືອງ ແລະ ຂັດຕໍ່ວັທນະທັມລາວ ຊື່ໆ ຍັງບໍ່ທັນແມ່ນກ່ຽວກັບ ການເຮັດຜິດກົດໝາຍ ຢ່າງຈະແຈ້ງເທື່ອ ເນື່ອງຈາກວ່າ ຍັງບໍ່ທັນມີຜູ້ເສັຽຫາຍ ຕໍ່ເຫດການດັ່ງກ່າວນັ້ນ, ແຕ່ຄັນມີພະນັກງານ ແຈ້ງຄວາມວ່າ ຖືກບັງຄັບ ໃຫ້ເຮັດແນວດັ່ງກ່າວ ຫຼືຖືກລະເມີດແນວໃດ ກໍຕາມ, ກໍສາມາດແຈ້ງຄວາມ ເອົາຜິດຕໍ່ເຈົ້າຂອງໂຮງແຮມໄດ້.

ດັ່ງທ່ານກ່ວວ່າ:

“ບໍ່ທັນວ່າຜິດ ຫຼືບໍ່ຜິດ ເພາະວ່າ ເຮົາເຫັນຕາມຄລິປ ແລ້ວກະຕາມຂ່າວ ບ່ອນສິ້ນສຸດ ຂອງມັນແທ້ ລະມັນບໍ່ຮູ້ວ່າ ເປັນແນວໃດ ຫຼັງຈາກທີ່ເຂົາໂຍນບ້ວງ ໂຍນຫຍັງໄປແລ້ວ ທີ່ມັນນອກເໜືອຈາກນັ້ນ, ຫັ້ນນ່າ ເຮົາຈັ່ງຢືນຢັນໄດ້ວ່າ ມັນຖືກ ຫຼືບໍ່ຖືກ. ສົມມຸດວ່າ ເອົາໄປທຳລາມົກ ອະນາຈານເບາະ ອີ່ຫຍັງ, ແນ່ນອນແຫຼະ ມັນກໍຕ້ອງຜິດ, ອັນນັ້ນເນາະ.”

ເຫດການດັ່ງກ່າວ ໄດ້ຖືກເຜີຍແຜ່ ຜ່ານເຟສບຸກຄ໌ ຂອງທ່ານ ໂຈເຊັຟ ອັກຄະຣະວົງ ເມື່ອວັນທີ 15 ກຸມພາ ທີ່ຜ່ານມານີ້, ໂດຍໄດ້ເຜີຍແຜ່ຄລິປວີອິໂອ ກ່ຽວກັບໂຮງແຮມ ວຽງຈັນແມ່ຂອງ ທີ່ໃຫ້ພະນັກງານ ແມ່ຍິງລາວ ຈຳນວນ 12 ຄົນ ທີ່ເຮັດວຽກ ຕ້ອນຮັບແຂກ ມາຢືນລຽນແຖວກັນ ພ້ອມກັບຖືເຄື່ອງດື່ມມຶນເມົາ ແລ້ວໃຫ້ລູກຄ້າ ທີ່ເປັນຜູ້ຊາຍ ຊາວຈີນ ໂຍນບ້ວງຄ້ອງຄໍ ພະນັກງານແມ່ຍິງດັ່ງກ່າວ ໃນລັກສະນະ ຄືກັນກັບ ໂຍນບ້ວງຄ້ອງຄໍເປັດ ຕາມງານບຸນຕ່າງໆ ແລະ ມີການຖ່າຍວີດິໂອ ເຜີຍແຜ່ໃນສື່ສັງຄົມອອນລາຍນ໌ພ້ອມ, ໂດຍຜູ້ໃຊ້ ສື່ສັງຄົມອອນລາຍນ໌ ກໍໄດ້ພາກັນວິພາກວິຈານ ໃນແງ່ລົບ ຍ້ອນເປັນການລົບລູ່ກຽດ ແລະ ສັກສີ ຂອງແມ່ຍິງລາວ.

ຢ່າງໃດກໍຕາມ, ກ່ອນໜ້ານີ້ ເມື່ອເດືອນມິຖຸນາ 2023, ເຟສບຸກຄ໌ ຂອງທ່ານ ໂຈເຊັຟ ອັກຄະຣະວົງ ຍັງໄດ້ເຜີຍແຜ່ຂໍ້ມູນວ່າ ພະນັກງານ ຈຳນວນນຶ່ງ ຂອງໂຮງແຮມ ວຽງຈັນແມ່ຂອງ ຈະພາກັນປະທ້ວງ ຍ້ອນທາງຜູ້ບໍຣິຫານ ອອກເງິນເດືອນ ໃຫ້ຫຼ້າຊ້າ ແລະ ບັງຄັບໃຫ້ພະນັກງານ ບໍຣິການແຂກ ໂດຍທີ່ພະນັກງານ ບໍ່ຍິນຍອມ ອີກທັງບັງຄັບ ໃຫ້ພະນັກງານ ຊື້ຊຸດເອງນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.