ສີ່ໝູ່ບ້ານ ຮັບທຸກໜັກ

ສີ່ໝູ່ບ້ານເຂດ ເມືອງທ່າແຕງ ໄດ້ຮັບຜົນ ກະທົບໜັກ ຈາກໂຄງການ ປູກຢາງພາລາ ຂອງ ວຽດນາມ.
ໂພໄຊສວັດ
2009.06.09

ປະຊາຊົນຈາກສີ່ໝູ່ບ້ານ ໃນເຂດເມືອງ ທ່າແຕງ ແຂວງເຊກອງ ໄດ້ຮັບຄວາມ ລຳບາກ ຫລາຍກວ່າເກົ່າ ຫລັງຈາກທີ່ມີ ການສັມປະທານ ປູກຢາງພາລາ ຈາກບໍຣິສັດ ວຽດນາມ ໃນລະຍະສອງ ປີກວ່າຜ່ານມາ.

ອີງຕາມບົດ ລາຍງານຂອງ ສະມາຄົມ ປົກປັກຮັກສາ ແລະ ພັທນາຊີວະ ນາໆພັນ ແບບຍືນຍົງ ສປປລາວ ທີ່ກ່າວວ່າຊີວິດ ຂອງຊາວບ້ານ ໄດ້ຫັນປ່ຽນ ຈາກການຜລິດ ກະສິກັມ ທີ່ພໍ ກຸ້ມຢູ່ກຸ້ມກິນ ກາຍມາເປັນ ລູກຈ້າງ ທີ່ມີລາຍຮັບ ປະມານ 20,000 ກີບຕໍ່ມື້ ໂດຍບໍ່ມີຄ່າ ສວັດດີການ ແລະ ຈະຖືກຕັດເງິນ ຫາກມື້ໃດ ເຈັບເປັນ ຫລືມື້ພັກ.

ນອກຈາກນີ້ ຫາກກົກຢາງກົກ ນຶ່ງຫັກຍ້ອນ ຄົນຫລືສັດ ຄົນງານຈະຕ້ອງ ຖືກປັບໄໝ ລະຫວ່າງ 500,000 ຫລື 1,000,000 ກີບ. ພ້ອມດຽວກັບນີ້ ຊາວບ້ານສ່ວນຫລາຍ ກໍກາຍເປັນ ແຮງງານລອຍ ຊຶ່ງມີວຽກເຮັດ ປີນຶ່ງບໍ່ເຖິງ 50 ມື້. ລາຍງານຍັງ ເປີດເຜີຍ ອີກວ່າ ພື້ນທີ່ສຳລັບ ການຜລິດແຫລ່ງ ອາຫານ ທັມມະຊາດ ແລະບ່ອນລ້ຽງສັດ ຂອງຊາວບ້ານ ກໍມີຂອບເຂດ ຈຳກັດທີ່ສຸດ. ພ້ອມດຽວກັນນີ້ ສະພາບ ແວດລ້ອມ ກໍເປິະເປື້ອນ ໄປດ້ວຍສານ ເຄມີ ຈົນສ້າງຄວາມ ລຳບາກຕໍ່ການ ຫາຢູ່ຫາກິນ ຂອງປະຊາຊົນ ເຮັດໃຫ້ ຂະເຈົ້າທຸກຍາກ ລົງກວ່າເກົ່າ ຫລາຍເທົ່າຈົນມີ ຫລາຍຄອບຄົວ ມີສະພາບ ອຶດເຂົ້າກິນ.

ນອກນີ້ ນັກລົງທຶນ ວຽດນາມ ຍັງເອົາປຽບ ຊາວບ້ານ ເຊັ່ນການເອົາ ຣົດໄຖແລ່ນຢຽບ ສວນກາເຟ ເດີ່ນບ້ານ ດຸດດິນເລື່ອມ ໂລບເອົາດິນສວນ ດິນນາ ແບບບໍ່ຢຳເກງ ຖົມຄອງເໝືອງ ລະບາຍນ້ຳ ເຂົ້ານາຈົນ ເຮັດນາບໍ່ໄດ້. ພ້ອມດຽວກັນນີ້ ຍັງມີການ ຕົວະຕົ້ມ ຫລອກລວງ ຕ່າງໆນາໆ.

ຕອນທຳອິດ ຊາວບ້ານກໍບໍ່ ຍິນຍອມຕົກລົງ ມອບດິນປູກຝັງ ໃຫ້ທາງ ບໍລິສັດ ແຕ່ຕໍ່ມາ ກໍອົດທົນຕໍ່ ການຕົວະຕົ້ມ ຫລອກລວງ ຂົ່ມຂູ່ບໍ່ໄຫວ ພ້ອມທັງ ບໍລິສັດ ດຸດກວດເອົາດິນ ຢ່າງບໍ່ ເຄົາຣົບສິດ ຂອງເຈົ້າຂອງເລີຍ. ເຖິງຢ່າງໃດ ກໍດີ ຊາວໜຸ່ມ ທີ່ໄດ້ເຮັດການ ໃຊ້ແຮງງານ ກໍຮູ້ສຶກ ພໍໃຈ ແຕ່ບັນຫາ ກໍາລັງຕາມມາ ພວກຂະເຈົ້າ ເລີ້ມໃຊ້ຊີວິດ ແບບຟູມເຟືອຍ ມຶນເມົາ. ຕໍ່ບັນຫານີ້ ປະຊາຊົນໃນ ສີ່ໝູ່ບ້ານ ດັ່ງກ່າວ ຈຶ່ງຂໍຮ້ອງໃຫ້ ທາງພາກຣັຖ ຊ່ອຍເຫລືອ ຢ່າງຮີບດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.