ບົທຣາຍງານຜົລກະທົບ ໃນໂຄງກາຣຕ່າງໆ
ກາຣເຮັດບົທ ຣາຍງານ ກ່ຽວດ້ານ ຜົລກະທົບຕໍ່ ສິ່ງແວດລ້ອມ ຂອງ ໂຄງກາຣຕ່າງໆ ຈະເປັນບັນຫາ ຖ້າຫາກວ່າ ບໍ່ຣາຍງານດ້ານ ຄວາມ ເປັນຈິງ.
-
ຫວາດ ສີມູນ
2010-05-25 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ຫ້ອງກາຣ ສິ່ງແວດລ້ອມ ແຂວງບໍຣິຄຳໄຊ ເຜີຍວ່າ ໃນຣະຍະຜ່ານມາ ກາຣເຮັດບົທຣາຍງານ ດ້ານຜົລກະທົບ ຕໍ່ສິ່ງແວດລ້ອມ ຂອງແຕ່ລະໂຄງກາຣ ສັມປະທານ ບໍ່ຄ່ອຍຈະກົງກັບ ເຫຕກາຣ ຫລືຄວາມເປັນຈິງ ແຕ່ຢ່າງໃດ ເພາະຜູ້ມີສ່ວນ ຮັບຜິດຊອບຂອງ ແຕ່ລະໂຄງກາຣ ໃຫ້ສິນບົນ ກັບເຈົ້າໜ້າທີ່ ເພື່ອປົກປິດດ້ານ ຜົລກະທົບ ຈຶ່ງມັກຈະເກີດ ມີບັນຫາເລື້ອຽໆ:
“ໂຄງກາຣຂຸດຄຳ ຂຸດແຮ່ຄຳ ເບື້ອງຕົ້ນເວລາ ຂຽນໃສ່ຢູ່ທີ່ບົທ ທຸກສິ່ງທຸກຢ່າງ ຂຽນດີໝົດ ສິ່ງທີ່ຂຽນຣະບຸ ຈະສັມປະທານ ຢູ່ໃນເນື້ອທີ່ 1000 ຕາແມ໊ຕ ແຕ່ວ່າເນື້ອທີ່ ທີ່ແທ້ ຈະເຮັດໄປ 2000-3000 ເຫັນຈຸດໃດທີ່ ມີຫລາຍກໍຈັກ ມີກັມມະສິທ”.
ພ້ອມດຽວກັນນີ້ ທ່ານກໍວ່າ ກາຣດຳເນີນ ໂຄງກາຣ ແຕ່ລະເທື່ອມັກ ຈະມີກາຣຂຽນ ບົທຣາຍງານທີ່ ບໍ່ເປັນໄປຕາມ ຄວາມຈິງ ໂດຽສະເພາະ ໃນກໍຣະນີ ທີ່ສ້າງຄວາມ ເສັຽຫາຍໃຫ້ແກ່ ທາງຝ່າຍລາວນັ້ນ ທາງເຈົ້າຂອງໂຄງກາຣ ກໍຈະປົກປິດໄວ້ ເພື່ອບໍ່ໃຫ້ທາງ ຣັຖບາລໄດ້ຮູ້ນຳ.
ນອກຈາກນັ້ນ ກໍວ່າຍັງມີບັນຫາ ດ້ານກາຣ ໃຫ້ສິນບົນກັບ ພນັກງານ ເຈົ້າໜ້າທີ່ຣັຖ ນຳດ້ວຍ ເຊັ່ນໃນກໍຣະນີ ທີ່ວ່າ ມີກາຣກວດສອບ ພົບເຫັນເຣື່ອງບໍ່ດີ ຈາກໂຄງກາຣ ແລະທາງໂຄງກາຣ ກໍອາຈຕ້ອງໄດ້ ຍຸຕິ ກາຣກໍ່ສ້າງນັ້ນໆ ດັ່ງທີ່ທ່ານໄດ້ ກ່າວເພີ່ມອີກວ່າ:
“ແລະກໍຂຽນບົທ ວ່າຢ່າງນັ້ນ ແຕ່ວ່າເອົາໄປ ກວດຕົວຈິງນີ້ ກໍບາງຄັ້ງ ກໍຂໍໂທສນຳ ທາງຄະນະ ກັມມະກາຣທີ່ ໄປຕຣວດສອບ ແລ້ວກໍເອົາຕາງ ໃຫ້ ແຕ່ກໍບໍ່ຍືນຍົງ ຄະນະກັມມະກາຣ ບໍ່ແມ່ນແຕ່ຄົນດຽວ ຄະນະກັມມະກາຣ ມັນຫລາຍຂັ້ນ”.
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວ ຢ້ຳທ້າຍວ່າ ກາຣທີ່ເຈົ້າຂອງ ໂຄງກາຣຂຽນບົທ ສຣຸບຣາຍງານ ຜົລກະທົບ ຕໍ່ສິ່ງແວດລ້ອມ ທີ່ບໍ່ກົງກັບ ຄວາມເປັນຈິງນັ້ນ ຖືວ່າເປັນ ກາຣຂາດຄວາມຮັບ ຜິດຊອບ ແລະໃນເມື່ອທາງ ຣັຖບາລຫາກກວດຄືນ ແລະພົບເຫັນນັ້ນ ຈຳເປັນກໍຈະຕ້ອງ ໄດ້ໂຈະໄວ້ ຈົນກວ່າຈະມີ ກາຣຂຽນບົທຣາຍງານ ກາຣສຣຸບຄືນໃໝ່ ແລະ ໄດ້ຮັບກາຣ ເຫັນພ້ອມຈາກ ທາງພາຄສ່ວນ ໜ່ວຍງານທີ່ກ່ຽວຂ້ອງ ນັ້ນເສັຽກ່ອນ.