ພະຍຸ ຮາຈູພິດ ທໍາລາຍບ້ານເຮືອນ ແລະ ໄຮ່ນາ

ແຂວງ ອຸດົມໄຊ ແລະ ແຂວງຜົ້ງສາລີ ໄດ້ຮັບຜົນກະທົບ ຢ່າງຫນັກ ຈາກລົມພະຍຸ ຮາຈູປີດ ວ່າງ ອາທີດ ກ່ອນ ຄາດວ່າ ມີຄົນເສັຽຊີວີດ ຍ້ອນ.
ຊິດນີ ຣາຍງານ
2008.09.30

ຈາກ​ອິທິພົນ ຂອງ​ລົມ​ພະຍຸ ຮາ​ຈູ​ປີດ ທີ່​ພັດ​ເຂົ້າ​ມາ ​ໃນ​ເຂດ​ພາກ​ເຫນືອ ຂອງ​ລາວ ​ໃນຣະຫວ່າງ​ ວັນ​ທີ 25-26 ກັນຍາ ​ເຮັດ​ໃຫ້ ບ້ານ​ເຮືອນ​ ຂອງ​ປະຊາຊົນ ​ໃນ​ເຂດ​ສອງ​ແຂວງ ​ດັ່ງກ່າວ ​ໄດ້​ຮັບ​ຜົນກະທົບ​ ຢ່າງ​ຫນັກ.

​ເຈົ້າ​ຫນ້າ​ທີ່ ປະຈຳ​ສູນ​ກາງຄຸ້ມ​ຄອງ​ ພັຍ​ພີ​ບັດ ​ແຫ່ງ​ຊາດ ທີ່​ນະຄອນຫລວງ​ວຽງ​ຈັນ ​ເວົ້າວ່າ:

“ຂໍູ້ມນ​ ເສັຽຫາຍ ກໍ່​ຫລາຍ​ ພໍ​ສົມຄວນ ມີ​ແຂວງ​ອຸດົມ​​ໄຊ ກັບ​ແຂວງ ຜົ້ງສາລີ ມັນ​ເປັນ ນ້ຳປ່າ​​ໄຫລ​ແຮງ ​ແຕ່​ວ່າ ​ແຂວງ​ອື່ນໆ ​ພວກ​ເຮົາ ​ຍັງ​ລໍຖ້າ ​ການ​ລາຍ​ງານ ​ຂອງ​ແຂວງ​ຢູ່.”

ຜົນກະທົບ ​ທີ່ 2 ​ແຂວງ ​ດັ່ງກ່າວ ​ໄດ້​ຮັບ ​ກໍ່​ແມ່ນ​ວ່າ ທີ່​ແຂວງອຸດົມ​​ໄຊ ກວມ​ເຖີງ 80 ຫມູ່​ບ້ານ ​ໂດຍສະ​ເພາະ ທີ່​ເຂດ​ເມືອງ​​ໄຊ ພື້ນທີ່ ​ໄຮ່ນາ​ກວ່າ 700 ​ເຮັກຕາ​ເສັຽຫາຍ ຊາວບ້ານ​ກວ່າ 10 ພັນ​ຄົນ​ ໄດ້ຮັບ​ຄວາມ​ເດືອດຮ້ອນ, ຍັງ​ມີ​ລາຍ​ງານ ກ່ຽວ​ກັບ ​ຄົນ​ເສັຽຊີ​ວີ​ດ ນຳ​ອີກ ​ແຕ່​ເທົ່າ​ເຖີງ ປັດຈຸບັນ ຍັງ​ບໍ່​ຮູ້​ ແນ່ນອນ​ວ່າ ມີ​ຄົນ​ເສັຽຊີ​ວີ​ດ ຈັກ​ຄົນ ຂ່າວ​ບາງ​ກະ​ແສ ບ​ອກວ່າ​ມີ 2 ຄົນ.

ສ່ວນ ທີ່​ແຂວງ ຜົ້ງສາລີ​ນັ້ນ ​ເຖີງ​ແມ່ນ​ວ່າ ຍັງ​ບໍ່​ທັນ​ໄດ້​ຮັບ ​ຂໍ້​ມູນ ທີ່​ແນ່ນອນ ກໍ່​ສາມາດ​ ບອກ​ໄດ້​ວ່າ ທີ່​​ເມືອງ​ຂວາ ​ເມື​ອງບຸ່ນ​ເຫ​ນືອ ​ແລະ ​ເມືອງບຸ່ນ​ໃຕ້ ກໍ່​ມີ​ລາຍ​ງານ ​ກ່ຽວ​ກັບ ​ຄວາມ​ເສັຽຫາຍ ຈາກ​ເຫດ​ລົມ​ພະຍຸ​ຫລາຍ​ ພໍ​ສົມຄວນ ບ້ານ​ເຮືອນ​ ປະຊາຊົນ​ ຫລາຍ​ຫລັງ ​ຖືກ​​ເພພັງ ຖນົນ​ຫລາຍ​ສາຍຖືກ​ ຕັດຂາດ ຍ້ອນ​ຝົນ​ຕົກ​ຫນັກ ມີນ້ຳປ່າ​ ​ໄຫລ​ແຮງ. ເຖີງຢ່າງ​​ໃດ​ກໍ່ຕາມ ປັດຈຸບັນ ທາງ​ສູນ​ກາງ ກຳລັງ​ໃຫ້ການ​ຊ່ອຍ​ເຫລືອ​ແກ່​ ພວກ​ຂະ​ເຈົ້າ ດັ່ງ ອາຫານ​ການ​ກີ​ນ ນ້ຳດື່ມ​ ທີ່​ສະອາດ ຢາ​ປົວ​ພຍາດ ​ແລະ ​ເຄື່ອງນຸ່ງ​ຫົ່ມ ຕຣອດຮອດ ຈັດ​ສັນ ທີ່ຢູ່​ອາສັຍ​ ແກ່​ພວກ​ຂະ​ຈົ້າ.


ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.