ຜົນກະທົບຂອງຣະເບີດ ທີ່ບໍ່ທັນແຕກໃນລາວ

ຣະເບີດ ທີ່ບໍ່ທັນແຕກ ຢູ່ ສປປລາວ ເປັນບັນຫາ ທີ່ກະທົບ ໂດຍກົງໃສ່ ຊີວິດການເປັນຢູ່ ຂອງປະຊາຊົນ ແລະການພັທນາ.

ນັບຕັ້ງແຕ່ປີ 1990 ເຖິງປີ 2009 ໂດຍການຊ່ວຍເຫລືອ ຂອງຕ່າງປະເທດ ຮວມທັງ ສະຫະຣັດ ອະເມຣິກາ ໜ່ວຍງານທີ່ກ່ຽວຂ້ອງ ໄດ້ເກັບກູ້ຣະເບີດ ໃນເຂດຕ່າງໆ ທັງໝົດ 20 ກວ່າພັນເຮັກຕາ ແລະຍັງເຫລືອອີກ ຈຳນວນຫລາຍ ທີ່ທາງການລາວ ຈະຕ້ອງໄດ້ເກັບກູ້ ເພື່ອໃຫ້ປະຊາຊົນ ທຳມາຫາກິນໄດ້ ດ້ວຍຄວາມປອດໄພ. ທ່ານ ພູຂຽວ ຈັນທະສົມບູນ ຜູ້ອຳນວຍການ ອົງການຄູ້ມຄອງ ແຫ່ງຊາດ ເພື່ອແກ້ໄຂບັນຫາ ຣະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປລາວ ເວົ້າວ່າ:

"ເນື້ອທີ່ ທີ່ເຮົາເກັບກູ້ນີ້ ພວກເຮົາເກັບກູ້ ໄດ້ປະມານ 23,977 ເຮັກຕາ ໃນນີ້ແມ່ນ ພື້ນທີ່ກະສິກັມ 16,672 ເຮັກຕາ ສ່ວນທີ່ເຫລືອ ກໍແມ່ນຮັບໃຊ້ ໂຄງການພັທນາອື່ນໆ ແຕ່ວ່າກໍຍັງ ຫລາຍຢູ່ ທີ່ຍັງຕ້ອງການເກັບກູ້".

ທ່ານ ພູຂຽວເວົ້າວ່າ ເນື້ອທີ່ ທີ່ປະຊາຊົນ ຕ້ອງການທຳການ ກະສິກັມນັ້ນ ສ່ວນຫລາຍ ແມ່ນເຮັດໄຮ່ ເຮັດສວນ ໃນບໍຣິເວນຫ່າງໄກ ທີ່ຍັງບໍ່ມີ ໜ່ວຍງານໃດເຂົ້າໄປ ເກັບກູ້ຣະເບີດ ເຮັດໃຫ້ປະຊາຊົນ ບໍ່ສາມາດຜລິດ ກະສິກັມ ໄດ້ຢ່າງເຕັມທີ່ ແລະໂຄງການ ພັທນາອືນໆ ກໍບໍ່ສະດວກ:

"ລາວນີ້ເປັນ ປະເທດກະສິກັມ ຕ້ອງການປູກຝັງ ລ້ຽງສັດ ອັນນີ້ເຂົາເຮັດ ບໍ່ໄດ້ເພາະວ່າ ຣະເບີດ ມັນຍັງຕົກຄ້າງຢູ່ ໂຄງການພັທນາອື່ນໆ ເປັນຕົ້ນແມ່ນ ເຮັດໂຮງຮຽນ ໂຮງໝໍ ຖນົນຫົນທາງ ໂຄງການສ້າງເຂື່ອນ ຫລືວ່າ ໂຄງການຂຸດຄົ້ນບໍ່ແຮ່ ອັນນີ້ມັນກໍມີ ຣະເບີດ ຕົກຄ້າງຢູ່ ກໍມັນຍາກທີ່ ຈະຈັດຕັ້ງ ປະຕິບັດໂຄງການ".

ທ່ານເວົ້າຕື່ມອີກວ່າ ການທີ່ຈະລົບລ້າງ ຄວາມທຸກຍາກ ຂັ້ນພື້ນຖານ ອອກຈາກ ປະຊາຊົນ ໃນພື້ນທີ່ຕ່າງໆນັ້ນ ຈຳເປັນຕ້ອງໄດ້ ແກ້ໄຂເລື້ອງ ຣະເບີດບໍ່ທັນແຕກ ຊຶ່ງກໍເປັນບັນຫາຍາກ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org