ຊາວອັຕປື ທີ່ໄດ້ຮັບເຄາະຮ້າຍ ຈາກລົມພະຍຸ ເກສນາ ໄດ້ຮັບ ການຊ່ວຍເຫລືອ
2009.10.05
ນາງ Sally Sakulku ເຈົ້າໜ້າທີ່ ອົງການຊ່ວຍເຫລືອ ທາງດ້ານສຸຂພາບ ບໍ່ມີຂອບເຂດ ຫລື Health Unlimited ທີ່ມີສຳນັກງານ ໃຫຍ່ຢູ່ປະເທດ ອັງກິດກ່າວວ່າ ເຈົ້າໜ້າໜ້າທີ່ ຂອງອົງການຊ່ວຍເຫລືອ ດັ່ງກ່າວໄດ້ໄປ ເຖິງປະຊາຊົນ ແລ້ວແລະໄດ້ເລິ້ມ ໃຫ້ການຊ່ວຍເຫລືອ ອາຫານແລະນ້ຳ ແກ່ພວກເຂົາເຈົ້າ ແລະ ໃນວັນອາທິດ ຄົງຈະສາມາດ ຊ່ວຍເຫລືອຊາວລາວ ໄດ້ເຖິງ1,000ຄອບຄົວ, ໃນແຂວງອັຕປື ຊຶ່ງເປັນແຂວງທີ່ ໄດ້ຮັບຜົນກະທົບ ແຮງກວ່າແຫ່ງອື່ນໆ.
ນາງ Sakulku ແຈ້ງອີກວ່າ ສັດລ້ຽງແລະ ທົ່ງໄຮ່ທົ່ງນາ ຂອງຊາວລາວໃນ ແຂວງອັຕປື ຖືກນ້ຳຖ້ວມ ຢ່າງໜັກ. ສ່ວນອົງການ ບັນເທົາທຸກ Care ໄດ້ຈັດສົ່ງເຕົ້າ ຕົ້ມນ້ຳໄປຊ່ວຍເຫລືອ ປະຊາຊົນໃນ ແຂວງເຊກອງ ເພື່ອພວກເຂົາເຈົ້າ ຈະໃຊ້ຕົ້ມນ້ຳກິນ ເພື່ອຫລີກລ້ຽງ ການຣະບາດຂອງ ໂຣກອະຫິວາ.
ນອກຈາກນັ້ນ ອົງການ Care ຍັງຊ່ວຍເຂົ້າ 11ຕັນ ແລະ ປາກະປອງ 3,200 ກະປອງ. ທ່ານ Henry Braun ຜູ້ອຳນວຍການ ອົງການ Care ປະຈຳລາວ ເວົ້າວ່າປັດຈຸບັນ ເຈົ້າໜ້າທີ່ອົງການ Care ກຳລັງຮ່ວມມື ກັບຣັຖບານລາວ ເພື່ອແຈກຢາຍຢາ ປົວພະຍາດ ໃຫ້ແກ່ຊາວລາວ ຜູ້ໄດ້ຮັບເຄາຮ້າຍ.
ທ່ານ Cornelia Paetz ໂຄສົກອົງການ ອາຫານໂລກ ກ່າວວ່າ ເມື່ອວັນອາທິດ ຣັຖບານລາວ ໄດ້ມອບເຂົ້າຊ່ວຍ ປະຊາຊົນໃນ ແຂວງສາຣະວັນ 1ໝື່ນຄົນ. ແຕ່ຍ້ອນ ຖນົນຫົນທາງ ຖືກຕັດຂາດ ເຈົ້າໜ້າທີ່ບໍ່ ສາມາດໄປເຖິງ ປະຊາຊົນໃນ ເຂດເມືອງນຶ່ງ ໃນແຂວງ.









