ນອກຈາກ ລົມພະຍຸໃຕ້ຝຸ່ນ ຮາຈູພິດ ທີ່ໄດ້ກໍ່ໃຫ້ເກີດ ຄວາມເສັຍຫາຍ ໃນເຂດພາກເໜືອ ຂອງລາວ ເມື່ອມໍ່ໆມານີ້ ໃນປັດຈຸບັນນີ້ ລົມພະຍຸ ເມຂລາ ທີ່ກໍາລັງພັດເຂົ້າມາ ທາງພາກກາງ ຂອງລາວ ຕື່ມອີກ ຈຶ່ງເຮັດໃຫ້ທາງການ ໄດ້ຮີບຟ້າວ ປະກາດເຕືອນ ໃຫ້ຊາວບ້ານ ລະມັດລະວັງ ຕໍ່ຜົນກະທົບ ຕ່າງໆ ທີ່ອາດຈະມີຂື້ນ.
ທ່ານນ ວັນດີດວງມາລາ ຫົວໜ້າ ກອງພະຍາກອນ ອາກາດ ປະຈໍາກົມອຸຕຸນິຍົມ ວິທະຍາ ເວົ້າຕອນນຶ່ງ ໃນມື້ວັນອັງຄານ ທີ 30 ກັນຍານີ້ວ່າ:
" ເມ ຂ ລາ ເຂົ້າ ຕອນ ເຊົ້າ ມື້ ນີ້ທີ່ຜ່ານ ມາ ທາງ ແຂວ ງຄໍາ ມ່ວນພາກ ກາງ ຈົນ ຮອດ ພາກ ເໜືອນັບ ແຕ່ແຂວງສວັນນະ ເຂດຮອດ ແຂວງຊຽງ ຂວາງຈະ ມີ ໂອກາດ ມີ ຝົນຕົກ ໜັກ ໄທ ເຮົາ ກໍ ໄດ້ ແຈ້ງ ເຕືອນ ໄປ ແລ້ວ ໂອກາດຈະ ມີ ນໍ້າ ອັ່ງນໍ້າ ປ່າ ໄຫລ ແຮງ "
ທ່ານ ວັນດີ ຊີ້ແຈ້ງຕື່ມ ວ່າ ລົມພະຍຸ ເມຂລາ ຊຶ່ງເລີ້ມຂື້ນ ຈາກ ທະເລຈີນໃຕ້ ໄດ້ຜ່ານພາກກາງຂອງ ວຽດນາມແລ້ວ ກໍຈະພັດຍ້າຍ ເຂົ້າໄປແຂວງຄໍາມ່ວນ, ບໍລິຄໍາໄຊ ແລະ ນະຄອນຫລວງວຽງຈັນ ເຮັດໃຫ້ເຂດ ພື້ນທີ່ນີ້ ຄື ນັບແຕ່ພາກກາງ ຈົນໄປຮອດບາງແຂວງ ທາງພາກເໜືອ ເປັນຕົ້ນ ໄຊຍະບຸຣີ ແລະ ແຂວງຊຽງຂວາງ ອາດຈະເກີດຝົນ ຕົກໜັກ ຢ່າງກະທັນຫັນ ດັ່ງນັ້ນ ປະຊາຊົນຢູ່ໃນເຂດ ທີ່ສ່ຽງຕໍ່ອັນຕະລາຍ ຈຶ່ງຕ້ອງ ໄດ້ກຽມ ຮັບມື ກັບບັນຫາ ນໍ້າຖ້ວມ ດິນເຈື່ອນ ພ້ອມທັງ ນໍ້າປ່າ ໄຫລແຮງ ອີກນໍາ.
ເຖິງຢ່າງໃດກໍດີ ລົມພະຍຸ ເມຂລາ ອາດຈະສົ່ງ ຜົນກະທົບ ໃຫ້ລາວ ພຽງແຕ່ມື້ດຽວ ກ່ອນຈະພັດຜ່ານ ເຂົ້າໄປສູ່ຝັ່ງ ພາກອີສານ ປະເທດໄທ ຕໍ່ໄປ. ຄວາມຮຸນແຮງ ກໍບໍ່ເຖິງຂັ້ນ ລົມພະຍຸໃຕ້ຝຸ່ນ ຈຶ່ງຈະບໍ່ສ້າງຄວາມເສັຍຫາຍ ທີ່ຍາວນານ ແຕ່ກໍຕ້ອງ ໄດ້ລະມັດລະວັງ ຄັກແນ່ ເພາະເມື່ອ ລົມພະຍຸ ເມຂລາ ພັດເຂົ້າ ທໍາລາຍວຽດນາມ ມີຄວາມແຮງ ແລະ ໄວປະມານ 88 ກິໂລແມັດ ຕໍ່ຊົ່ວໂມງ ສ້າງຄວາມເສັຍຫາຍ ຢ່າງໜັກ ມີຜູ້ເສັຍຊີວິດ ຮອດ 41 ຄົນ.