ຂ.ຈຳປາສັກ ວາງນະໂຍບາຍ ອະນຸຮັກ ປ່າຕົ້ນນ້ຳ

ທາງກາຣ ແຂວງ ຈຳປາສັກ ມີ ແຜນນະໂຍບາຍ ກ່ຽວກັບ ກາຣອະນຸຮັກ ປ່າຕົ້ນນ້ຳ.

0:00 / 0:00

ເຈົ້າໜ້າທີ່ ແຜນກປ່າໄມ້ ແຂວງ ຈຳປາສັກ ມີແຜນ ນະໂຍບາຍໃໝ່ ເພື່ອປົກປັກ ຮັກສາ ປ່າໄມ້ ພາຍໃນແຂວງ ໃຫ້ມີ ຄວາມອຸດົມ ສົມບຸນ ໂດຽສະເພາະ ບໍ່ໃຫ້ມີ ກຸ່ມນາຍທຶນ ເຂົ້າມາ ທຳລາຍໄດ້ ຢ່າງງ່າຍດາຍ, ດັ່ງທີ່ ທ່ານ ໄດ້ໃຫ້ ກາຣຊີ້ແຈງ ວ່າ:

“ເພີ່ນກຳລັງ ຂື້ນແຜນຢູ່ ຊີ້ນຳ ສເນີ ເພື່ອພິຈາຣະນາ ຈະຂື້ນແຜນ ຈຳນວນໜື່ງ ຈຳນວນທີ່ວ່າ ມັນຍັງມີ ປ່າຢູ່ແລ້ວ ເຮົາຈ ະປົກປັກຮັກສາ ແລະ ຈຳນວນປ່າ ທີ່ວ່າ ມັນໄດ້ຖືກ ບຸກຣຸກ ຫລືວ່າ ເສື່ອມໂຊມ ເຮົາກໍຕ້ອງ ຈະໄດ້ ຟື້ນຟູ ແລະ ປູກທົດແທນຂື້ນ”.

ເຈົ້າໜ້າທີ່ລາວ ດັ່ງກ່າວ ໄດ້ແຈ້ງ ເພີ່ມວ່າ: ປັຈຈຸບັນ ກຳລັງ ມີກາຣສຳຣວຈ ພື້ນທີ່ ເພື່ອເກັບກຳຂໍ້ມູລ ແລ ະຄາດວ່າ ຈະໃຫ້ແລ້ວ ສຳເຣັຈ ໃນທ້າຍປີ 2008 ຫລື ຕົ້ນປີ 2009 ນີ້ ແລະ ວ່າ ປະຊາຊົນ ກໍເຂົ້າໃຈດີ ກ່ຽວກັບ ແຜນກາຣ ອະນຸຮັກ ປົກປັກ ຮັກສາ ຕາມປ່າດົງ ດັ່ງກ່າວ, ພ້ອມທັງ ໃຫ້ ກາຣສນັບສນູນ ເປັນຢ່າງດີ, ດັ່ງທີ່ ທ່ານ ໄດ້ກ່າວ ເນັ້ນວ່າ:

”ປະຊາຊົນ ໃນທ້ອງຖິ່ນເ ຂົາຖາງ ຢູ່ໃນສວນເພາະ ວ່າມັນມີ ຄວາມສະດວກ ໃນກາຣ ໃຊ້ນ້ຳ ຕ່າງໆ. ຈັງຊັ້ນ ຈຶ່ງວ່າ ເຮົາຈະຕ້ອງ ໄດ້ສ້າງແຜນ ເຂົ້າໄປ ຄຸ້ມຄອງ ໃກ້ຊິດ, ໄປກວດ ເກັບກຳຂໍ້ມູລ ຄືນ ເພື່ອວ່າ ເຂຕໃດ ເຮົາຊີ່ ຟື້ນຟູຄືນ”.

ທ່ານ ໄດ້ກ່າວຢ້ຳ ວ່າ: ທາງແຜນກປ່າໄມ້ ໄດ້ເຮັດ ກາຣອົບຮົມ ແລະ ໃຫ້ຄວາມຮູ້ ກັບບັນດາ ຜູ້ນຳ ໃນແຕ່ລະ ທ້ອງຖິ່ນ ພາຍໃນ ແຂວງ ຈຳປາສັກ ເພື່ອໃຫ້ ນຳໄປ ເຜີຽແພ່ ຄວາມຮູ້ ແກ່ປະຊາຊົນ ຕໍ່ໆໄປ ໃຫ້ມີ ຈີຕສຳນຶກ ແລະ ໃຫ້ຮູ້ຈັກ ອະນຸຮັກ ປ່າໄມ້ ຊຶ່ງເປັນ ຕົ້ນທີ່ມາ ຂອງນ້ຳ ແລະ ເພື່ອໃຫ້ມີ ຄວາມຮູ້ສຶກວ່າ ພວກຕົນເປັນ ເຈົ້າຂອງ ຊັພຍາກອນ ທີ່ສຳຄັນ ດັ່ງກ່າວນີ້.