ການຈູດປ່າ ກະທົບ ຣະບົບ ຫາຍໃຈ

ໝອກຄວັນ ຈາກການຈູດປ່າ ເຮັດໃຫ້ ປະຊາຊົນ ໃນແຂວງບໍ່ແກ້ວ ເຣີ້ມເປັນ ໂຣກຣະບົບ ທາງເດີນຫາຍໃຈ

0:00 / 0:00

ບັນຫາຄວັນ​ໄຟຈາກການ​ຈູ​ດປ່າ​ເຮັດ​ໄຮ່ ​ໃນ​ແຂວງ​ບໍ່​ແກ້ວ ​ເຮັດ​ໃຫ້​ອາກາດ​ເສັຍ ​ແລະປະຊາຊົນຫາຍ​ໃຈ ​ເອົາ​ອາກາດທີ່​ເປັນ​ພິດ ​ເຂົ້າ​ໄປ ​ໃນ​ປອດ, ​ໂດຍສະ​ເພາະ ​ເດັກນ້ອຍ ​ເຣີ້ມມີ​ອາການບໍ່​ສະບາຍ ​ແລະ ​ເປັນ​ໂຣກທາງ​ເດີນ​ຫາຍ​ໃຈ, ອີງ​ຕາມຄໍາ​ເວົ້າຂອງ​ຍານາງ ​ເພັງ​ແກ້ວຈຸ​ດີ, ​ເຈົ້າ​ໜ້າ​ທີ່ ​ໂຮງໝໍ ​ແຂວງ​ບໍ່​ແກ້ວ.

ມີ ມີ ຫລາຍ ຢູ່ ແບບ ເປັນຫວັດ ເປັນ ໄອ , ​ ແພ້ ອາກາດ ມີ ມາ ທຸກ ມື້ ເດັກ ອາຍຸ 1-10 ປີ ເພາະ ເປັນ ອາກາດ ປ່ຽນ ແປງ ດ໋ຽວມືດ ດ໋ຽວຮ້ອນ ນີ່ ນ່າ .”

ບັນຫາຄວັນ​ໄຟ ​ເຣີ່ມ​ມີ​ຂຶ້ນແຕ່ຕົ້ນ​ເດືອນ​ມີນາ ​ເປັນ​ຕົ້ນ​ມາຍ້ອນ​ມີ​ການ​ຖາງປ່າ-ຈູດ​ໄຮ່​ພ້ອມໆ​ກັນ ​ໃນ​ແຂວງ​ບໍ່​ແກ້ວ, ຊຶ່ງ​ເປັນ​ຕົ້ນຣະດູການ​ປູກຝັງ, ດັ່ງ​ນັ້ນການ​ລ້າງ​ໜ້າດິນດ້ວຍ​ການ​ເຜົາ​ປ່າ ​ເຮັດ​ໃຫ້​ ອາກາດ​ເປັນ​ພິດ.

ໝອກ​ຄວັນຈະ​ເຣີ້ມ​ໜາ​ຕຶບ ​ໃນ​ຕອນ​ເຊົ້າສົ່ງ​ຜົນ​ກະທົບຕໍ່​ປະຊາຊົນ ​ໃນ​ພື້ນ​ທີ່, ​ໂດຍ​ສະ​ເພາະ ​ເດັກນ້ອຍທີ່​ຫາຍ​ໃຈ ​ເອົາ​ອາກາດທີ່​ເປັນ​ພິດ​ເຂົ້າ​ໄປ​ໃນ​ປອດ ​ໂດຍ​ທີ່​ບໍ່​ຮູ້ສຶກ​ໂຕ, ຊຶ່ງ​ເດັກນ້ອຍ ​ເຫລົ່າ​ນັ້ນ ​ໄດ້​ເຂົ້າ​ໄປ​ຮັກສາ ​ໃນ​ໂຮງໝໍຢ່າງ​ຕໍ່​ເນື່ອງ.

​ເຈົ້າ​ໜ້າ​ທີ່​ແຂວງ​ບໍ່​ແກ້ວເວົ້າ​ວ່າພາກສ່ວນ​ກ່ຽວຂ້ອງກໍ​ໄດ້​ກຽມ​ຫາ​ທາງ​ແກ້​ໄຂຕໍ່ກໍຣະນີດັ່ງກ່າວ:

“​ ແຕ່ ວ່າ ​ ​ ເບື້ອງ ເຮົາ ຕອນ ນີ້ ກໍ ມີ ຜົນ ກະທົບ ແຕ່ ວ່າ ບໍ່ ມີ ບັນຫາ , ທາງ ອຸຕຸນິຍົມ ອຸ ທຸກະ ສາດ ກໍ ໃຫ້ ຂໍ້ ມູນ ຕ່າງໆ ເພິ່ນ ກໍ ລົງ ກວດກາ ແລ້ວ ທາງ ສູນ ກາງ ເພິ່ນ ກໍ ມີ ຄໍາ ສັ່ງ ເພິ່ນ ໃຫ້ ເຕືອນ ແລະ ໃຫ້ ເອົາ ໃຈ ໃສ່ ຕິດຕາມ .”

ບັນຫາໝອກ​ຄວັນຈາກ​ການ​ຖາງ​ປ່າ​ເຮັດ​ໄຮ່ ​ເປັນ​ບັນຫາ​ໃຫຍ່ທີ່​ສົ່ງ​ຜົນ​ກະທົບ ​ໃນ 3 ປະ​ເທດ​ເຊັ່ນລາວ, ​ໄທ ​ແລະພະມ້າ ​ເຣີ້ມ​ແຕ່ປີ 2008 ​ແລະປີ 2009. ພ້ອມ​ດຽວ​ກັນນັ້ນ, ໝອກ​ຄວັນດັ່ງກ່າວຍັງ​ເຮັດ​ໃຫ້ອາກາດຜິດ​ປົກ​ກະຕິ ​ແລະ ​ສົ່ງ​ຜົນ​ກະທົບ​ໃນການ​ເດີນທາງທາງ​ອາກາດອີກ​ດ້ວຍ.