ກອງປະຊຸມຣັຖພາຄີ ກໍາຈັດລະເບີດລູກຫວ່ານ
2010.11.08
ການທໍາລາຍ ລະເບີດ ທີ່ຕົກຄ້າງ ໃນປາງສົງຄາມ ຂອງເຈົ້າໜ້າທີ່ ຜູ້ຊ່ຽວຊານ ຈາກອົງການນາໆຊາດ ຮ່ວມກັບຄົນທ້ອງຖິ່ນ ໃນແຂວງຊຽງຂວາງ
ກົດຟັງສຽງ
ກອງປະຊຸມ ຣັຖພາຄີ ລະເບີດ ລູກຫ່ວານ ທີ່ນະຄອນຫລວງ ວຽງຈັນ ຄາດວ່າຈະ ສາມາດກໍານົດ ແຜນການ ເກັບກູ້ລະເບີດ ທີ່ບໍ່ທັນແຕກ ທີ່ຕົກຄ້າງ ໃນປາງສົງຄາມ ແລະ ການທໍາລາຍ ລະເບີດ ຢູ່ໃນສາງ ໃຫ້ໄວຂື້ນ.
ກອງປະຊຸມ ດັ່ງກ່າວ ເປັນກອງປະຊຸມ ທີ່ສໍາຄັນ ທີ່ສຸດ ກ່ຽວກັບ ສົນທິສັນຍາ ຫ້າມໃຊ້ອາວຸດ ໃນລະຍະ ນື່ງທົສວັດ ກວ່າໆມານີ້, ຕາມການເປີດເຜີຽ ຂອງອົງການຮ່ວມ ຊື່ງເປັນອົງການ ທີ່ບໍ່ຂື້ນກັບ ຣັຖບານ ທີ່ດໍາເນີນ ວຽກງານ ລືບລ້າງ ລະເບີດ ລູກຫ່ວານ ຫລື cmc. ກອງປະຊຸມ ເປັນເວລາ 4 ວັນ ຊື່ງຈະເລີ້ມ ຂື້ນໃນ ວັນອັງຄານ ວັນທີ 9 ພຶສຈິກາ ນີ້.
ໂດຍຈະມີ ເຈົ້າໜ້າທີ່ ທາງການຈາກ ຣັຖພາຄີ ໃນທົ່ວໂລກ ອົງການກຸສົນ, ແລະ ຜູ້ທີ່ລອດຕາຍ ຈາກລະເບີດ ປະມານ 1,000 ກວ່າຄົນ ເຂົ້າຮ່ວມ ເປັນຄັ້ງທໍາອິດ ນັບແຕ່ ສົນທິສັນຍາ ດັ່ງກ່າວ ໄດ້ກາຍເປັນ ກົດໝາຍສາກົນ ເມື່ອເດືອນ ສິງຫາ ຜ່ານມານີ້.
ສປປ ລາວ ເປັນປະເທດ ທີ່ຖືກຖິ້ມ ລະເບີດ ໃສ່ຫລາຍທີ່ສຸດ ໃນໂລກ ຕໍ່ຫົວຄົນ. ຕາມໂຕເລກ ຂອງກອງທັບ ອາກາດ ສະຫະຣັຖວ່າ ລະເບີດ ທີ່ຖິ້ມໃສ່ ດິນລາວ ໃນປາງສົງຄາມ ວຽດນາມ ມີປະມານ 2 ລ້ານກວ່າຕັນ ລະຫ່ວາງປີ 1964-73. ໃນຈໍານວນ ອາວຸດນີ້ 270 ລ້ານລູກ ເປັນລະເບີດ ບົມບີ ໃນນັ້ນ 30% ບໍ່ທັນແຕກ. 25% ເປັນລະເບີດ ຫລື ລູກກະສູນອື່ນໆ ທີ່ຝັງດິນ ແລະ ຢັງຢາຍຢູ່ໃນ ຫລາຍພື້ນທີ່ ຂອງດິນລາວ ຮ່ວມທັງພື້ນທີ່ ປູກຝັງດ້ວຍ ອັນເຮັດໃຫ້ ຊາວບ້ານ ຢູ່ໃນເຂດ ຊົນນະບົດ ໄດ້ຮັບຄວາມ ຫຍຸ້ງຍາກລໍາບາກ ໃນການ ຫາຢູ່ຫາກິນ ແລະຫລາຍຄົນ ຖືກເສັຽຊີວິດ ຍ້ອນ ຫລືເສັຽ ອົງຄະ.
ໃນປະເທດ ວຽດນາມ ລະເບີດ ທີ່ບໍ່ທັນແຕກ ເຣັດໃຫ້ມີ ຜູ້ເສັຽຊີວິດ ໄປແລ້ວ ປະມານ 10,600 ຄົນ ແລະ ໄດ້ຣັບບາດເຈັບ 12,000 ຄົນ. ນອກນັ້ນ ລະເບີດລູກຫ່ວານ ຍັງຖືກໃຊ້ຢູ່ ປະເທດ ອີຣັກ ອາຟການິສຖານ ເລບານອນ ກໍາພູຊາ ແລະ ອີກຢ່າງນ້ອຍ ໃນ 23 ປະເທດ.









