ການກໍາຈັດລະເບີດ ຕົກຄ້າງໃນລາວ

ການຊ່ວຍເຫລືອ ຈາກຕ່າງປະເທດ ຈະເຮັດໃຫ້ ລາວ ຫລຸດຜ່ອນຈໍານວນ ລະເບີດ ທີ່ບໍ່ທັນແຕກ ລົງໄດ້.
ໂພໄຊສວັດ
2010.10.11
F-Jars ທົ່ງໄຫຫີນ ແຂວງຊຽງຂວາງ ທັມມະຊາດທີ່ງົດງາມ ແຕ່ຍັງເຕັມໄປດ້ວຍ ອັນຕະລາຍ ຍ້ອນລະເບີດຕົກຄ້າງ ຫລັງສົງຄາມ
RFA

ກົດຟັງສຽງ

ການຊ່ວຍເຫລືອ ຈາກຕ່າງປະເທດ ຈະຊ່ວຍຫລຸດຜ່ອນ ຈຳນວນ ຜູ້ທີ່ໄດ້ຮັບບາດເຈັບ ແລະ ເສັຍຊີວິດ ຈາກລະເບີດ ທີ່ຍັງບໍ່ທັນແຕກ ໃນລາວໄດ້. ໄລ່ຕາມຈຳນວນ ປະຊາຊົນແລ້ວ ສປປລາວ ເປັນປະເທດ ທີ່ມີການຖິ້ມ ລະເບີດໃສ່ຫລາຍ ທີ່ສຸດໃນໂລກ.

ທ່ານ Timothy Schaffter, ຫົວໜ້າຫ້ອງການ UNICEF ປະຈຳລາວ ບອກກັບແຫລ່ງຂ່າວ Swissinfo ວ່າການຊ່ວຍເຫລືອ ຈາກຕ່າງປະເທດ ເຊັ່ນຈາກປະເທດ Switzerland ຈຳເປັນໃນການປ້ອງກັນ ອຸບັດຕິເຫດ ທີ່ຍັງເກີດຢູ່ ເປັນປະຈຳທຸກໆມື້ ໃນລາວ, ພາຍໃນ 3 ທົສວັດ ຫລັງຈາກ ສົງຄາມວຽດນາມ ໄດ້ຍຸຕິລົງແລ້ວ.

ທ່ານ Schaffter ໄດ້ໄປນະຄອນ Zurich ເພື່ອພົບພໍ້ກັບອົງການ UNICEF ປະເທດ Switzerland, ເປັນປະເທດນຶ່ງທີ່ ສນັບສນູນ ດ້ານການເງິນໃຫ້ແກ່ ອົງການ UNICEF ເພື່ອການສຶກສາກ່ຽວກັບ ລະເບີດ ທີ່ຍັງບໍ່ທັນແຕກ ໃນລາວ.

ລະເບີດລູກວ່ານ ທີ່ກຳລັງທະຫານ ສະຫະຣັຖ ຖິ້ມໃສ່ດິນລາວ ໃນລະຫວ່າງປີ 1960 ຫາ 1970 ໄດ້ກະຈາຍຢາຍ ໄປເກືອບທົ່ວທັງປະເທດ ຊຶ່ງຄາດວ່າມີ ປະມານ 270 ລ້ານລູກ, 1 ໃນ 3 ຂອງຈຳນວນດັ່ງກ່າວ ທີ່ຖືກຖິ້ມໃສ່ດິນລາວ ນັ້ນຍັງບໍ່ທັນແຕກ ແລະ ຍັງຈະເປັນອັນຕະລາຍ ຕໍ່ໄປເລື້ອຍໆ.

ແຫລ່ງຂ່າວ Swissinfo ເປີດເຜີຍອີກວ່າ ລາວເປັນປະເທດນຶ່ງ ທີ່ໄດ້ຮັບຜົນກະທົບ ຈາກລະເບີດລູກວ່ານ ທີ່ຍັງບໍ່ທັນແຕກ ແລະ ປະມານເຄິ່ງນຶ່ງ ຂອງຜູ້ເຄາະຮ້າຍ ຈາກ ເຫດການ ເມື່ອມີລະເບີດແຕກຂຶ້ນ ກໍແມ່ນເດັກນ້ອຍ. ເຖິງວ່າປະຊາຊົນ ຢູ່ໃນລາວ ຈະຮູ້ເຖິງອັນຕະລາຍ ຈາກລະເບີດ ທີ່ບໍ່ທັນແຕກ ແລະ ຈຳນວນອຸບັດຕິເຫດ ຈະຫລຸດ ໜ້ອຍລົງ ແຕ່ອຸບັດຕິເຫດ ກໍຍັງມີຢູ່ເລື້ອຍໆ.

ນັບຕັ້ງແຕ່ປີ 1973 ມີຜູ້ຄົນທີ່ໄດ້ຮັບ ເຄາະຮ້າຍ 12,000 ກໍຣະນີ, 60 ສ່ວນຮ້ອຍ ເສັຍຊີວິດ, ແລະ 50 ສ່ວນຮ້ອຍ ເກີດຂື້ນກັບເດັກນ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.