ການຖາງແລ້ວຈູດເຮັດໄຮ່ ຂ.ຜົ້ງສາລີ
ແຂວງຜົ້ງສາລີ ບໍ່ສາມາດ ຊ່ວຍໃຫ້ ປະຊາຊົນ ຍຸຕິກາຣເຮັດໄຮ່ ເລື່ອນລອຍ ໄດ້ຕາມຄາດໝາຍ ແຕ່ຢ່າງໃດ.
-
ຫວາດ ສີມູນ
2010-10-13 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ທາງກາຣແຂວງ ຜົ້ງສາລີ ບໍ່ສາມາດຊ່ວຍໃຫ້ ປະຊາຊົນ ຢຸດເຊົາກາຣເຮັດໄຮ່ ເລື່ອນລອຍໄດ້ ຕາມເປົ້າໝາຍ ແຕ່ຢ່າງໃດ ໃນປີ 2010 ນີ້ ຍ້ອນປະສົບກັບ ບັນຫາຫລາຍ ຢ່າງ ໂດຽສະເພາະ ກໍແມ່ນເຣື່ອງກາຣ ຈັດສັນອາຊີພ ຄົງທີ່ ໃຫ້ປະຊາຊົນ ທີ່ຢູ່ໃນເຂຕ ພູດອຍຫລາຍແຫ່ງ ດັ່ງທ່ານ ທອງສະຫວັນ ທັມມະວົງ ຫົວໜ້າແຜນກ ກະສິກັມ ແລະ ປ່າໄມ້ ປະຈຳແຂວງ ໄດ້ກ່າວວ່າ:
"ໄຮ່ເລື່ອນລອຍນີ້ກໍ ກໍຫລຸດລົງ ຫລຸດລົງກໍບໍ່ ຫລຸດລົງຫລາຍ ບໍ່ໃຫ້ມີເລີຽ ຖືວ່າຕົວນີ້ ຈະຕ້ອງໃຫ້ໄປເປັນ ໃນແຕ່ລະກ້າວກ່ອນ ກາຣຊອກອາຊີພ ໃຫ້ປະຊາຊົນນີ້ ກໍມີຄວາມ ຫຍຸ້ງຍາກຫລາຍ ເຂຕຫ່າງໄກຊອກຫລີກ ບາງເທື່ອ ກາຣຜລິຕຂະເຈົ້າ ກໍມີຢູ່ ແຕ່ວ່າເສັ້ນທາງ ບໍ່ມີ ກໍບໍ່ສາມາດ ອອກສູ່ຕລາດໄດ້".
ພ້ອມດຽວກັນນີ້ ທ່ານທອງສະຫວັນ ກໍວ່າ ສໍາຫລັບແຜນກາຣ ລົບລ້າງພື້ນທີ່ໄຮ່ ເລື່ອນລອຍ ນັ້ນ ກໍມີກາຣວາງແຜນ ໄວ້ເຊັ່ນ: ກາຣຈັດສັນ ເນື້ອທີ່ດິນ ຈຳນວນໜຶ່ງ ຢູ່ແຕ່ລະ ເມືອງເພື່ອກາຣ ລ້ຽງສັຕ ກາຣສົ່ງເສີມເຮັດນາ ຕາມພູໃຫ້ມີ ປະສິທທິພາບ ຫລາຍຂຶ້ນກວ່າເກົ່າ ສນັບສນູນໂຄງ ກາຣປູກຕົ້ນໄມ້ ອຸຕສາຫະກັມ ສຳຫລັບຜູ້ທີ່ ມີທຶນຮອນ ພ້ອມກັບສົ່ງເສີມ ໃຫ້ມີກາຣເຮັດໄຮ່ ຄົງທີ່ ຫລືແບບໝຸນວຽນ ຕ່າງໆ.
ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວເນັ້ນ ເພີ່ມວ່າ ທາງກາຣແຂວງຍັງໄດ້ ແຕ່ງຕັ້ງຄນະກັມມະກາຣ ຂຶ້ນມາ ເພື່ອກວດກາແລະ ຄວບຄຸມບໍ່ໃຫ້ ມີກາຣຖາກຖາງ ປ່າ ເພື່ອເຮັດໄຮ່ ເລື່ອນລອຍ ຊຶ່ງ ທາງເຈົ້າໜ້າທີ່ ຮັບຜິດຊອບ ແຕ່ລະເມືອງ ຈະຕ້ອງໄດ້ເກັບກຳ ຂໍ້ມູລຕ່າງໆ ພ້ອມກັບຮັບຜິດຊອບ ໃນດ້ານຈັດສັນ ພື້ນທີ່ດິນ ເພື່ອປະຊາຊົນ ຈະມີບ່ອນ ທຳມາຫາກິນ ໃນແຕ່ລະເຂຕ ທ້ອງຖິ່ນຂອງ ແຕ່ລະເມືອງ ນັ້ນດ້ວຍ.