ໃນຣະຫວ່າງ ກາຣເຂົ້າຮ່ວມປະຊຸມ ຣັຖມົນຕຣີ ສາທາຣະນະສຸຂ ອາຊ໊ຽນ+(ບວກ) 3 ເພື່ອສກັດກັ້ນ ໄຂ້ຫວັດໝູ ທີ່ບາງກອກ ໃນມື້ວັນທີ່ 7 ພືສພາ ນີ້ນັ້ນດຣ. ບຸນຫລາຍພົມມະສັກຫົວໜ້າ ຫ້ອງກາຣປະສານງານຕ້ານ ແລະ ຄວບຄຸມ ພຍາທຕິດຕໍ່ ກະຊວງສາທາຣະນະສຸຂສປປລາວ ໄດ້ກ່າວ ຕໍ່ຜູ້ສື່ຂ່າວເອເຊັຽເສຣີ ວ່າຍັງບໍ່ພົບເຫັນມີຜູ້ຕິດເຊື້ອໂຣຄ ແຕ່ຢ່າງໃດ ແຕ່ກໍມີ ກາຣເຝົ້າຣະວັງ ຢ່າງໃກ້ຊິດ ໂດຽສະເພາະ ທີ່ສນາມບິນວັດໄຕຊື່ງເປັນຈຸດເຣີ່ມຕົ້ນ ຂອງຊ່ອງທາງເຂົ້າ/ອອກ ຣະຫວ່າງປະເທສ ເຮັດໃຫ້ເປັນຈຸດ ທີ່ສ່ຽງຫລາຍສະນັ້ນ ຈື່ງຈະມີກາຣກວດ ຕາມຜູ້ໂດຽສາຣ ຫລາຍເພີ່ມຂື້ນດັ່ງທີ່ ທ່ານໄດ້ໃຫ້ກາຣອະທິບາຍ ວ່າ:
" ອັນ ໜື່ງ ແລ້ວ ແມ່ນ ຕື່ມ ແບບ form ຈາກ ນັ້ນ ແລ້ວ ກໍ inform ເຂົາ ເຈົ້າ ເວລາ ເຂົາ ເຈົ້າ ພັກ ຢູ່ ( ໃສ ) ທີ່ ໄໜ່ ຖ້າ ມີ ອາກາຣ ສົງສັຍ ມີ ໄຂ້ ມີ ໄອ ແໜ້ນ ໜ້າ ເອິກ ຂີ້ມູກ ໄຫລ ເໝືອນ ໄຂ້ ດັ່ງ ຫວັດກໍ ເຮົາ ກໍ ບອກ ສະຖານ ທີ່ ຫລື ເບີ ໂທຣະສັພ ໃຫ້ ເຂົາ ຮູ້ ແລ້ວ ກໍ contact ແລ້ວ ກໍ ພວກ ເຮົາ ກໍ ມີ ແພ ທໝໍ ກຽມ ເນາະ ແລະ ກໍ ມີ hot line #166 ດ້ວຍ "
ນອກຈາກ ກາຣເຝົ້າຣະວັງ ແລ້ວນັ້ນທາງກາຣສປປລາວຍັງໄດ້ເຣັ່ງ ດ້ານປະຊາສັມພັນ ໃຫ້ຄວາມຮູ້ແກ່ປະຊາຊົນ ເພື່ອບໍ່ໃຫ້ແຕກຕື່ນ ກັບສະຖານະກາຣ ທີ່ເກີດຂື້ນ ແຕ່ຢ່າງໃດ ເພາະບໍ່ຮ້າຍແຮງ ຢ່າງທີ່ຄິດໄວ້ນັ້ນ ແລະ ໂດຽສະເພາະ ກໍສາມາດ ປ້ອງກັນໄດ້ ຖ້າຫາກຮູ້ຈັກ ວິທີອະນາມັຍ ເຊັ່ນ: ກາຣລ້າງມື ໃຫ້ສະອາດຫລື ເອົາຜ້າປິດດັງ ຫາກວ່າ ຕ້ອງໄດ້ເຮັດວຽກງານ ຫລື ສັມຜັສໃກ້ຊິດ ກັບຜູ້ທີ່ ສົງສັຍນັ້ນ. ພ້ອມດຽວກັນນີ້ ທ່ານກໍວ່າຍ້ອນທາງກາຣລາວ ໄດ້ຜ່ານກາຣເຝົ້າຣະວັງ ກາຣຣະບາດ ຂອງໄຂ້ຫວັດນົກແລະ ໂຣຄ SARS ມາກ່ອນແລ້ວຈື່ງຄາດວ່າ ມີກາຣຕຣຽມພ້ອມ ໃນທົ່ວປະເທສ ດັ່ງທີ່ທ່ານ ໄດ້ກ່າວເພີ່ມອີກວ່າ:
" ເຮົາມີ ແຜນ ຕອບ ໂຕ້ ກາຣຣະບາດ ໃຫຍ່ ສມັຍ H5N1 ຕອນ ນີ້ ກໍ ມາ ໃຊ້ ເລີຽ ເມື່ອ ກ່ອນໆ ກໍ ມີ ຢູ່ ແລ້ວ ແຕ່ ວ່າ train ເຂົາ ເປັນຕົ້ນວ່າ ໃນ ກໍຣະນີ AH1N1 ນີ້ ມັນ case division ມັນ ປ່ຽນ ເປັນ ອະ ໄຣບ້າງ ຢ່າງ ນັ້ນກໍ train ເຂົາ ໄປ ທັງ ໝົດ ພວກ ເຮົາ ກໍ ມີ ຢູ່ ປະມານ ປັຈຈຸ ບັນ ນີ້ກວ່າ 5,000 ໂດ ສ໌ ເນາະ ຖື ວ່າ ພຽງພໍ ກັບ ຄວາມ ຕ້ອງກາຣ "
ສຳຫລັບ ກາຣເຝົ້າຣະວັງ ຕາມເຂຕຊາຍແດນນັ້ນ ທາງເຈົ້າໜ້າທີ່ລາວ ທ່ານນີ້ ກໍວ່າ ຕາມປົກກະຕິ ກໍຈະມີ ກາຣຝຶກຊ້ອມ ຮ່ວມກັບທາງກາຣກ່ຽວຂ້ອງ ກັບປະເທສເພື່ອນບ້ານ ແລະ ວ່າມີຄະນະ ເປັນໜ່ວຍສຳຫລັບ ໃຫ້ຂໍ້ມູລ ແລະ ແລກປ່ຽນຄວາມຄິດເຫັນ ກ່ຽວກັບ ແຜນຂອງກາຣເຝົ້າຣະວັງ ກາຣແພ່ຣະບາດຂອງເຊື້ອໂຣຄ ຕ່າງໆນັ້ນ.