ໝໍຕຳແຍ ປະຈຳບ້ານ

ທາງການກ່ຽວຂ້ອງ ແຂວງບໍ່ແກ້ວ ປະສົງທີ່ ຈະໃຫ້ທຸກບ້ານ ພາຍໃນແຂວງ ມີໝໍຕໍາແຍ ຢ່າງໜ້ອຍ 1 ຫລື 2 ຄົນ ເພື່ອຊ່ວຍໃນ ການທຳຄອດລູກ.
ມະນີຈັນ
2009.04.30

ໂຄງການ ໝໍຕໍາແຍ ເພື່ອຊ່ວຍແມ່ມານ ຄອດລູກ ຫລືເກີດລູກ ໃນເຂດ ຊົນນະບົດ ຫ່າງໃກຈາກ ຕົວເມືອງ ຈາກໂຮງໝໍ ແລະສຸກສາລາ ພາຍໃນແຂວງ ບໍ່ແກ້ວ ທາງ ພາກເໜືອ ຂອງລາວ ເປັນທີ່ຈໍາເປັນ ຍີ່ງເພາະຈະ ຊ່ວຍລຸດຜ່ອນ ການເສັຽຊີວິດ ຂອງຜູ້ເປັນແມ່ ແລະລູກໄດ້ ເປັນຢ່າງດີ, ຕາມຄໍາເວົ້າຂອງ ທ່ານໝໍ ສຸເພັນ ຫົວໜ້າ ຜແນກແມ່ແລະເດັກ ແຂວງບໍ່ແກ້ວ.

ຈຸດໜັກ ພວກເຮົາເລັງໃສ່ ບ້ານຫ່າງໃກ ສອກຫລີກ ປະຊາຊົນ ທຸກຍາກ ລະກະມີ ການຍາກ ລະກະມີ ການສ່ຽງ ໃນການຕາຍ ຂອງແມ່ຫັ້ນ.

ການເກີດລູກ ຂອງຜູ້ຍີງລາວ ໃນແຂວງບໍ່ແກ້ວ ຊຶ່ງກໍຄືກັນ ກັບເຂດແຂວງ ອື່ນໆຂອງລາວ ຕັ້ງແຕ່ເໜືອ ຕລອດໄຕ້ ຈໍານວນນຶ່ງແມ່ນ ອອກຢູ່ ໂຮງໝໍເມືອງ ໂຮງໝໍ ແຂວງ. ຈໍານວນນຶ່ງ ອອກຢູ່ ສຸກສາລາ. ອີກຈໍານວນນຶ່ງ ໂດຍສະເພາະ ແລ້ວກໍແມ່ນ ຢູ່ເຂດຫ່າງໄກ, ບໍ່ມີໂຮງໝໍ ຫລືສຸກສາລາ ຢູ່ໄກ້ນັ້ນ ແມ່ນອອກ ຢູ່ເຮືອນຂອງ ຕົນເອງ ຊຶ່ງຈະມີ ຄວາມສ່ຽງຫລາຍ ໃນການເສັຽ ຊີວິດ ຊຶ່ງນັ້ນກໍເປັນ ຄວາມຈິງກ່ອນ ຈະມີໂຄງການ ໝໍຕໍາແຍ ອັນໝາຍເຖິງ ໂຄງການ ຝຶກອົບຮົມ ໃຫ້ຄວາມຮູ້ພື້ນ ຖານແກ່ ໝໍຕໍາແຍ ກ່ຽວກັບການ ດູແລຕົນເອງ ການກິນການຢູ່ ເພື່ອໃຫ້ໄປ ເຜີຍແຜ່ຕໍ່ ຜູ້ຍີງຖືພາ. ແລະນັ້ນກໍແມ່ນ ໄດ້ຜົນຕາມຄາດ. ທ່ານໝໍ ສຸເພັນ ກ່າວກ່ຽວກັບ ເລື່ອງນີ້ວ່າ:

ເພື່ອລຸດຜ່ອນ ອັຕຣາ ການຕາຍຂອງ ແມ່ແລະເດັກ ຈຸດປະສົງ ຂອງເຮົາຄິດວ່າ ໄດ້ຫລາຍສົມຄວນ ເປັນທີ່ ໜ້າພໍໃຈ ຄືເວົ້ານໍາກັນ.

ແຕ່ຖ້າຈະວ່າ ລຸດໜ້ອຍຫລາຍ ປານໃດ ໂດຍມີຂໍ້ມູນ ຕົວເລກ ຄັກແນ່ນັ້ນ ຫົວໜ້າຜແນກ ແມ່ແລະເດັກ ແຂວງບໍ່ແກ້ວ ບອກວ່າ ຂ້ອນຂ້າງຍາກ ທັງນີ້ກໍເປັນ ເພາະວ່າ ພາຍຫລັງ ໂຄງການ ໝົດໄປແລ້ວ ອອກໄປແລ້ວ ກໍບໍ່ມີ ເງື່ອນໃຂ ລົງໄປຕິດຕາມ ການເຂື່ອນໃຫວຂອງ ໝໍຕໍາແຍ ຕາມໝູ່ບ້ານຕ່າງໆ. ການຣາຍງານ ກໍບໍ່ຄ່ອຍເປັນ ປົກກະຕິ  ຍ້ອນຄວາມບໍ່ຮູ້ ໜັງສືຂອງ ໝໍຕໍາແຍ ແລະອີກຢ່າງນຶ່ງ ກໍຍ້ອນບໍ່ມີ ເງິນເດືອນກິນແດ.

ແຂວງບໍ່ແກ້ວ ປັດຈຸບັນ ມີໝໍຕໍາແຍ ທັງໝົດ 438 ຄົນໃນ18 ບ້ານແລະຍັງ ອີກຫລາຍບ້ານ ທີ່ຍັງບໍ່ມີ ຈັກຄົນເລີຍ ຊຶ່ງທາງໂຄງການ ກໍຫວັງວ່າ ຈະໃຫ້ບ້ານ ທີ່ມີ ໝໍຕໍາແຍ ເພີ່ມຂຶ້ນ ໃນແຕ່ລະປີ ໃຫ້ຄົບທັງ ໝົດບ້ານ ພາຍໃນແຂວງ ໃນທີ່ສຸດ.  

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.