ຕ້ອງການ ຄວາມຮ່ວມມື ຈາກຊາວບ້ານ ເພື່ອກໍາຈັດ ໄມ້ເຖື່ອນ

ການຄວບຄຸມ ບັນຫາ ການລັກຂຸດຄົ້ນໄມ້ເຖື່ອນ ພາຍໃນແຂວງອັຕປື ຕ້ອງອາສັຍ ການຮ່ວມມື ຈາກຊາວບ້ານ ໃນທ້ອງຖິ່ນ ເປັນສໍາຄັນ.
ຈະເຣີນສຸກ ຣາຍງານ
2008.07.22

ແຂວງ​ອັຕປື ຖື​ເປັນ​ແຂວງ​ນຶ່ງ ທີ່​ມີ​ສະພາບ​ປ່າ​ໄມ້ ຫລຸດ​ໜ້ອຍ​ລົງ ຢ່າງ​ຕໍ່​ເນື່ອງ, ຊຶ່ງ​ສາ​ເຫດ​ສໍາຄັນ ຢ່າງ​ນຶ່ງ ​ແມ່ນ ການ​ລັກ​ຕັດ​ໄມ້ ​ແບບ​ຜິດ​ກົດໝາຍ ​ເພື່ອ​ສົ່ງ​ອອກ ວຽດນາມ. ດັ່ງ​ນັ້ນ ທາງ​ການ​ແຂວງ ຈຶ່ງ​ພະຍາຍາມ  ລົງ​ກວດກາ ຄວບ​ຄຸມ ປະກົດ​ການ ດັ່ງກ່າວ, ​ໂດຍ​ສະ​ເພາະ, ການ​ຂໍ​ຄວາມ​ຮ່ວມມື ຈາກ​ໄທບ້ານ ​ໃນ​ທ້ອງ​ຖິນ ​ໃຫ້​ຄອຍ​ເປັນ​ຫູ ​ເປັນຕາ ​ແກ່​ທາງ​ການ ຮວາ​ທັງ ການ​ຂໍ​ໃຫ້ ຂະ​ເຈົ້າ ຍຸຕິ ການ​ຮັບຈ້າງ ຈາກກຸ່ມ​ນາຍທຶນ. ​ເຈົ້າ​ໜ້າ​ທີ່ ຂ​ແນ​ງປ່າ​ໄມ້ ​ແຂວງ​ອັຕປື ຊີ້​ແຈງ ວ່າ:

“ຢູ່​ແຂວງ​ພວກ​ເຮົາ​ນີ້ ​ເວົ້າ​ເຣື້ອງກົດໝາຍ ຫຍັງ​ຕ່າງໆ ​ເຮົາ​ກໍ​ມີ​ ການ​ເຜີຍ​ແຜ່ ພວກ​ເຮົາ ກໍ​ຮັບ​ຮູ້ ​ເຂົ້າ​ໃຈ ພວກ​​ເຂົາ ກໍ​ໃຫ້ການ​ຮ່ວມ​ມື ຂນາດ ​ແມ່ນ​ພວ​ກ​ເຮົາ​ ສຸມ​ໃສ່ ​ໂຕ​ນີ້ ຄັ້ນ​ວ່າ ບໍ່​ເຫັນ​ ທາງ​ການ​ແຈ້ງ​ໄປ ຂະ​ເຈົ້າ ກໍ​ບໍ່​ຢາກ​ຮ່ວມ​ມື ​ເຮົາ​ຢາກ ​ແຕ່​ບ່ອນ​ວ່າ ຢາກ​ມີ​ທຶນ ​ໄປ​ພັທນາ ຂະ​ເຈົ້າ ຈັກ​ໜ່ອຍ​ຕື່ມ.”

ທ່ານ ກ່າວ​ຕື່ມ​ວ່າ ການ​ຮ່ວມ​ມື ຈາກ​ຊາວບ້ານ ​ໃນ​ທ້ອງ​ຖິ່ນ ​ເປັນ​ສິ່ງ​ສໍາຄັນ ຕໍ່​ການ​ຄວບ​ຄຸມ ສະກັດ​ກັ້ນ ບັນຫາ ການ​ລັກ​ຂຸດ​ຄົ້ນ ​ໄມ້​ເຖື່ອນ, ຊຶ່ງ​ຜ່ານ​ມາ ຊາວບ້ານ ກໍ​ເຣີ້ມ ​ເຂົ້າ​ໃຈດີ​ຂຶ້ນ ວ່າ ການ​ໄດ້​ຮັບ​ເງິນ ວ່າ​ຈ້າງ ພຽງ​ເລັກ​ນ້ອຍ ​ແທບ​ຈະ​ບໍ່ຄຸ້ມ​ຄ່າ​ເລີຍ ກັບ​ຜົນ​​ເສັຍ​ຫາຍ ທີ່​ຈະ​ຕາ​ມມາ ຈາກ​ບັນຫາ ສະພາບ​ປ່າ​ໄມ້ ທີ່​ຊຸດ​ໂຊມ​ລົງ.

ເຖິງ​ຢ່າງ​ໃດ ກໍ​ຕາມ, ພຽງ​ເປັນ​ການ​ຫັນປ່ຽນ ​ແນວ​ຄິດ ​ແລະ ພຶດຕິ​ກັມ ​ແກ່​ຊາວ​ບ້ານ ​ໃນ​ເຣື້ອງນີ້ ຢ່າງ​ຊິ້ນ​ເຊີງ. ທາງ​ແຂວງ ກໍ​ຈໍາ​ເປັນ​ຕ້ອງ ​ໄດ້​ຍາດ​ແຍ່ງ ງົປມານ ​ໄປພັທນາ ຄຸນ​ນະພາ​ບ ຊີວິດ ຂອງ​ຂະ​ເຈົ້າ ​ໃຫ້​ດີ​ຂຶ້ນ, ​ໂດຍ​ສະ​ເພາະ, ການ​ມີ​ວຽກ​ເຮັດ​ງານ​ທໍາ ທີ່​ໝັ້ນຄົງ ​ໃນ​ທ້ອງ​ຖິ່ນ ​ແລະ ການ​ມີຣະດັບ ການ​ສຶກສາ ທີ່​ສູງ​ຂຶ້ນ ​ເພື່ອ​ຫລີກ​ລ້ຽງ ການ​ຮັບຈ້າງ​ ​ເຮັດ​ຜິດ​ກົດໝາຍ ຈາກ​ກຸ່ມ​ນາຍທຶນ ດັ່ງ​ທີ່​​ເຄີ​ຍ​ເຮັດ ກັນ​ມາ.

​ແຂວງ​ອັຕປື ມີ​ພື້ນ​ທີ່​ປ່າ ປົກ​ຄຸມ ປະມານ 53 ສ່ວນ​ຮ້ອຍ ຂອງ​ເນື້ອ​ທີ່ ທັງ​ໝົດ ​ແຕ່​ຈາກ​ໂຄງການ ພັທນາ ​ເຂື່ອນ​ໄຟຟ້າ ທີ່​ກໍາລັງ ຈະ​ເຣີ້ມສ້າງ​ຂຶ້ນ, ​ເປັນ​ຕົ້ນ ​ໂຄງການ ​ເຂື່ອນ​ເຊ​ກະ​ໝານ 1 ​ແລະ ​ເຂື່ອນ​ນໍ້າ​ກົງ ກໍ​ຈໍາ​ເປັນ ທີ່​ຈະ​ຕ້ອງ ມີ​ການ​ຂຸດ​ຄົ້ນ​ໄມ້ ອອກ​ຈາກ ໜ້າ​ເຂຶ່ອນນີ້ ຫລາ​ແສນ​ແມັດ​ກ້ອນ​ດ້ວຍ​ກັນ. ດັ່ງ​ນັ້ນ​ ນອກຈາກ​ ການ​ຄວບ​ຄຸມ ການ​ຂຸດ​ຄົ້ນ ​ໄມ້​ບໍຣິມະ​ສິດ ທັ່ງ​ກ່າວ ​ໃຫ້​ຖືກຕ້ອງ ຕາມ​ໂຄ​ຕ້າ​ແລ້ວ, ​ແຂວງ​ນີ້ ຍັງ​ຈໍາ​ເປັນ ຕ້ອງ ລົງ​ຕິດຕາມ ​ເອົາ​ໃຈ​ໃສ່ ກ່ຽວ​ກັບ ປະສິດທິພາບ ຂອງ​ໂຄງການ ປູກ​ປ່າ ກ້າ​ທົດ​ແທນ, ຮວມ​ໄປ​ເຖິງ ການ​ຍຸຕິ ການ​ຖາງ​ປ່າ ​ເຮັດ​ໄຮ່ ຂອງ​ຊາວບ້ານ ນໍາ​ອີກ. ທັ້ງນີ້ ​ເພື່ອ​ທີ່ ຈະ​ຊ່ອຍ ​ໃຫ້​ແນວທາງ ການ​ອະນຸ​ຮັກ ​ແລະ ຟື້ນ​ຟູ ສະພາບ​ປ່າ​ໄມ້ ພາຍ​ໃນ​ແຂວງ ມີ​ຜົລຄືບ​ໜ້າ ຕາມ​​ແຜນການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.