ບໍຣິສັດ ບໍ່ແຮ່ ສົນໃຈ ບ້ານຫລັກຊາວ

ຣັຖບານລາວ ກຳລັງ ພິຈາຣະນາ ຄຳຮ້ອງຂອງ ບໍຣິສັດ ບໍ່ແຮ່ ອອສເຕຣເລັຍ ທີ່ຢາກຂຸດຄົ້ນ ບໍ່ແຮ່ຢູ່ເຂດ ບ້ານຫລັກຊາວ ເມືອງຄຳເກີດ ແຂວງ ບໍຣິຄຳໄຊ ຂອງລາວ.
ອາວະຣີ
2009.06.08

ແວບໄຊຍ໌ ຂອງບໍຣິສັດ Hill End Gold ຊຶ່ງເປັນ ບໍຣິສັດ ຂຸດຄົ້ນບໍ່ແຮ່ ອີກບໍຣິສັດ ນຶ່ງຂອງ ອອສເຕຣເລັຍ ຣາຍງານເມື່ອວັນ ອາທິດ ວັນທີ່7 ມິຖຸນານີ້ວ່າ ເມື່ອບໍ່ດົນ ຜ່ານມາ ບໍຣິສັດ Hill End Gold ແລະບໍຣິສັດ Mekong Resources ໄດ້ຮ່ວມກັນ ຍື່ນຄຳຮ້ອງ ຂໍລົງທຶນ ສຳຣວດບໍ່ແຮ່ ຢູ່ໃນເຂດບ້ານ ຫລັກຊາວ ປັດຈຸບັນ ຣັຖບານ ສປປລາວ ກຳລັງ ພິຈາຣະນາ ໃຫ້ອະນຸມັດ ແລະຄາດວ່າ ທາງບໍຣິສັດ ແລະ ຣັຖບານລາວ ອາດຈະລົງນາມ ໃນຂໍ້ຕົກລົງ ໃນການສຳຣວດ ແລະຂຸດຄົ້ນ ໃນໄວໆນີ້.

ຖ້າໄດ້ຮັບ ອະນຸມັດ ບໍຣິສັດຂອງ ອອສເຕຣເລັຍ ຈະສຳຣວດ ຊອກຫາແຮ່ທາດ ຕ່າງໆ ຢູ່ໃນພື້ນທີ່ ທັງໝົດ2,000 ກິໂລແມັດ ມົນທົນຢູ່ໃນ ບໍຣິເວນແຂວງ ບໍຣິຄຳໄຊ ນັ້ນ.

ແວບໄຊຍ໌ຂອງ ບໍຣິສັດ Hill End Gold ບໍໄດ້ແຈ້ງ ຣາຍລະອຽດວ່າ ທາງບໍຣິສັດ ຈະສຳຣວດ ຊອກຫາແຮ່ທາດ ຊນິດໃດ ຄຳທອງຫລື ແມ່ນຫຍັງແທ້ ແຈ້ງພຽງແຕ່ ວ່າໃນເຂດ ບ້ານຫລັກຊາວ ມີແຮ່ທາດທີ່ ມີຄຸນຄ່າຫລາຍ ຊນິດ ແຕ່ອີງຕາມຊື່ ຂອງບໍຣິສັດ ບໍຣິສັດນີ້ ຕ້ອງແມ່ນ ບໍຣິສັດ ຂຸດຄົ້ນບໍ່ຄຳ ອີກຢ່າງນຶ່ງ ປັດຈຸບັນ ບໍຣິສັດ ດັ່ງກ່າວກໍ ກຳລັງຂຸດຄົ້ນ ບໍ່ຄຳຢູ່ຣັດ New South Wales ໃນປະເທດ ອອສເຕຣເລັຍຢູ່.

ແຜນທີ່ ພູມີສາດ ເສຖກິດ ຂອງທາງການລາວ ມີເຄື່ອງ ໝາຍບໍ່ຄຳຢູ່ ແຂວງ ບໍຣິຄຳໄຊ ແຕ່ບໍ່ໄດ້ຢູ່ ໃກ້ເຂດບ້ານ ຫລັກຊາວ. ບໍຣິສັດ Hill End Gold ເປັນບໍຣິສັດ ນ້ອຍແຕ່ເປັນ ບໍຣິສັດ ທີ່ສາມຂອງ ອອສເຕຣເລັຍ ທີ່ຢາກຂຸດຄົ້ນ ບໍ່ແຮ່ຢູ່ລາວ. ບໍຣິສັດ Oxiana ຫລື OZ ກຳລັງຂາຍ ບໍ່ຄຳເຊໂປນ ໃຫ້ແກ່ ບໍຣິສັດ ຂອງຈີນ ແລະ ບໍຣິສັດ PanAust ທີ່ກຳລັງ ຂຸດຄົ້ນບໍ່ຄຳ ທີ່ພູຄຳ ກໍມີບັນຫາ ການເງິນ. ທັງສອງ ບໍຣິສັດ ເປັນບໍຣິສັດ ຂອງ ອອສເຕຣເລັຍ ທັງນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.