ຜົນຜລິດ ຄໍາ ໃນລາວຫລຸດລົງ ຂະນະທີ່ ຜົນຜລິດ ທອງແດງ ເພີ່ມຂຶ້ນ

ກະຊວງພະລັງງານ ແລະ ບໍ່ແຮ່ ຂອງລາວ ວ່າ ຜົນຜລິດ ຄໍາ ໃນລາວ ຫລຸດລົງ ໃນຂະນະທີ່ ຜົນຜລິດທອງແດງ ເພີ່ມຂຶ້ນ ໃນໄລຍະ ບໍ່ເທົ່າໃດປີ ຜ່ານມາ.

ການ​ຜລິດ​ຄໍາ ຈາກ​ບໍ່​ຄໍາ ​ເຂດ​ພູ​ເບັ້ຽ ​ແລະ ​ເຊ​ໂປ​ນ ຊຶ່ງ​ເປັນ ​2​ ໂຄງການ​ ບໍ່​ແຮ່​ ທີ່​ສໍາຄັນ ​ຂອງ​ລາວ​ນັ້ນ ​ໄດ້ 11 ຕັນ ​ໃນ​ປີ 2006 ​ແລະ ​ໃນ​ປີ 2007 ​ໄດ້​ພຽງ 9 ຕັນ ​ແລະ ​ກໍ​ຄາດ​ວ່າ ​ຈະ​ຜລິດ ​ໄດ້ຫ​ລຸດລົງ​ອີກ ຄື​ພຽງ 6 ຕັນ ​ໃນ​ປີ 2008 ນີ້ ຊຶ່ງກໍ​ເປັນ​ຍ້ອນ ​ການ​ສົ່ງ​ອອກ ຫລຸດລົງ​. ການ​ຂຸດ​ຄົ້ນ ​ແຮ່​ທາດ​ເຂດ​ ເມືອງ​ເຊ​ໂປ​ນ ​ເປັນໂຄງການ​ຂຸດ​ຄົ້ນ ​​ແຮ່​ທາດ ​ທີ່​ໃຫຍ່​ທີ່​ສຸດ ​ໃນ​ລາວ ຊຶ່ງປັດຈຸບັນ​ ຂຸດ​ຄົ້ນ ບໍ່​ຄໍາ ​​ໃນ​ເນື້ອ​ທີ່ພຽງ 28 ກິ​ໂລ​ແມັດ ​ມົນທົນ, ຕາມ​ຄໍາ​ເວົ້າ ​ຂອງທ່ານ ສີ​ມອນ ພິຈິດ ຮອງ​ຫົວໜ້າກົມ ​ບໍ່​ແຮ່.

ສ່ວນ​ຜົນ​ຜລິດ ​ທອງ​ແດງ ນັ້ນ ​ແມ່ນ​ເພີ່ມ​ຂຶ້ນ​ ຈາກ 31 ຕັນ ໃນ​ປີ 2005 ມາ​​ໄດ້ 60 ຕັນ​ ໃນ​ປີ 2006, 62 ຕັນ ​ໃນ​ປີ 2007 ແລະ ​ໃນ​ໄລຍະ 8 ​ເດືອນ​ຕົ້ນ​ປີ 2008 ນີ້ ​ບຸກ​ເບີກ​ ທອງ​ແດງ ໄດ້ 54 ຕັນ. ການ​ເພີ່ມ​ຂຶ້ນ ຂອງ​ຜົນ​ຜລິດ ​ທອງ​ແດງ ດັ່ງກ່າວ ກໍ​ເປັນ​ຍ້ອນ ​ການຄົ້ນ​ພົບ-ບຸກ​ເບີກ ບໍ່​ຄໍາ​ ທີ່​ມີ​ ຄຸນ​ນະພາ​ບສູງ ຢູ່​ຕໍ່​ໄປ​ ນັ້ນ​ເອງ.

ຂະ​ແໜງການ ​ບໍ່​ແຮ່ ຊ່ວຍ​​ເຮັດ​ໃຫ້ ​ເສ​ຖກິດ​ ຂອງ​ລາວ ຂະຫຍາ​ຍຕົວ​​​ ເມື່ອບໍ່​ເທົ່າ​ໃດ​ປີ ຫລັງໆ ມາ​ນີ້. ​ໃນ​ປີ 2007 ຣັຖບານ​ລາວ ມີຣາຍ​ໄດ້ ​ຈາກ​ການ​ເກັບ​ພາສີ, ຈາກຄ່າ​ເຊົ່າ ​ແລະ ​ຄ່າ​ທໍານຽມ ສໍາ​ປະທານ ຕ່າງໆ ຂອງ​ໂຄງການ ​ບໍ່​ແຮ່​ ເມືອງ​ເຊ​ໂປ​ນ ​ຫລາຍເຖິງ 115 ລ້ານ 7​ ແສນ​ໂດ​ລາ​ ສະຫະຣັດ.