ໂຄງການນຳໃຊ້ ອະນຸຣັກປ່າໄມ້ ໃນລາວ

ອົງການອະນຸຣັກປ່າໄມ້ສາກົນ ວາງໂຄງການ ເພື່ອຊ່ວຍນຳໃຊ້ປ່າໄມ້ ຢ່າງຍືນຍົງ ແລະ ມີຄວາມຮັບຜິດຊອບ ຢູ່ລາວ.
ໂພໄຊສວັດ
2009.11.25

ອົງການຮັກສາປ່າໄມ້ ໃຫ້ຍືນຍົງຫລື TFT ແລະເຄືອຂ່າຍການຄ້າ ແລະປ່າໄມ້ໂລກ ໄດ້ຮ່ວມກັນຈັດພິທີ ປະກາດໂຄງການ ດັ່ງກ່າວເມື່ອວັນທີ່19 ພຶສຈິການີ້ທີ່ ນະຄອນຫລວງວຽງຈັນ. ໃນໂຄງການນີ້ ອົງການທີ່ບໍ່ຂື້ນກັບ ຣັຖບານທັງສອງ ມີຈຸດປະສົງຢາກຊຸກຍູ້ ສົ່ງເສີມໃຫ້ຣັຖບານລາວ ບໍຣິສັດຜລິດເຟີນີເຈີ ພວກຄ້າໄມ້ ແລະປະຊາຊົນລາວ ໂດຍທົ່ວໄປໃຫ້ຮູ້ຈັກ ໃຊ້ຕົ້ນໄມ້ແລະປ່າໄມ້ ໃຫ້ເປັນປໂຍດ ເພື່ອສ້າງສາພັທນາ ປະເທດຊາດ ແລະ ເພື່ອຫລຸດຜ່ອນຄວາມທຸກຍາກ ແຕ່ໃນຂນະດຽວກັນ ກໍຕ້ອງຮັກສາປ່າໄມ້ ໃຫ້ຍືນຍົງຄົງໂຕ.

ເຈົ້າໜ້າທີ່ອົງການ ອະນຸຣັກປ່າໄມ້ທັງສອງກ່າວ ໃນພິທີປະກາດ ໂຄງການນັ້ນວ່າ ອົງການທັງສອງຈະຮ່ວມມື ກັບຣັຖບານລາວ ເພື່ອວາງແຜນປະຕິບັດ ແລະຈະລົງມື ປະຕິບັດໃນທັນທີ ເພື່ອໃຫ້ໄດ້ຕາມ ຈຸດປະສົງ ທີ່ກ່າວມານັ້ນ. ແຜນການປະຕິບັດ ດັ່ງກ່າວ ຈະຊ່ວຍທາງການລາວ ໃຫ້ຮູ້ຈັກບໍຣິຫານ ປ່າໄມ້ ໃນທຳນອງທີ່ວ່າ ປະຊາຊົນລາວ ກໍຍັງສາມາດ ໃຊ້ປ່າໄມ້ເປັນບ່ອນ ທຳມາຫາກິນໄດ້ຄືເກົ່າ ປະເທດຊາດກໍຍັງ ສາມາດສົ່ງໄມ້ອອກຂາຍ ຕ່າງປະເທດໄດ້ຢູ່ ໂດຍທີ່ບໍ່ໄດ້ ທຳລາຍປ່າໄມ້ ແລະ ສິ່ງແວດລ້ອມຫລາຍເກີນໄປ.

ຜູ້ສມັກເຂົ້າຮ່ວມໂຄງການ ບໍຣິຫານປ່າໄມ້ ໃຫ້ຍືນຍົງທີ່ສຳຄັນ ກໍແມ່ນບໍຣິສັດ ອຸດສາຫະກັມ ເຟີນີເຈີລາວ ແລະ ບໍຣິສັດກະສິກັມ ປ່າໄມ້ບົວຣະພາ ຊຶ່ງຈະເປັນຜູ້ນຳພາ ໃນການຮັກສາ ແລະນຳໃຊ້ປ່າໄມ້ ໃຫ້ຍືນຍົງແລະຢ່າງມີ ຄວາມຮັບຜິດຊອບ.

ນອກຈາກຈະໄດ້ຮັບ ການຊ່ວຍເຫລືອຈາກ ອົງການອະນຸຣັກປ່າໄມ້ ທັງສອງນັ້ນແລ້ວ ໂຄງການບໍຣິຫານປ່າໄມ້ ດັ່ງກ່າວ ຍັງໄດ້ຮັບການສນັບສນູນ ຈາກອົງການເພື່ອ ການພັທນາຣະຫວ່າງຊາດ ຂອງສະຫະຣັຖ ຫລື USAID ແລະ ອົງການຊ່ວຍເຫລືອ ຂອງປະເທດ ສວິດເຊີແລນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.