ບໍ່ທອງແດງເຊໂປນ ຂຍາຍການຜລິດ

ບໍຣິສັດ ບໍ່ທອງແດງ ເຊໂປນ ຂຍາຍໂຮງງານ ເພີ່ມການຜລິດ ຊຶ່ງຄາດວ່າ ປີນີ້ ຈະຜລິດໄດ້ 80ພັນຕັນ.
ຈໍາປາທອງ
2010.02.09

ບໍຣິສັດ MMG ລ້ານຊ້າງ ມິເນໂຣ ຈຳກັດ ໄດ້ຂຍາຍໂຮງງານ ການຂຸດຄົ້ນ ແຮ່ທາດທອງແດງ ທີ່ບໍ່ຄຳ ເຊໂປນ ແຂວງສັວນນະເຂດ ເພື່ອເພີ່ມກຳລັງ ການຜລິດ ຊຶ່ງຄາດວ່າ ຈະສຳເຣັດ ການກໍ່ສ້າງ ໃນປີ2010ນີ້ ແລະຈະຜລິດ ທອງແດງໄດ້ 80 ພັນຕັນຕໍ່ປີ. ຕາມການເປີດເຜີຍ ຂອງບໍຣິສັດ ດັ່ງກ່າວ. ເຈົ້າໜ້າທີ່ ບໍຣິສັດ ທ່ານນຶ່ງ ເວົ້າກ່ຽວກັບ ເລື່ອງນີ້ວ່າ:

"ໂຄງການຂຍາຍ ໂຮງງານທອງ ໂຮງງານທອງແດງ ເນອະ ຊຶ່ງຄາດວ່າ ຈະສຳເຣັດ ໃນທ້າຍປີ 2010ນີ້ແຫລະ ຖ້າວ່າໂຄງການ ສຳເຣັດເນາະ ຈະເພີ່ມປະລິມານ ການຜລິດຈາກ 65ພັນຕັນ ໄປເປັນ 80ພັນ ຕັນຕໍ່ປີ ".

ການຂຍາຍ ໂຮງງານຄັ້ງນີ້ ໄຊ້ງົບປະມານ ປະມານ 60ລ້ານ 4ແສນໂດລາ ສະຫະຣັດ. ໃນນັ້ນ ຮວມທັງຄ່າ ກໍ່ສ້າງ ສາຍສົ່ງໄຟຟ້າ 115ກິໂລວັດ ແລະຣະບົບ ກັກແຮ່. ຜ່ານມາ ເຈົ້າໜ້າທີ່ ສິ່ງແວດລ້ອມ ໃນແຂວງ ສວັນນະເຂດ ມີຄວາມເປັນຫ່ວງ ທີ່ບໍຣິສັດ ຂຸດຄົ້ນແຮ່ທາດ ບໍ່ເອົາໃຈໃສ່ ຢ່າງພຽງພໍ ນຳການ ປົກປັກຮັກສາ ສິ່ງແວດລ້ອມ ໂດຍປະປ່ອຍໃຫ້ ນ້ຳເປື້ອນຈາກ ບໍ່ທອງແດງ ແລະຄຳ ໃຫລລົງສູ່ ແມ່ນ້ຳ.

ເຈົ້າໜ້າທີ່ ບໍຣິສັດວ່າ ສ່ວນເຣື້ອງ ການຮັກສາ ສິ່ງແວດລ້ອມ ມາຮອດເວລານີ້ ທາງບໍຣິສັດ ກໍຟື້ນຟູບໍ່ ທີ່ບໍ່ໄດ້ ຂຸດຄົ້ນ ໂດຍການ ປູກຕົ້ນໄມ້ ເພື່ອຟື້ນຟູດິນ, ກວດກາ ຄຸນນະພາບ ຂອງນ້ຳ ແລະອາກາດ. ເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າວ່າ ໃນປີ2009 ຜ່ານມາ ບໍຣິສັດ ສາມາດ ທຳການຜລິດ ໄດ້ເກີນເປົ້າໝາຍ ແລະ ຣາຄາທອງ ກໍເພີ່ມຂຶ້ນ ເຮັດໃຫ້ ບໍຣິສັດ ມີລາຍໄດ້ຫລາຍ ກວ່າປີ2008 ທີ່ຜ່ານມາ. ທ່ານວ່າ:

"ປີກາຍນີ້ 2009ເນາະ ພວກເຮົາຜລິດໄດ້ 67ພັນຕັນ ສຳລັບທອງນໍ ແລະ ສຳລັບຄຳແມ່ນ ແສນຫ້າອອນ ເພາະວ່າ ຄາດຄະເນ ສຳລັບປີ 2009ແມ່ນ 65ພັນຕັນ ສຳລັບທອງແດງ ເນາະ ພວກເຮົາກໍຖືວ່າ ເກີນຄາດໝາຍ".

ທ່ານວ່າ ໂຄງການຂຍາຍ ການສຳຣວດ ແລະຂຸດຄົ້ນ ແຮ່ທອງແດງ ໃນເມືອງ ວິຣະບູລີ ແຂວງ ສວັນນະເຂດ ນີ້ໄດ້ດຳເນີນ ມາຕັ້ງແຕ່ປີ 2008 ໂດຍທີ່ ບໍຣິສັດ ໄດ້ສັມປະທານ ທີ່ດິນ ໃນເນື້ອທີ່ ທັງໝົດ 1250ເຮັກຕາ ແລະ ໃນຂະນະນີ້ ຂຸດຄົ້ນໄປ ແລ້ວປະມານ 10%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.