ຊ່ອຍກັນອະນຸລັກ ບຶງທາຕຫລວງ

ອໍານາດການປົກຄອງ ທ້ອງຖີ່ນເມືອງຈັນທະບຸຣີ ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ຊາວບ້ານ ຊ່ອຍກັນອະນຸລັກ ບຶງທາດຫລວງແລະບຶງອື່ນໆ ໃນເຂດນະຄອນຫລວງວຽງຈັນ.
ສິດນີ
2010.02.01
F-Thatluang-Bung ບຶງທາຕຫລວງທີ່ນັກລົງທຶນ ຕ້ອງການຢາກໄດ້ ເປີດເປັນສູນການຄ້າ
RFA

ວັນທີ 2 ກຸມພາ ຂອງທຸກໆປີ ເປັນວັນອະນຸລັກ ພື້ນທີ່ແຫລ່ງນ້ຳສາກົນ ດັ່ງນັ້ນ ໃນວັນດ່ັງກ່າວ ເຈົ້າຫນ້າທີ່ກ່ຽວຂ້ອງ ຈາກອຳນາດການປົກຄອງ ເມືອງຈັນທະບຸຣີ ນະຄອນຫລວງວຽງຈັນ ກໍ່ໄດ້ຮຽກຮ້ອງ ໃຫ້ພາກສ່ວນຕ່າງໆ ຂອງສັງຄົມໃຫ້ຄວາມ ສຳຄັນຕໍ່ການອະນຸລັກ ແຫລ່ງນ້ຳ ທີ່ສຳຄັນ ຂອງປະເທດ ດັ່ງບຶງທາດຫລວງ ແລະ ຫນອງນ້ຳອື່ນໆ ໃນເຂດນະຄອນ ຫລວງວຽງຈັນ ກ່ອນພື້ນທີ່ດັ່ງກ່າວ ຈະສູນຫາຍໄປ ດັ່ງທ່ານກ່າວໃນຕອນນື່ງວ່າ:

“ພວກເຮົາມີບຶງທາດຫລວງ ດຽວນີ້ໃຜກໍ່ຍາດໄປແຊງກັນ ໄປດຸດໄປຖົມ ເຮັດສະປູສະປາ ເຮັດຮ້ານເບັຽສອກເບັຽສົດ ເຮັດຮ້ານອາຫານ ຕາກອາກາດ ໂອ້ຍສຸດທ້າຍອີກ 20-30 ປີຂ້າງຫນ້າ ລູກຫລານ ເກີດມາພາຍຫລັງ ກໍ່ບໍ່ມີແລ້ວ ບຶງທາດຫລວງ”.

ທ່ານກ່າວຕໍ່ໄປວ່າ ປັດຈຸບັນການຂຍາຍຕົວ ຂອງເສຖກິດ ພາຍໃນກໍ່ເພີ້ມຂື້ນ ເຮັດໃຫ້ມີໂຄງການ ພັທນາປະເພດ ຕ່າງໆເຂົ້າມາ ທີ່ສົ່ງຜົນກະທົບ ຕໍ່ສພາບແວດລ້ອມ ແລະ ວິຖີຊິວີດ ຂອງຊຸມຊົນເຊື່ອມເສັຽ ດັ່ງພື້ນທີ່ບໍຣິເວນ ບຶງທາດຫລວງ ທີ່ພວມຖືກນັກລົງທືນ ສວຍໂອກາດໃຊ້ ເພື່ອຜົລປະໂຍດສ່ວນຕົວ.

ເປັນແບບດຽວກັນກັບ ບຶງແລະຫນອງອື່ນໆ ໃນນະຄອນຫລວງວຽງຈັນ ດັ່ງບຶງຫນອງທາ ບຶງຫນອງດ້ວງແລະບຶງຫນອງປີງ ທີ່ກຳລັງຖືກບຸກຣຸກ ໃນເວລານີ້        ທ່ານຮຽກຮ້ອງໃຫ້ ຮ່ວມກັນອະນຸລັກ ບຶງດັ່ງກ່າວ ທ່ານກ່າວເພີ້ມອີກວ່າ:

“ບັນດານັກທຸຣະກິດ ຜູ້ມີເງີນມີຄຳ ຂ້າພຣະເຈົ້າ ຢາກຂໍຮຽກຮ້ອງ ຂໍໃຫ້ເບີ່ງໃຫມ່ ໃຫ້ຄິດຄືນໃຫມ່ ເພື່ອວ່າພວກເຮົາ ຈະຊ່ອຍກັນໄດ້ ບໍ່ດັ່ງນັ້ນ ບັນດາຫນອງທັງຫມົດ ຢູ່ວຽງຈັນນີ້ ມັນຈະຖືກຖົມ ເປັນເຮັດແນວໃຫມ່”.

ເຈົ້າຫນ້າທີ່ທ່ານນີ້ ເວົ້າມ້ວນທ້າຍວ່າ ບໍ່ວ່າແຕ່ສະເພາະບຶງ ໃນເຂດນະຄອນ ຫລວງວຽງຈັນ ຈະມີການອະນຸລັກ ບຶງໃນທົ່ວປະເທດ ກໍຄວນຈະມີການ ອະນຸລັກເຫມືອນກັນ ເພາະເປັນແຫລ່ງ ຫາຢູ່ຫາກີນຂອງ ປະຊາຊົນທອ້ງຖີ່ນ,

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.