ກາຣເຕີບໂຕ ທາງດ້ານ ເສຖກິຈຂອງ ສປປລາວ ໃນຣະຍະຜ່ານມາ ຊື່ງນອກຈາກ ກາຣສົ່ງ ກະແສໄຟຟ້າ ຂາຍໃຫ້ຕ່າງ ປະເທສແລ້ວ ຍັງມີພາຄສ່ວນ ອຸຕສາຫະກັມ ເໝືອງແຮ່ຄຳ ທີ່ໄດ້ຮັບຄວາມ ສົນໃຈຈາກຊາວ ຕ່າງປະເທສ ຕລອດມາ ໂດຽສະເພາະ ທີ່ມີ ແຫລ່ງຕລາດສຳຄັນ ໃນປະເທສ ໃກ້ຄຽງເຊັ່ນໄທຽ ຈີນ ແລະວຽຕນາມ ທີ່ເຮັດໃຫ້ ທາງກາຣລາວ ມີຄວາມຫວັງ ທີ່ຈະມີ ຣາຍໄດ້ ເພີ່ມຂື້ນເລື້ອຽໆ. ກ່ຽວກັບເຣື່ອງນີ້ ທາງເຈົ້າໜ້າທີ່ ຣະດັບສູງຂອງ ແຂວງ ສວັນນະເຂຕ ໄດ້ກ່າວວ່າ:
ແຕ່ລະປີ ຜ່ານມາ ເຮົາກໍໄດ້ ເຮົາກໍໄດ້ ຫວ່າງ 2 ປີ ຫລັງເຮົາກໍໄດ້ ຮ້ອຍກວ່າລ້ານ ດອລລາຣ໌ ສະຫະຣັຖ ຫວ່າງປີ 2007 ແລະ 2008 ເຮົາກໍໄດ້ ທັ້ງໝົດທັ້ງນັ້ນ ທັ້ງນີ້ ຮ້ອຍກວ່າລ້ານຫລຽນ.
ພ້ອມດຽວກັນນີ້ ທ່ານກໍວ່າ ເຖີງຈະມີກາຣ ປ່ຽນຜູ້ຖື ຫຸ້ນສ່ວນຈາກ ອອສເຕຣເລັຽ ມາເປັນຈີນ ແລ້ວນັ້ນກໍຕາມ ແຕ່ຂໍ້ຕົກລົງ ແລະສັນຍາ ຕ່າງໆຍັງຈະຕ້ອງ ມີກາຣ ປະຕິບັຕ ຢູ່ຄືເກົ່າ ບໍ່ມີກາຣ ປ່ຽນແປງ ຄືວ່າຍັງຈະ ມີກາຣນຳໃຊ້ ຕາມກົດຣະບຽບ ຂອງໂຕເກົ່າ ເພາະທາງ ບໍຣິສັທ OZ ຂອງອອສເຕຣເລັຽ ຂາຍຫຸ້ນສ່ວນ ແຕ່ພຽງ 6 ແຫ່ງ ຂອງຈຳນວນ ທັງໝົດ 8 ແຫ່ງເທົ່ານັ້ນ ກ່ຽວກັບເຣື່ອງນີ້ ທາງເຈົ້າໜ້າທີ່ ແຂວງໄດ້ກ່າວ ເພີ່ມວ່າ:
ແຕ່ວ່າເຂົາ ຈະຂາຍບໍ່ໝົດ ເຂົາຍົກໄວ້ແຕ່ ບໍຣິສັທ ຟົງມົງຮີວ ກັບມິຕາເບະ ຢູ່ອິນໂດນີເຊັຽ ເຂົາຮັກສາ ໄວ້ເປັນຂອງ OZ ເຂົາຮັກສາໄວ້ ບໍ່ຂາຍຕົວນັ້ນ ຟົງມົງຮີວ ມັນເຂຕ ທະຫາຣ ຍຸທສາຕທະຫາຣ ຣັຖບາລເຂົາ ບໍ່ໃຫ້ຂາຍ ນອກນັ້ນ ເຂົາເຈົ້າຂາຍ.
ໃນຂະນະ ດຽວກັນນັ້ນ ເຈົ້າໜ້າທີ່ລາວ ທ່ານນີ້ກໍວ່າ ສະເພາະບໍ່ຄຳ ທີ່ເຊໂປນ ນັ້ນຢູ່ໃກ້ເສັ້ນ ທາງໝາຍເລຂ 9 ທີ່ເປັນເສັ້ນທາງ ເຂຕເສຖກິຈ ຂອງລາວ ທີ່ເຊື່ອມໂຍກໄທຽ ຕໍ່ໃສ່ວຽຕນາມ ພ້ອມກັບເປັນ ເສັ້ນທາງສຳຄັນ ໃນກາຣຂົນສົ່ງ ແຮ່ທາຕໄປຍັງ ປະເທສ ເພື່ອນບ້ານ.