ຊາວຕ່າງຊາຕອາຈມີສິທ ເປັນເຈົ້າຂອງທີ່ດິນ

ຣັຖບານ ລາວ ກຳລັງ ພິຈາຣະນາ ຈະກຳນົດ ໃຫ້ຊາວ ຕ່າງປະເທດ ມີສິດ ຊື້ທີ່ດິນ ເຮືອນຊານ ຫລື ອາຄານ ໄດ້.

0:00 / 0:00

ກົດຟັງສຽງ

ປັດຈຸບັນ ອົງການ ຄຸ້ມຄອງ ທີ່ດິນ ແຫ່ງຊາດລາວ ກຳລັງ ພິຈາຣະນາ ເຖີງຜົນໄດ້ ຜົນເສັຍ ຈາກການ ໃຫ້ ຊາວຕ່າງປະເທດ ມີສິດ ເປັນເຈົ້າຂອງ ທີ່ດິນ ເຮືອນຊານ ແລະ ອາຄານ ຢູ່ ສປປລາວ. ຣັຖບານລາວ ບໍ່ມີ ປະສົພການ ໃນດ້ານນີ້ ມາກ່ອນ; ສະນັ້ນ ຕ້ອງສຶກສາ ເບິ່ງຢ່າງ ລະອຽດ. ດັ່ງ ນາງ ບົວຄຳ ສຸຣິວັນ ເຈົ້າໜ້າທີ່ ອົງການ ຄຸ້ມຄອງ ທີ່ດິນ ແຫ່ງຊາດລາວ ກ່າວວ່າ:

“ອັນນີ້ ມັນເປັນ ແນວຄວາມຄິດ ພວກເຮົາ ຢາກເຮັດ ແນວນີ້ ໝາຍຄວາມວ່າ ເປັນຕ່າງດ້າວ ນີ່ ເພິ່ນ ຈະມີຊື້ ມີກຳນົດ ເຮົາຈະກຳນົດ ໃຫ້ເປັນ ເຈົ້າຂອງຢູ່ ແຕ່ມີກຳນົດ ໃນຣະບຽບນີ້ ຈະພາກັນ ລວມກັນ ຄືຈັ່ງຊັ່ນ ຕ້ອງໄດ້ ຖອດຖອນ ບົດຮຽນ ຈາກ ຫລຍປະເທດ ຕື່ມ ລອງສິສຶກສາ ໄປຕື່ມກ່ອນ ໃຫ້ມັນມີ ຄວາມໝັ້ນໃຈ.”

ນາງ ບົວຄຳ ເວົ້າອີກວ່າ ນອກຈາກ ຈະສຶກສາ ເບິ່ງວ່າຈະ ອະນຸຍາດ ໃຫ້ຊາວ ຕ່າງດ້າວ ມີສິດ ຊື້ທີ່ດິນ ແລະ ອາຄານ ໄດ້ດົນນານ ເທົ່າໃດ ອົງການ ທີ່ດິນ ຍັງກຳລັງ ສຶກສາ ເບິ່ງວ່າ ຊາວຕ່າງດ້າວ ມີສິດຊື້ ທີ່ດິນ ແບບໃດ ແລະ ມີສິດຊື້ ອາຄານ ລັກສນະໃດ ແລະ ເມື່ອຊື້ແລ້ວ ພວກເຂົາ ຈະມີສິດຂາຍ ໃຫ້ຄົນອື່ນ ຕໍ່ ໄດ້ຫຼືບໍ່? ສໍາຣັບ ຜົນໄດ້ຜົນເສັຍ ຈາກການໃຫ້ ຄົນຕ່າງ ປະເທດ ຊື້ທີ່ດິນ ແລະ ຕຶກອາຄານ ນັ້ນ ນາງ ບົວຄຳ ເວົ້າວ່າ:

“ຕົວນີ້ ນີ່ແທ້ ມັນກໍສິມີ ຜົນໄດ້ ໄດ້ທຶນມາ ບູຣະນະ ສ້າງສາ ປະເທດຊາດ ແຕ່ວ່າ ຜົນເສັຍນີ່ ຄັ່ນວ່າຢູ່ ຣະຍະຍາວ ນີ່ ບໍ່ຮູ້ວ່າ ຜົນກະທົບ ມັນຊີ່ ອອກມາ ແນວໃດ ພວກເຮົາຍັງ ບໍ່ເີຍໄດ້ ຈັດຕັ້ງ ປະຕິບັດ ຍັງສຶກສາ ຢູ່ວ່າ ອາດຈະມີ ຜົນກະທົບ ຫຍັງໃນ ອານາຄົດ ຈະຕ້ອງໄດ້ ສຶກສາ ກັນ ຕໍ່ໄປຕື່ມ.”

ນາງ ບົວຄຳ ເຈົ້າໜ້າທີ່ ອົງການ ທີ່ດິນ ກ່າວອີກ ຕອນນຶ່ງວ່າ ສຳລັບ ຄົນລາວ ທີ່ຕັດ ສັນຊາດ ເປັນຄົນຕ່າງ ປະເທດ ແລ້ວ ກໍມີສິດ ຊື້ທີ່ດິນ ແລະ ອາຄານ ເໝືອນກັບ ຊາວ ຕ່າງປະເທດ ອື່ນໆ. ແຕ່ເມື່ອ ສັປດາ ທີ່ແລ້ວ ພວກເຮົາ ກໍໄດ້ ອອກຂ່າວວ່າ ຊາວຕ່າງ ປະເທດ ໃນນັ້ນ ລວມທັງ ຊາວລາວ ທີ່ ອາໄສ ຢູ່ ຕ່າງປະເທດ ໄດ້ຊື້ທີ່ດິນ ເຮືອນ ແລະ ອາຄານ ຢູ່ ສປປລາວ ຫລາຍແລ້ວ ໂດຍວິທີ ແຕ່ງງານ ກັບຄົນລາວ ຫລືຊື້ ໃນນາມຂອງ ພີ່ນ້ອງ ລູກຫລານ ທີ່ເປັນ ຄົນລາວ.