ຄົນງານຕ່າງດ້າວໃນໄທ ຕ້ອງໄປລົງທະບຽນ

ແຮງງານລາວ ທີ່ຜິດ ກົດຫມາຍ ໃນປະເທດ ໄທ ມີເວລາ ຮອດວັນ ທີ 14 ກໍຣະກະດາ ໃນການ ໄປລົງ ທະບຽນ ໃຫ້ຖືກຕ້ອງ.

0:00 / 0:00

ກົດຟັງສຽງ

ນາຍຈ້າງ ຫລື ເຈົ້າຂອງ ບໍຣິສັດ ທີ່ຈ້າງ ແຮງງານ ຕ່າງດ້າວ ໃນໄທ ເຊັ່ນ ແຮງງານລາວ ພະມ້າ ແລະ ກຳພູຊາ ສາມາດນຳ ຄົນງານ ຂອງຕົນ ມາຈົດ ທະບຽນ ໃຫ້ຖືກຕ້ອງ ຕາມກົດຫມາຍ ບໍ່ໃຫ້ກາຍ ວັນທີ 14 ກໍຣະກະດາ 2011.

ທ່ານ ສຸທະນີ ສຸວົງພັດ ເອກອະທິບໍດີ ກົມແຮງງານ ຂອງໄທ ກ່າວວ່າ ກຸ່ມແຮງງານ ຕ່າງດ້າວ ທີ່ເຮັດວຽກ ໃນໄທ ແບບຜິດ ກົດຫມາຍ ສາມາດ ເຮັດວຽກ ແບບຖືກຕ້ອງ ຕາມ ກົດຫມາຍໄດ້ ຖ້າມາ ລົງທະບຽນ ກ່ອນຮອດ ວັນທີ 14 ກໍຣະກະດາ 2011 ນີ້ ເພາະ ເປັນວັນ ສຸດທ້າຍ ຂອງການ ລົງທະບຽນ.

ທ່ານວ່າ ໃນການ ຈົດທະບຽນ ໃຫ້ຖືກຕ້ອງ ນັ້ນ ລູກ ຂອງພວກ ຂະເຈົ້າ ຜູ້ທີ່ມີ ອາຍຸຕ່ຳກວ່າ 15 ປີ ກໍ່ຈະສາມາດ ຢູ່ເມືອງໄທ ໄດ້ 1 ປີ ຕາມທີ່ ພໍ່ແມ່ໄດ້ ຫນັງສື ເຮັດວຽກ ໃນກຳນົດ ນື່ງປີ ແລະ ກໍ່ອາດຈະມີ ການຕໍ່ໃຫ້ ໃຫມ່. ການກະທຳ ດັ່ງກ່າວ ກໍ່ເພື່ອ ຄວບຄຸມ ຈຳນວນ ຂອງ ແຮງງານ ຕ່າງດ້າວ ທີ່ເຮັດວຽກ ແບບ ຜິດກົດຫມາຍ ໃນໄທ ຊື່ງທາງການ ໄທ ຄາດວ່າ ໃນປັດຈຸບັນ ມີແຮງງານ ຕ່າງດ້າວ ປະມານ 2 ລ້ານ ຄົນ ທີ່ເຮັດວຽກ ແບບຜິດ ກົດຫມາຍ ໃນໄທ.

ການລົງທະບຽນ ຄັ້ງນີ້ ແມ່ນການ ໃຫ້ອະພັຍໂທດ ແຮງງານ ຕ່າງດ້າວ ແຕ່ເມື່ອ ໂຄງການ ດັ່ງກ່າວ ຈົບລົງ ຜູ້ຈ້າງ ແຮງງານ ຕ່າງດ້າວ ຈະຖືກ ປັບໃຫມ ຄົນລະ 1 ແສນບາດ ຖ້າພົບເຫັນ ວ່າຍັງຈ້າງ ແຮງງານ ຕ່າງດ້າວ ແບບຜິດ ກົດຫມາຍ ຢູ່ ໃນໂຮງງານ ຂອງຕົນ.