ກົດຟັງສຽງ
ເກົາຫລີເໜືອ ໄດ້ທໍາພິທີ ສັ່ງລາ ທ່ານ Kim Jong IL ຢ່າງໃຫຍ່ໂຕ ສິ້ນສຸດ ການໄວ້ອາລັຍ ທີ່ໃຊ້ເວລາ ເກືອບສອງ ອາທິດ ແລະ ໄດ້ຮັບຮອງ ເອົາທ່ານ Kim Jong Un ຂຶ້ນຮັບໜ້າທີ່ ໂດຍປາສຈາກ ການແຂ່ງຂັນ.
ທ່ານ Kim Yong Nam ຜູ້ທໍາພິທີ ຕາງໜ້າ ໃຫ້ພາກຣັຖ ໄດ້ກ່າວ ຕໍ່ໜ້າ ກໍາລັງທັບ ແລະ ປະຊາຊົນ ທີ່ເຕັມແໜ້ນ ຈະຕຸຣັດ ພຽງຢາງ ຍ້ອງຍໍ ອະດີດ ຜູ້ນໍາ ວ່າໄດ້ ອຸທິດຕົນ ສົມທົບ ຮັກສາ ຄວາມສງົບ ແລະສ້າງ ສະເຖັຍຣະພາບ ຂອງໂລກ ໃນສັຕວັດ ທີ 21 ໄວ້ໄດ້.
ທ່ານກ່າວອີກວ່າ ບາດນີ້ ທ່ານ Kim Jong Un ທີ່ເປັນ ສາຍເລືອດ ຂອງ ອະດີດຜູ້ນໍາ ຈະເປັນຜູ້ ນໍາພາ ພັກຣັຖ ກອງທັບ ແລະ ປະຊາຊົນ ຕໍ່ໄປ ຜູ້ນໍາ ຄົນໃໝ່ ຈະມີຈິຕ ວິນຍານ ການເປັນຜູ້ນໍາ ມີບຸຄລິກ ທີ່ໜ້າ ເຊື່ອຖື ແລະມີຄວາມ ອົດທົນ ອົດກັ້ນ ຄືກັບ ຜູ້ເປັນພໍ່.
ນັກວິໄຈ ເວົ້າວ່າ ການເຕົ້າໂຮມກັນ ຂອງປະຊາຊົນ ແລະ ເຫລົ່າກອງທັບ ທີ່ແໜ້ນໜາ ໃນຈະຕຸຣັດ Kim IL Sung ເພື່ອສະແດງ ເຖີງຄວາມ ໄວ້ເນື້ອເຊື່ອໃຈ ທີ່ມີຕໍ່ Kim Jong Un ທີ່ໄດ້ຮັບທອດ ອໍານາດ ປົກຄອງ ປະເທດ ໃນເວລາທີ່ ເກົາຫລີເໜືອ ກໍາລັງ ປະເຊີນ ກັບວິກິດການ ຂາດແຄນ ອາຫານ ການກິນ ເສຖກິດ ທີ່ກໍາລັງ ລົ້ມລຸກ ພລັງງານ ທີ່ຂາດເຂີນ ແລະໂຄງການ ອາວຸດ ນິວເຄລັຍ ທີ່ ກໍ່ກວນ ທ້າທາຍ ຊາວ ຕາເວັນຕົກ.
ອົງການ ສະຫະປະຊາຊາດ ກ່າວວ່າ ປະຊາກອນ 6 ລ້ານຄົນ ຊຶ່ງເປັນ ຈໍານວນ 25 ສ່ວນຮ້ອຍ ຂອງ ປະຊາຊົນ ເກົາຫລີເໜືອ ຕ້ອງການ ອາຫານການກິນ ຢ່າງຮີບດ່ວນ.