ກົດຟັງສຽງ
ຄນະກັມມາທິກາຣ ດ້ານ ສິທທິມະນຸສ ອາຊ໊ຽນ ຫລື AICHR ທີ່ຕັ້ງຂຶ້ນ ໃນປີ 2009 ນັ້ນ ບໍ່ສາມາດ ທີ່ຈະໃຫ້ ກາຣສົ່ງເສີມ ແລະ ໃຫ້ກາຣ ປົກປ້ອງ ສິທທິມະນຸສ ໄດ້ ແຕ່ຢ່າງໃດ. ສະມາຊິກ ຫລາຍທ່ານ ຈາກພາຄ ປະຊາ ສັງຄົມ ຫລາຍ ອົງກາຣ ທີ່ເຂົ້າຮ່ວມ ກອງປະຊຸມ ທີ່ຈັດຂຶ້ນ ໂດຽອົງກາຣ ທີ່ບໍ່ຂຶ້ນ ກັບ ຣັຖບາລ ຫລື NGOs ຢູ່ກຸງ ຈ໋າກ໋າຕ້າ ຕ່າງກໍໃຫ້ ຄຳເຫັນວ່າ ທາງ ຄນະກັມມາທິກາຣ ດ້ານ ສິທທິມະນຸສ ອາຊ໊ຽນ ບໍ່ສາມາດ ທີ່ຈະ ແກ້ໄຂ ແລະ ໃຫ້ກາຣ ປົກປ້ອງ ດ້ານ ສິທທິມະນຸສ ໃນ ພູມີພາຄ ໄດ້ ແຕ່ຢ່າງໃດ.
ໃນຂນະດຽວກັນ ທາງ ກອງປະຊຸມ ຍັງໄດ້ ຕົກລົງ ແລະ ໃຫ້ກາຣ ສລຸບວ່າ ທາງ ຄນະກັມມາທິກາຣ ດ້ານ ສິທທິ ມະນຸສ ດັ່ງກ່າວ ຊ້ຳກັບ ກາຍມາ ເປັນເຄື່ອງມື ປ້ອງກັນ ອາຊ໊ຽນ ເພື່ອບໍ່ໃຫ້ ໄດ້ຮັບ ກາຣຕິຕຽນ ຈາກ ປະຊາຄົມ ໂລກ ຍ້ອນວ່າ ບໍ່ສາມາດ ໃຫ້ຄວາມ ຄຸ້ມຄອງ ແລະ ປົກປ້ອງ ສິທທິ ມະນຸສ ໃນ ພູມີພາຄ ໄດ້ ຊຶ່ງສາເຫຕ ສ່ວນໃຫຍ່ ອາຈເປັນ ຍ້ອນຣະບົບ ກາຣຄັດເລືອກ ເອົາ ພນັກງານ ເຂົ້າປະຈຳ ໜ້າທີ່ ໃນຂແນງ ຕ່າງໆ ຂອງ AICHR ກໍເປັນໄດ້.
ກ່ຽວກັບເຣື້ອງນີ້ ທ່ານ RafendiDjamin ຕົວແທນ ຈາກ ອິນໂດນີເຊັຽ ແລະ ປະທານ ຂອງ AICHR ກໍຍອມຮັບ ວ່າມີ ເຈົ້າໜ້າທີ່ ຜູ້ຕາງໜ້າ ຂອງຫລາຍ ປະເທສ ທີ່ ພຍາຍາມ ບໍ່ໃຫ້ ມີກາຣ ກ່າວເຖິງ ກາຣ ລະເມີດ ສິທທິມະນຸສ ໃນບັນດາ ປະເທສ ສະມາຊິກ ຂອງ ພວກຕົນ ນັ້ນ ແຕ່ຢ່າງໃດ ພ້ອມກັບ ຢືນຢັນວ່າ ຈະໃຫ້ມີ ກາຣປະຊຸມ ເພື່ອຫາ ວິທີທາງ ແກ້ໄຂ ຮ່ວມກັນ ດັ່ງກ່າວນີ້ ໃນ ອະນາຄົຕ.