ອາຊຽນຢາກເຫັນກົດເກນ ເຂດນ່ານນໍ້າທຸກຝ່າຍຍອມຮັບ

ອາຊຽນ ຫວັງວ່າ ຈະມີ ຂໍ້ຕົກລົງ ກັບຈີນ ກ່ຽວກັບ ກົດຣະບຽບ ໃນເຂດ ນ່ານນໍ້າ ທີ່ມີ ກໍາລັງ ມີຂໍ້ ຂັດແຍ່ງ ກັນຢູ່.

0:00 / 0:00

ກົດຟັງສຽງ

ເລຂາທິການ ອາຊຽນ ທ່ານ ສຸຣີນ ພີດສຸວັນ ກ່າວວ່າ 10 ປະເທດ ສະມາຊິກ ອາຊຽນ ກັບຈີນ ຄາດວ່າ ຈະສີ້ນສຸດ ການຮ່າງ ກົດຣະບຽບ ການໃຊ້ ນ່ານນ້ຳ ໃນເຂດ ທະເລຈີນ ໃຕ້ ທີ່ຫລາຍ ປະເທດ ຍັງມີຄວາມ ຂັດແຍ່ງ ກັນຢູ່ ໃນທ້າຍ ປີນີ້.

ທ່ານວ່າ ເປັນຄວາມ ປະສົງ ອັນແຮງກ້າ ຂອງ ສອງຝ່າຍ ທີ່ຢາກ ໃຫ້ຮ່າງ ດັ່ງກ່າວ ສີ້ນສຸດລົງ ໃນປີ ເພື່ອການ ບັງຄັບ ໃຊ້ໃນ ປີຫນ້າ ໃນວັນ ຄົບຮອບ 10 ປີ ຂອງ ຖແລງການ ການໃຊ້ ເຂດນ່ານນ້ຳ ຮ່ວມກັນ ໃນເຂດ ທະເລ ຈີນ ໃຕ້ ທ່ານໃຫ້ ສຳພາດ ຕໍ່ສຳນັກ ຂ່າວສານ ກຽວໂຕ ໃນມື້ວານ ນີ້.

ທ່ານ ຍັງບອກ ອີກວ່າ ບັນດາ ປະເທດ ອາຊຽນ ທັງຫລາຍ ມີຄວາມຫວັງ ອັນແຮງກ້າ ຢາກໃຫ້ ບັນລຸ ເປົ້າຫມາຍ ໃນຂໍ້ຕົກລົງ ດັ່ງກ່າວ ໃຫ້ເປັນ ພາສາ ແລະ ເນື້ອໃນ ທີ່ທຸກຝ່າຍ ຍອມຮັບ ເພື່ອຈະໄດ້ ລົງນາມ ເປັນທາງການ ໃນກອງ ປະຊຸມ ທີ່ປະເທດ ກຳພູຊາ ໃນ ປີຫນ້າ.

ອີງຕາມ ຄຳໃຫ້ການ ຂອງ ທ່ານ ສຸຣີນ ອາຊຽນ ແລະ ຈີນ ມີບົດບາດ ອັນສຳຄັນ ແລະ ຮີບດ່ວນ ໃນເວລາ ໃນການ ສະສາງ ບັນຫາ ຄວາມແຕກຕ່າງ ຣະຫວ່າງກັນ ໃນເຂດ ທະເລ ຈີນ ໃຕ້ ແບບ ສັນຕິ ວິທີ. ທ່ານວ່າ ເປັນເວລາ ອັນ ສຳຄັນ ທີ່ອາຊຽນ ແລະ ຈີນ ຕ້ອງສົ່ງ ສັນຍານ ໃຫ້ໂລກຮູ້ ໃນການ ແກ້ໄຂ ບັນຫາ ຄວາມຂັດແຍ່ງ ໃນເຂດ ທະເລ ຈີນ ໃຕ້ ແບບສັນຕິ ເພາະເປັນ ບັນຫາ ທີ່ຫລາຍ ປະເທດ ເປັນຫວ່ງ.