ກົດຟັງສຽງ
ກຸ່ມປົກປ້ອງ ສິດທິມະນຸດ ກ່າວວ່າ ຊຸມຊົນ ຊາວເຜົ່າ ມອນຕາຍາດ ຊຶ່ງສ່ວນຫລາຍ ຖືສາສນາ ຄຣິສຕຽນ, ຊຶ່ງເປັນຜູ້ທີ່ ຕໍ່ສູ້ ໃຫ້ກັບ ກອງທັບ ສະຫະຣັຖ ໃນສມັຍ ສົງຄາມວຽດນາມ, ປະເຊີນກັບ ການຍຶດເອົາ ທີ່ດິນ ຂອງຂະເຈົ້າ ແລະ ຖືກຈໍາກັດ ດ້ານການເຊື່ອຖື ສາສນາ ໃນວຽດນາມ.
ກະຊວງການຕ່າງ ປະເທດ ກັມພູຊາ ໄດ້ມອບຫ້ອງການ ທ້ອງຖິ່ນ ໃຫ້ແກ່ ສະຫະປະຊາຊາດ ດ້ານອົພຍົບ ຫລື UNHCR ເມື່ອເດືອນທັນວາ ໂດຍມີກໍານົດ ໄປຈົນຮອດ ວັນທີ 15 ເດືອນ ກຸມພາ ຈຶ່ງຈະປີດລົງ, ຊຶ່ງໃນສູນ ດັ່ງກ່າວ ທີ່ມີຊາວ ມອນຕາຍາດ 75 ຄົນ ໄດ້ອາສັຍຢູ່.
ທ່ານ ຄອຍ ກວາງ, ໂຄສົກ ກະຊວງການຕ່າງ ປະເທດ ກັມພູຊາ ກ່າວວ່າ: ສູນດັ່ງກ່າວ ມີກໍານົດປິດລົງ ໃນມື້ວັນອັງຄານ ທີ 15 ກຸມພາ ນີ້. ໃນຂນະທີ່ UNHCR ກໍໄດ້ ກຽມສະຖານທີ່ໃໝ່ ສໍາລັບ ກຸ່ມຄົນສ່ວນໃຫຍ່ ໄວ້ແລ້ວ, ເຖິງແມ່ນວ່າ ໃນຈໍານວນ 10 ຄົນ ຊົນເຜົ່າມອນຕາຍາດ ບໍ່ມີເຫດຜົນ ພຽງພໍ ໃນການຂໍຖານະ ເປັນອົພຍົບ ແລະ ພວກຂະເຈົ້າ ກຽມທີ່ຈະຖືກ ສົ່ງກັບ.
ກຸ່ມປົກປ້ອງ ສິດທິມະນຸດ ສະແດງຄວາມເປັນຫ່ວງ ກ່ຽວກັບ ການກະກຽມ ບ່ອນໃໝ່, ໂດຍເວົ້າວ່າ ກັມພູຊາ ມີຄວາມບົກຜ່ອງ ໃນການສົ່ງອົພຍົບ ແລະ ພວກຂໍລີ້ພັຍ ການເມືອງ ກັບປະເທດ ຂອງຂະເຈົ້າ. ຊ່າວເຜົ່າ ມອນຕາຍາດ ຂອງວຽດນາມ ຈະສືບຕໍ່ ຫລົບໜີ ຈາກວຽດນາມ ໃນຂນະທີ່ ຣັຖບານວຽດນາມ ຍັງລະເມີດ ສິດທິພື້ນຖານ ຂອງພວກຂະເຈົ້າ.
