ກາດັບຟີ ຕ້ອງລາອອກ

ສະຫະຣັຖ ຖແລງວ່າ ຈຸດປະສົງ ຂອງການ ຖີ້ມຣະເບີດ ໃສ່ລີເບັຽ ກໍ່ເພື່ອບີບໃຫ້ ນາຍກາດັບຟີ ອອກຈາກ ການເປັນຜູ້ນໍາ ລີເບັຽ.

0:00 / 0:00

ກົດຟັງສຽງ

ໃນມື້ວັນຈັນ ທາງການ ສະຫະຣັຖ ໄດ້ສົ່ງສັນຍານ ທີ່ບໍ່ຈະແຈ້ງ ກ່ຽວກັບ ລີເບັຽ.

ປະທານາທິບໍດີ ທ່ານ ບາລັກ ໂອບາມາ ເວົ້າວ່າ ນາຍກາດັບຟີ ຕ້ອງອອກຈາກ ຕ່ຳແຫນ່ງ ການເປັນຜູ້ນຳ ລີເບັຽ ຊື່ງກຳລັງໂຈມຕີ ຂອງສະຫະຣັຖ ກໍ່ປະຕິບັດຕາມ ກົດເກນ ຂອງສະພາຄວາມຫມັ້ນຄົງ ອົງການ ສະຫະປະຊາຊາດ ທີ່ບົ່ງໄວ້ເທົ່ານັ້ນ. ທ່ານ ໂອບາມາ ກ່າວຕໍ່ກຸ່ມນັກຂ່າວ ທີ່ປະເທດຊີລີ ວ່າ ພືດຕິກັມ ທາງດ້ານທະຫານ ຂອງສະຫະຣັຖ ກໍ່ເພື່ອປະຕິບັດ ຕາມກົດເກນ ຂອງສະພາຄວາມ ຫມັ້ນຄົງອົງການ ສະຫະປະຊາຊາດ ກ່ຽວກັບການນາບຂູ່ ຕໍ່ມະນຸສທັມ ທີ່ນາຍກາດັບຟີ ໄດ້ປະຕິບັດຕໍ່ ປະຊາຊົນ ຊາວລີເບັຽ ຢູ່ໃນເວລານີ້.

ທ່ານວ່າ ການໂຈມຕີ ຂອງກຳລັງອາກາດ ສະຫະຣັຖ ແລະ ກຸ່ມພັທນະມິດ ໃນທ້າຍອາທິດ ທີ່ຜ່ານມາ ກໍ່ແມ່ນ ເພື່ອສນັບສນູນ ມະຕິ ຂອງສະພາຄວາມຫມັ້ນຄົງ ອົງການ ສະຫະປະຊາຊາດ ປີ 1973 ທີ່ກ່າວເຖິງ ການປົກປ້ອງ ຊິວິດ ຂອງປະຊາຊົນ ທີ່ຖືກທຳລ້າຍ ຈາກກຸ່ມຜູ້ນຳ ໃນປະເທດ ຂອງຕົນເອງ.

ທ່ານໄດ້ເນັ້ນເຖິງ ນະໂຍບາຍ ຂອງສະຫະຣັຖ ທີ່ຢາກໃຫ້ ນາຍກາດັບຟີ ອອກຈາກການ ເປັນຜູ້ນຳ ລີເບັຽ ໃນທັນທີທັນໃດ ເພາະໄດ້ປົກຄອງ ປະເທດຢ່າງ ໂຫດຫ້ຽມ ມາໄດ້ກວ່າ 4 ທົສວັດແລ້ວ ໂດຍໃຊ້ມາຕການ ເຂັ່ນຂ້າ ປະຊາຊົນ ແລະປາບປາມ ກຸ່ມຝ່າຍຄ້ານ ໃນລີເບັຽ.