ໂມມາກາດາຟີ ຜເດັດການເຖີງຈຸດຈົບ

ໂມມາ ກາດາຟີ ຜູ້ນໍາ ໂຫດຫ້ຽມ ທີ່ ປົກຄອງ ປະເທດ ລີເບັຍ ມາໄດ້ 42 ປີ ຖືກສັງຫານ ແລ້ວ.

0:00 / 0:00

ກົດຟັງສຽງ

ໂມມາ ກາດາຟີ ນັກປົກຄອງ ຜເດັດການ ຖືກ ປະຊາຊົນ ລຸກຮືຂຶ້ນ ໂຄ່ນລົ້ມ ອໍານາດ ຢ່າງນອງເລືອດ ໄດ້ຖືກ ກອງກໍາລັງ ປົດປ່ອຍ ສັງຫານ ໃນມື້ວັນ ພຣະຫັດ ທີ 20 ຕຸລາ 2011 ຢູ່ເມືອງເຊີຕ. ກາດາຟີ ອາຍຸ ຄົບ 69 ປີ ເປັນຜູ້ນໍາ ຜູ້ທໍາອິດ ທີ່ຖືກຂ້າ ໃນການ ລຸກຮື ຂັບໄລ່ ຜູ້ນໍາໃນ ກຸ່ມປະເທດ ອາຣັບ ທີ່ ແພ່ຂຍາຍ ທົ່ວ ຕາເວັນອອກກາງ ທີ່ມີການ ຕໍ່ສູ້ລົບລ້າງ ຣະບອບ ຜເດັດການ ແລະ ສ້າງຕັ້ງ ປະຊາທິປະໄຕ. ປະຊາຊົນ ໃນນະຄອນ ຕຣີໂປລີ ມີຄວາມ ດີອົກດີໃຈ ທີ່ໄດ້ເຫັນ ຜູ້ນໍາ ຜເດັດການ ເຖີງຈຸດຈົບ, ປະຊາຊົນ ຕາມຖນົນ ຫົນທາງ ສົ່ງສຽງ ຮ້ອງໂຮ...

ນາຍົກ ຣັຖມົນຕຣີ Mahmoud Jibril ກ່າວຕໍ່ ສື່ມວລຊົນ ໃນນະຄອນ ຕຣີໂປລີ ວ່າ “ຊາວລີເບັຍ ລໍຖ້າ ເວລານີ້ ມາເປັນ ເວລາ ດົນນານ, ໂມມາ ກາດາຟີ ຖືກຂ້າຕາຍ ແລ້ວ”. ລາຍງານ ຕອນທໍາອິດ ເປີດເຜີຍວ່າ ໜ່ວຍກໍາລັງ ຮັກສາ ຄວາມ ປອດພັຍ ຂອງ ໂມມາ ກາດາຟີ ຄຸ້ມຄອງ ຢ່າງແໜ້ນໜາ ໃນທີ່ໝັ້ນ ແຫ່ງສຸດທ້າຍ ໃນເມືອງເຊີຕ. ກອງກໍາລັງ ປົດປ່ອຍ ເຄື່ອນໃກ້ ເຂົ້າໄປ ໃນມື້ວັນ ພຣະຫັດ, ໃນເວລານັ້ນ ມີຂະບວນ ຣົຖ ພຍາຍາມຫລົບໜີ ອອກຈາກ ທີ່ໝັ້ນ ກອງກໍາລັງ ທາງອາກາດ ຂອງ ເນໂຕ ກໍຍິງສຸມໃສ່. ຫລັງຈາກນັ້ນ ລາຍການ ໂທຣະທັດ ຂອງ Al-Jazeera ກໍສເນີ ຮູບພາບ ໂມມາ ກາດາຟີ ທີ່ ເສັຍຊີວິດ ແລ້ວ.