ການຫາລືຣະຫວ່າງ 2 ເກົາຫລີ

ການຫາລື ດ້ານການ ທະຫານ ຣະຫວ່າງ 2 ເກົາຫລີ ໃນມື້ທີ 2 ບໍ່ມີຄວາມ ຄືບໜ້າ.

0:00 / 0:00

ກົດຟັງສຽງ

ເກົາຫລີໃຕ້ ແລະ ເກົາຫລີເໜືອ ໄດ້ສິ້ນສຸດ ການຫາລື ດ້ານການທະຫານ ໃນຂັ້ນຕົ້ນ ໃນມື້ວັນພຸດ ທີ 9 ກຸມພາ ນີ້ ໂດຍທີ່ບໍ່ມີ ຂໍ້ຕົກລົງຫຍັງເລີຍ ໃນຂນະທີ່ ເກົາຫລີເໜືອ ປະຕິເສດ ທີ່ຈະຂໍໂທດ ແລະ ຍອມຮັບເອົາ ຄວາມຮັບຜິດຊອບ ຂອງຕົນ ກ່ຽວກັບ ການເກາະຜິດ ເມື່ອປີກາຍນີ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ເກົາຫລີໃຕ້ ໃນມື້ວັນພຸດນີ້.

ທ່ານ ກິມ ມິນ-ຊົກ, ໂຄສົກ ກະຊວງປ້ອງກັນ ປະເທດ ຂອງ ເກົາຫລີໃຕ້ ກ່າວວ່າ ການຫາລື ໄດ້ສິ້ນສຸດລົງ ປະມານ 2 ໂມງ 40 ນາທີ ຕອນບ່າຍ, ແລະ ທັງສອງ ບໍ່ໄດ້ລົງນາມ ໃນຂໍ້ຕົກລົງ ໃດໆເລີຍ, ນອກຈາກນັ້ນ, ຍັງບໍ່ສາມາດ ຕົກລົງກັນໄດ້ ກ່ຽວກັບ ການກໍານົດ ເວລາ ສໍາລັບ ການຫາລື ຂັ້ນຕົ້ນ ໃນຮອບ ຕໍ່ໄປອີກ.

ການຫາລື ຫລົ້ມເຫລວ ໃນເຣື້ອງຂອງການ ຈັດກຽມ ຣາຍການ ສໍາລັບ ການຫາລື ໃນຣະດັບສູງ. ພ້ອມກັນນັ້ນ, ກໍແມ່ນ ຕົວແທນ ເກົາຫລີເໜືອ ເປັນຝ່າຍ ທີ່ຍ່າງອອກ ຫ້ອງປະຊຸມ ພຽງຝ່າຍດຽວ.
ເກົາຫລີເໜືອ ບໍ່ຍອມຮັບ ເງື່ອນໄຂ ລ່ວງໜ້າ 2 ຂໍ້ ທີ່ເກົາຫລີໃຕ້ ກໍານົດ ເພື່ອຍົກຣະດັບ ຂອງການຫາລື ຂັ້ນຕົ້ນ, ຄື ການຂໍໂທດ ທີ່ໄດ້ ຍິງປືນໃຫຍ່ ໃສ່ເກາະ ຂອງເກົາຫລີໃຕ້ ແລະ ການຍິງ ທໍພີໂດ ໃສ່ເຮືອຣົບ ຂອງເກົາຫລີໃຕ້ ເມື່ອເດືອນມີນາ ປີກາຍນີ້, ແລະກໍໃຫ້ ເກົາຫລີເໜືອ ສັນຍາວ່າ ຈະບໍ່ຫາ ເຣື້ອງເກາະຜິດ ອີກຕໍ່ໄປ.