ກົດຟັງສຽງ
ກອງທັບອີຢິບ ຮຽກຮ້ອງ ໃຫ້ຍຸຕິການ ປະທ້ວງ ທີ່ຂຍາຍກວ້າງອອກ ຈົນສາມາດໂຄ່ນລົ້ມ ທ່ານ Hosni Mubarak ໄດ້, ໃນຂນະທີ່ ສະຫະຣັຖ ຮຽກຮ້ອງ ໃຫ້ເລີກລົ້ມກົດໝາຍ ພາວະສຸກເສີນ ທີ່ໃຊ້ມາເປັນເວລາ ຍາວນານ ເຖິງ 30 ປີ.
ໃນຂນະດຽວກັນ ຣັຖບານ ສະຫະພາບຢູໂຣບ ກໍໄດ້ເລີ້ມ ອາຍັດຊັພສິນ ຂອງເຈົ້າໜ້າທີ່ ລະດັບສູງທີ່ໄດ້ຖືກ ໂຄ່ນລົ້ມ ຕາມຄຳຮຽກຮ້ອງ ຂອງປະຊາຊົນ ອີຢິບ ຊື່ງພວກດັ່ງກ່າວ ກໍາລັງ ຖືກຂໍ້ຫາວ່າ ຍັກຍອກເງິນຫລວງ ຫລາຍພັນລ້ານ ໂດລາ ຢ່າງທຸຈຣິດ.
ໃນຄຳປະກາດ ຄັ້ງຫລ້າສຸດ ຫລັງຈາກທີ່ໄດ້ ກຳອຳນາດ ແຕ່ມື້ວັນສຸກທີ 11 ກຸມພາ 2011 ຄນະສະພາສູງ ຂອງ ກຳລັງທັບ ໄດ້ຮຽກຮ້ອງ ໃຫ້ຜູ້ນຳສະຫະພັນ ແຮງງານ ຍຸຕິການເດີນ ຂະບວນປະທ້ວງ. ເຖິງຢ່າງໃດກໍຕາມ ຄນະສະພາສູງ ຂອງ ກຳລັງທັບ ກໍຍັງບໍ່ໄດ້ອອກ ກົດເກນຫ້າມ ແຕ່ຢ່າງໃດ ແຕ່ຫາກ ຄຳຂໍຮ້ອງ ບໍ່ໄດ້ຮັບການ ຕອບຮັບ ກໍອາດຈະຕ້ອງໄດ້ ໃຊ້ກົດໝາຍຫ້າມປາມ. ໂຄສົກ ຂອງຄນະສະພາສູງ ຂອງກຳລັງທັບ ກ່າວວ່າ
"ບັນດາ ປະຊາຊົນ ກໍເຫັນວ່າ ການປະທ້ວງ ໃນລະຍະເວລາ ທີ່ມີວິກິດ ອັນຫລໍ່ແຫລມນີ້ ຈະສ້າງຜົນໃນທາງລົບ ແລະ ທຳລາຍ ຄວາມໝັນຄົງ ຂອງປະເທດໄດ້".
ການປະທ້ວງ ກໍແນໃສ່ການ ໂຄ່ນລົ້ມຂັບໄລ່ ລະບອບ ທີ່ມີການແຜ່ຂຍາຍ ຂອງການ ສໍ້ຣາສບັງຫລວງ ແລະ ທຸຈະຣິດ ຂອງຜູ້ນຳທີ່ ພົວພັນກັບ ອະດີດ ປະທານາທິບໍດີ Hosni Mubarak.
