ພະມ້າວ່າຄວາມສັມພັນ ກັບຈີນຈະບໍ່ປ່ຽນແປງ

ປະທານາທິບໍດີ ພະມ້າ ຖແລງວ່າ ປະຊາທິປະຕັຍ ຂອງ ພະມ້າ ຈະບໍ່ປ່ຽນແປງ ຄວາມສັມພັນ ທີ່ມີກັບ ຈີນ.
ສົມເນ
2012.09.24

ຕາມການເປີດເຜີຽ ຂອງ ກະຊວງການ ຕ່າງປະເທດ ຈີນ ທີ່ອ້າງຕາມ ຄໍາເວົ້າ ຂອງ ທ່ານ ເທັງເສັງ ປະທານາທິບໍດີ ພະມ້າ ທີ່ເວົ້າຕໍ່ ທ່ານ ຊີ ຈິງປິງ ຮອງປະທານ ປະເທດຈີນ ຢູ່ສະຖານທີ່ ການວາງສະແດງ ສິນຄ້າ ຈີນ-ອາຊຽນ ຢູ່ນະຄອນ ນານນິງ ແຂວງ ກວາງສີຊວງ ພາກໃຕ້ ຂອງຈີນ ເມື່ອວັນສຸກ ຜ່ານມາ.

ທາງການຈີນ ແລະ ສື່ມວລຊົນ ຈີນ ສະແດງຄວາມ ເປັນຫ່ວງຢູ່ເລື້ອຍໆ ໃນລະຍະທີ່ ສະຫະຣັຖ ສນັບສນູນ ພະມ້າ ໃຫ້ມີ ປະຊາທິປະຕັຍ ເພາະຢ້ານວ່າ ສະຫະຣັຖ ກີດກັ້ນ ການແຜ່ຂຍາຍ ອິດທິພົນ ຂອງຕົນ ໃນພູມີພາກນີ້.

ການພົບປະ ຣະຫ່ວາງ ທ່ານ ເທັງເສັງ ກັບ ທ່ານ ຊີ ຈິງປິງ ທ່ານ ເທັງເສັງ ໄດ້ບອກວ່າ ຈີນ ບໍ່ຄວນເປັນຫ່ວງ ນໍາເຣື້ອງນີ້. ທ່ານ ເທັງເສັງ ເວົ້າວ່າ ດຽວນີ້ ພະມ້າ ກໍາລັງຢູ່ໃນ ລະຍະຂ້າມຜ່ານ ແຕ່ພະມ້າ ເອົາໃຈໃສ່ ຄວາມສັມພັນ ກັບຈີນ ແລະເຫັນວ່າ ນະໂຍບາຍ ທີ່ມີຕໍ່ຈີນ ຈະບໍ່ປ່ຽນແປງ ຍ້ອນວ່າຈີນ ໄດ້ຊ່ວຍເຫລືອ ພະມ້າ ໃນຍາມຂັດສົນ. ປະຊາຊົນ ພະມ້າ ຈະຫລົງລືມບໍ່ໄດ້.

ນັບວ່າເປັນ ເທື່ອທີ່ສອງແລ້ວ ທີ່ທ່ານ ເທັງເສັງ ໄດ້ເດີນທາງໄປ ຢ້ຽມຢາມ ປະເທດຈີນ ນັບແຕ່ທ່ານ ໄດ້ກໍາອໍານາດ ໃນເດືອນ ມີນາ ປີ 2011. ທ່ານ ເທັງເສັງ ຈະເດີນທາງຕໍ່ ເພື່ອຢ້ຽມຢາມ ສະຫະຣັຖ ອະເມຣິກາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.