ກົດຟັງສຽງ
ການເຂົ້າສາບານຕົວ ຮັບຕໍາແໜ່ງ ຂອງທ່ານ ໃນວັນພຸດນີ້ ເປັນສ່ວນນຶ່ງ ຂອງການຂ້າມຜ່ານ ສູ່ຣະບອບ ການປົກຄອງພົລເຮືອນ. ທ່ານ Thein Sein ຜູ້ລາອອກຈາກ ກອງທັບ ເພື່ອຮັບສມັກ ເລືອກຕັ້ງ ເມື່ອເດືອນ ພຶສຈິການັ້ນ ເຖິງແນວໃດ ກໍຍັງເປັນ ບຸກຄົນທີ່ທ່ານ Than Shwe ໄວ້ວາງໃຈໄດ້ ແລະ ກໍເປັນຜູ້ທີ່ ຈະຟັງສຽງຂອງ ທ່ານ Than Shwe. ຕາມຄໍາເວົ້າຂອງທ່ານ Aung Naing Oo ຜູ້ຊ່ຽວຊານ ພະມ້າ.
ແຕ່ເຖີງຢ່າງໃດ ກໍຕາມ ທ່ານ Wain Kyi ສະມາຊິກ ຣັຖສະພາ ສັງກັດພັກແນວໂຮມ ປະຊາທິປະຕັຍ ແຫ່ງຊາດ ກ່າວຕອບຄໍາຖາມ ຂອງນັກຂ່າວ RFA ກ່ຽວກັບຄວາມ ຈົ່ງຮັກພັກດີ ຂອງ ປະທານາທິບໍດີ ແລະ ອາດີດ ນາຍທະຫານ ຫລາຍທ່ານ ໃນຣັຖບານຊຸດໃໝ່ ຂອງພະມ້າ ທີ່ມີຕໍ່ນາຍພົລ Than Shwe ວ່າ:
"ຄວາມຣະແວງ ສົງໄສ ເປັນອັນຕຣາຍທີ່ສຸດ ໃນປວັດສາດ ຂອງ ພະມ້າ ຊຶ່ງຄວາມຈິງແລ້ວ ຖ້າທຸກຄົນຫາກຮ່ວມ ເຮັດວຽກນໍາກັນ ໂດຍບໍ່ມີການ ແກ້ແຄ້ນ ແລະ ທຸກຝ່າຍ ເຂົ້າໃຈ ຊຶ່ງກັນແລະກັນ ມີເປົ້າໝາຍດຽວກັນ ມີເຈຕນາ ຕໍ່ປະຊາຊົນ ແລະ ຍັງຂຶ້ນຢູ່ກັບວ່າ ແມ່ນໃຜຈະລົງມື ປະຕິບັດ ເທົ່ານັ້ນ".
ໃນປຶ້ມຊີວະປວັດ ຜູ້ນໍາສູງສຸດ ຂອງພະມhາ ທ່ານ Benedict Rogers ເວົ້າວ່າ ທ່ານ Thein Sein ຖືເປັນບຸກຄົນ ທີ່ລຶກລັບ ກ້າວຂຶ້ນມາມີບົດບາດ ສໍາຄັນຢ່າງງຽບໆ ໂດຍມີນາຍພົລ Than Shwe ເປັນຜູ້ສນັບສນູນ ແລະ ທ່ານກໍໄດ້ ສະແດງອອກເຖິງ ຄວາມຈົງຮັກພັກດີ ຕໍ່ນາຍພົລ Than Shwe ຢ່າງເຕັມທີ່.
ຣັຖບານທະຫານ ພະມ້າ ຖືກຍຸບຢ່າງເປັນ ທາງການ ໃນວັນພຸດນີ້ ພາຍຫລັງປົກຄອງ ພະມ້າ ມາເຖິງ 50 ປີ ໂດຍມອບໃຫ້ ຣັຖບານພົລເຮືອນ ທີ່ນໍາພາໂດຍທ່ານ Thein Sein ຊຶ່ງກ່າວກັນວ່າ ເປັນພຽງໃນນາມ.
ທ່ານເປັນ ນາຍົກຣັຖມົນຕຣີ ແຕ່ປີ 2007 ແລະ ກໍເປັນຜູ້ອອກ ແບບຄົນສໍາຄັນ ໃນການປ່ຽນແປງ ທາງການເມືອງ ທີ່ເຮັດໃຫ້ທ່ານ ເປັນຜູ້ນໍາປະເທດ ຫລັງການເລືອກຕັ້ງ ທ່ານ Theinsein ເກີດຢູ່ເຂດ ແມ່ນໍ້າ ອິຣະວະດີ ແລະ ເຄີຍເຮັດວຽກ ຢູ່ເຂດ ສາມຫລ່ຽມຄໍາ ທີ່ຕິດກັບຊາຍແດນ ໄທແລະລາວ ຊຶ່ງເປັນເຂດ ລັກລອບ ຢາເສບຕິດ.