ເກົາຫລີເໜືອຈະໃຊ້ ອາວຸດນິວເຄເລັຽ

ເກົາຫລີເຫນືອ ສັນຍາ ວ່າ ຈະໃຊ້ ອາວຸດ ນິວເຄເລັຽ ເພື່ອ ຢັບຢັ້ງ ການໂຈມຕີ ຂອງ ສະຫະຣັຖ ອະເມຣິກາ.

0:00 / 0:00

ກົດຟັງສຽງ

ໃນມື້ ວັນພຸດ ທາງການ ເກົາຫລີເຫນືອ ບອກວ່າ ຕົນຈະໃຊ້ ອາວຸດ ນິວເຄລັຽ ເພື່ອຢັບຢັ້ງ ການໂຈມຕີ ຂອງ ສະຫະຣັຖ ແລະ ໄດ້ບັລຍາຍ ການຊ້ອມລົບ ຂອງ ສະຫະຣັຖ ແລະ ເກົາຫລີໃຕ້ ທີ່ກຳລັງ ເລີ້ມຂື້ນ ໃນຂນະນີ້ ທີ່ແຫລມ ເກົາຫລີວ່າ ເປັນການ ກະຕຽມ ທຳສົງຄາມ ເພຶ່ອລຸກລານ ປະເທດ ຄອມມຸນິດ ເກົາຫລີເຫນຶອ.

ໂຄສົກ ກະຊວງ ຕ່າງປະເທດ ເກົາຫລີເຫນືອ ກ່າວໃນ ຖແລງການ ທີ່ພີມອອກ ເຜີຍແພ່ ໃນສື່ມວນຊົນ ພາກຣັຖ ຂອງ ເກົາຫລີເຫນືອ ວ່າ ການຊ້ອມລົບ ທີ່ຈະໃຊ້ ເວລາ 10 ວັນ ຂອງ ສະຫະຣັຖ ແລະ ເກົາຫລີໃຕ້ ທີ່ໄດ້ ເລີ້ມຂື້ນ ໃນມື້ວັນ ອັງຄານ ນັ້ນ ເປັນການ ພິສູດໃຫ້ເຫັນວ່າ ສະຫະຣັຖ ບໍ່ສົນໃຈ ໃນການ ເຈຣະຈາ ທາງດ້ານ ອາວຸດນິວເຄລັຽ ກັບເກົາຫລີເຫນືອ ອີກໃຫມ່.

ທ່ານວ່າ ສະພາບການ ໃນ ປັດຈຸບັນ ໃນແຫລມ ເກົາຫລີ ສາມາດ ພິສູດ ໄດ້ວ່າ ສະຫະຣັຖ ບໍ່ມີ ເຈຕນາ ໃນການ ເຮັດໃຫ້ ແຫລມເກົາຫລີ ເປັນເຂດ ປອດອາວຸດ ນິວເຄລັຽ ຈາກການ ເຈຣະຈາ ແລະ ການໂອ້ລົມກັນ ແຕ່ຢ່າງໃດ.

ດັ່ງນັ້ນ ເພຶ່ອ ເປັນການ ປ້ອງກັນຕົວ ຈາກການ ລຸກລານ, ເກົາຫລີເຫນືອ ຕ້ອງໄດ້ ຍົກຣະດັບ ອາວຸດ ນິວເຄເລັຽ ຂອງຕົນ ບໍ່ວ່າ ທາງດ້ານ ຄຸນນະພາບ ແລະ ປະຣິມານ ເພຶ່ອຕ້ານ ເຫດການ ທີ່ອາດຈະ ເກິດຂຶ້ນ.