ກົດຟັງສຽງ
ກຸ່ມສິດທິມະນຸດ ຮຽກຮ້ອງ ຣັຖບານ ສະຫະຣັດ ອະເມຣິກາ ໃຫ້ຈັດວຽດນາມ ເຂົ້າໃນບັນຊີ ປະເທດທີ່ລະເມີດ ສິດເສຣີພາບ ໃນການນັບຖືສາສນາ ຮ້າຍແຮງທີ່ສຸດ ຄືນໃໝ່ ຍ້ອນວ່າມີການ ປາບປາມ ຊົນກຸ່ມນ້ອຍທີ່ ນັບຖືສາສນາ ຄຣິສຈຽນ ແລະ ບັງຄັບໃຫ້ເຂົາເຈົ້າ ປະລະຄວາມເຊື່ອຖື. ຕາມລາຍງານ ຂອງ ອົງການ ສິດທິມະນຸດ Human Rights watch ທີ່ມີສູນກາງ ຢູ່ນະຄອນນີວຢອກ. ລາຍງານທີ່ພິມອອກ ໃນວັນພຣະຫັດ ຜ່ານມານີ້ວ່າ ມີຊົນເຜົ້າ ຊາວພູດອຍຈໍານວນ 350 ຄົນ ຍັງຖືກຂັງຄຸກຢູ່ ເປັນເວລາ ຍາວນານ ນັບແຕ່ປີ 2001 ເປັນຕົ້ນມາ. ຫລັງຈາກຖືກຕູ່ຫາ ແບບລວມໆວ່າ ລະເມີດກົດໝາຍ ຄວາມປອດໄພ ແຫ່ງຊາດ ຍ້ອນທໍາ ພິທີສວດມົນ ໄຫວ້ວອນພຣະເຈົ້າ ຢູ່ໃນໂບດ ທີ່ທາງການຫ້າມ.
ກຸ່ມ Human Rights watch ວ່າ ວຽດນາມ ໄດ້ລົງນາມ ໃນສົນທິສັນຍາ ສິດທິມະນຸດ ສາກົນ ແຕ່ຣັຖບານວຽດນາມ ກັບເມີນເສີຽ ຕໍ່ສິດທິ ພື້ນຖານຂອງ ມະນຸດ ໂດຍວາງກົດໝາຍ ໃສ່ຜູ້ທີ່ສະແດງ ອອກເຖິງ ຄວາມບໍ່ພໍໃຈ ແບບສັນຕິ ວ່າເປັນການກະທໍາ ອາຊຍາກັມ. ກຸ່ມສິດທິມະນຸດ ຍັງແຈ້ງວ່າ ຣັຖບານວຽດນາມ ໄດ້ສັ່ງໃຫ້ ເຈົ້າໜ້າທີ່ຕໍາຣວດ ປາບປາມ ຊົນເຜົ່າພູດອຍ ທີ່ຍັງລີ້ຢູ່ໃນ ປ່າດົງ ທໍາລາຍການໂຮມ ຊຸມນຸມ ທາງສາສນາ ແລະບັງຄັບໃຫ້ ຜູ້ນັບຖືສາສນາ ຄຣິສຈຽນ ປະລະຄວາມ ເຊື່ອຖື ຂອງເຂົາເຈົ້າ.