ຄວາມວູ້ນວາຍໃນເຂດ ເຂົາພຣະວິຫານ

ນາຍົກ ຣັຖມົນຕຣີໄທ ຮຽກຮ້ອງ ໃຫ້ອົງການ UNESCO ຊ່ວຍຍຸຕິ ຄວາມວູ້ນວາຍ ໃນເຂດ ເຂົາພຣະວິຫານ ຣະຫວ່າງ ໄທ ກໍາພູຊາ.

0:00 / 0:00

ກົດຟັງສຽງ

ນາຍົກ ຣັຖມົນຕຣີໄທ ທ່ານ ອະພິສິດ ເວຊຊາຊີວະ ຮຽກຮ້ອງ ໃຫ້ອົງການ UNESCO ຊ່ວຍຜ່ອນຄາຍ ຄວາມເຄັ່ງຕຶງ ໃນເຂດຊາຍແດນ ໄທ-ກຳພູຊາ ໂດຍການຖອນ ປາສາດຫິນ ພຣະວິຫານ ອອກຈາກການເປັນ ມໍຣະດົກໂລກ ແລະ ຍົກເລີກ ແຜນການທີ່ຈະໃຫ້ ກຳພູຊາ ເປັນຝ່າຍ ບໍຣິຫານຈັດການ ປາສາດ ຫິນພຣະວິຫານ.

ທ່ານ ອະພິສິດ ກ່າວວ່າສອງຝ່າຍ ໄດ້ຮັບຄວາມກົດດັນ ຍ້ອນການເຮັດໃຫ້ ປາສາດຫິນ ພຣະວິຫານ ເປັນມໍຣະດົກໂລກ ແລະ ແຜນການທີ່ຈະໃຫ້ ກຳພູຊາ ເປັນຝ່າຍ ບໍຣິຫານຈັດການ ປາສາດຫິນ ພຣະວິຫານ, ຊຶ່ງທັງສອງ ປະເດັນນີ້ ເປັນບໍ່ເກີດຂອງ ບັນຫາ. ດັ່ງນັ້ນຈຶ່ງ ຂຶ້ນຢູ່ກັບ UNESCO ທີ່ຈະຜ່ອນຄາຍ ຄວາມກົດດັນ ໂດຍເລີ້ມຈາກ ແຜນບໍຣິຫານ ຈັດການ ທີ່ຈະນຳຂຶ້ນມາໃຫ້ ຄນະກັມມາທິການ ມໍຣະດົກໂລກ ພິຈາຣະນາ ພາຍໃນເດືອນ ມິຖຸນາ ນີ້.

ທ່ານ ອະພິສິດ ບໍ່ຢາກໃຫ້ ປະເທດກທີ 3 ເຂົ້າມາໄກ່ເກັ່ຍ ບັນຫາ ເຂດຊາຍແດນ, ໂດຍສະເພາະ ຝຣັ່ງເສດ ແລະ ບັນຫາພິພາດ ກັນນີ້ ຕ້ອງຍຸຕິລົງໂດຍ ຜ່ານກົນໄກ ຂອງການເຈຣະຈາ ສອງຝ່າຍເທົ່ານັ້ນ. ໃນເວລາດຽວກັນ ຮອງນາຍົກ ຣັຖມົນຕຣີໄທ ຝ່າຍຄວາມໝັ້ນຄົງ ທ່ານສຸເທບ ເທືອກສຸບັນ ໄດ້ກ່າວກ່ຽວກັບ ການທີ່ຝຣັ່ງເສດ ຢາກມາເປັນຜູ້ ໄກ່ເກັ່ຍບັນຫາ ນີ້ວ່າ:

"ຕອນຄະດີ ພຣະວິຫານ ເມື່ອປີ 1957 ຫາ 1962 ເຮົາກໍເຫັນຝຣັ່ງເສດ ຢູ່ແລ້ວ ເພາະສະນັ້ນ ບໍ່ຕ້ອງມາ ເຮົາຄິດວ່າເຮົາ ແກ້ບັນຫາເອງໄດ້".

ນອກຈາກນີ້ ທ່ານ ອະພິສິດ ຍັງກ່າວຢ້ຳວ່າ UNESCO ບໍ່ຄວນ ຮັບພິຈາຣະນາ ແຜນການດັ່ງກ່າວ ຈົນກວ່າວ່າຈະມີ ຄຳຕອບ ໃນການແກ້ໄຂບັນຫາ ຂັດແຍ່ງ ເຂດຊາຍແດນ ເສັຍກ່ອນ.