ທ່ານບານກີມູນ ຈະໄປພະມ້າ

ເລຂາທິການ ສະຫະຊາຊາດ ຈະໄປຢ້ຽມຢາມ ພະມ້າ ເພື່ອສົ່ງເສີມ ໃຫ້ມີການ ປະຕິຮູບ ເພີ້ມເຕີມ.

0:00 / 0:00

ກົດຟັງສຽງ

ທ່ານ ບານກີມູນ ເລຂາທິການ ສະຫະປະຊາຊາດ ໄດ້ປະກາດ ໃນມື້ວັນຈັນ ວ່າ ທ່ານຈະເດີນທາງ ໄປຢ້ຽມຢາມ ພະມ້າ ໃນໂອກາດ ອັນໃກ້ໆນີ້ ເພື່ອຊຸກຍູ້ ໃຫ້ມີການ ປະຕິຮູບ ໄປສູ່ ຣະບອບ ປະຊາທິປະຕັຍ ຫລາຍຂື້ນ ໃນພະມ້າ.

ທ່ານ ບານ ໄດ້ກ່າວ ຕໍ່ກຸ່ມນັກຂ່າວ ວ່າທ່ານໄດ້ຮັບ ການເຊື້ອເຊີນ ຈາກ ທ່ານ ທຽນສຽນ ປະທານາທິບໍດີ ພະມ້າ ໃຫ້ໄປຢ້ຽມຢາມ ພະມ້າ ແລະ ທ່ານ ຈະອອກເດີນທາງ ໄປພະມ້າ ໃນທ້າຍ ອາທິດນີ້. ດັ່ງທ່ານກ່າວ ກ່ຽວກັບການ ໄປຢ້ຽມຢາມ ພະມ້າວ່າ:

"ການຢ້ຽມຢາມ ພະມ້າ ຍັງຈະໄດ້ ໂອ້ລົມກັບ ກຸ່ມການເມືອງ ທຸກຝ່າຍ ແລະ ຮັບຟັງ ຄວາມເປັນຫ່ວງ ຂອງ ຊົນເຜົ່າ ກຸ່ມຕ່າງໆ ໃນພະມ້າ ໃນການເຂົ້າຮ່ວມ ຣັຖບານ".

ທ່ານວ່າ ພວກເຮົາໄດ້ ເຫັນຄວາມຄືບຫນ້າ ທີ່ຫນ້າພໍໃຈ ໃນການ ປະຕິຮູບ ທາງດ້ານການເມືອງ ແລະ ເສຖກິດ ໃນພະມ້າ ໃນຣະຍະ ເວລາ ນື່ງປີ ຫລື ນື່ງປີເຄ່ີ່ງ ທີ່ຜ່ານມາ. ການເລືອກຕັ້ງ ຫວ່າງຫລັງໆ ມານີ້ ເປັນສັນຍານ ການປ່ຽນແປງ ຄັ້ງປວັດສາດ ທີ່ພວກເຮົາໄດ້ ເຫັນພະມ້າ ເປີດກວ້າງ ຕໍ່ປະຊາຄົມ ໂລກ. ເຈົ້າຫນ້າທີ່ ສະຫະປະຊາຊາດ ກ່າວວ່າ ທ່ານ ບານກິມູນ ຈະເດີນທາງ ໄປເຖີງພະມ້າ ໃນທ້າຍອາທິດ ນີ້ ແລະ ຈະພັກຢູ່ ພະມ້າ ຫລາຍວັນ.

ທ່ານ ບານຍັງໄດ້ ແສດງຄວາມຍີນດີ ຕໍ່ການຕັດສີນໃຈ ຂອງ ສະຫະຣັຖ ແລະ ສະຫາພາບ ຢູໂຣບ ຮ່ວມທັງ ປະເທດອື່ນໆ ທີ່ໄດ້ຜ່ອນເບົາ ການລົງໂທດ ຕໍ່ພະມ້າ ແຕ່ທ່ານ ໃຫ້ຄຳຕັກເຕືອນ ວ່າ ການປ່ຽນແປງ ໃນພະມ້າ ຍັງອອ່ນແອ ຢູ່ ຍັງຕ້ອງການ ຄວາມເອົາໃຈໃສ່ ຈາກ ປະຊາຄົມ ໂລກ.