ສະຫະປະຊາຊາດ ປົກປ້ອງທ່ານມູນ

ສະຫະປະຊາຊາດ ປົກປ້ອງ ການຕິຕຽນ ທ່ານ ບານກີມູນ ກ່ຽວກັບ ສິດທິມະນຸດ.

0:00 / 0:00

ສະຫະປະຊາຊາດ ໄດ້ອອກມາປົກປ້ອງ ການຕິຕຽນ ເລຂາທິການ ສະຫະປະຊາຊາດ ທ່ານ ບານກີມູນ ໃນມື້ວັນຈັນທີ 24 ມົກກະຣາ 2011 ນີ້ ກ່ຽວກັບຂໍ້ກ່າວຫາ ວ່າທ່ານບໍ່ສາມາດ ເອີ່ຍປາກປ້ອງກັນ ສິດທິ ມະນຸດ. ສະຫະປະຊາຊາດ ກ່າວວ່າ ທ່ານ ມູນ ໄດ້ຮັບ ຄວາມສຳເຣັດ ທົ່ວໂລກ.

ການຕິຕຽນ ທ່ານມູນ ກ່ຽວກັບການ ປົກປ້ອງສິດທິມະນຸດ ຂອງທ່ານ ມີຂຶ້ນໃນເວລາ ທີ່ມີຄວາມ ຫຍຸ້ງຍາກ ເພາະຄາດວ່າ ທ່ານມູນ ຈະໄດ້ເປັນ ຫົວໜ້າ ສະຫະປະຊາຊາດ ໃນວາລະທີສອງ ຕໍ່ອີກ 5 ປີ. ອາຍຸໜ້າທີ່ການ ຂອງທ່ານມູນ ຈະສິ້ນສຸດລົງ ໃນທ້າຍປີ 2011.

ໂຄສົກ ສະຫະປະຊາຊາດ ທ່ານ Farhan Haq ກ່າວວ່າ “ບັນທຶກຂໍ້ມູນ ຄວາມສຳເຣັດ ຂອງ ທ່ານມູນ ມີທັງຜ່ານດ້ານ ການທູດຢ່າງລັບໆ ແລະ ທັງຜ່ານຄວາມກົດດັນ ທາງສະທາຣະນະ”. ປະທານ ຄນະກັມມະການ ອົງການສິ້ງຊອມ ສິດທິມະນຸດ ທ່ານ Kenneth Roth ກ່າວວ່າ ລາຍງານ ຂອງກຸ່ມເປີດເຜີຍວ່າ ທ່ານມູນ “ບໍ່ເຕັມໃຈ ທີ່ຈະກົດດັນ ຣັຖບານທີ່ ລະເມີດສິດທິມະນຸດ”.

ທ່ານ Kenneth Roth ກ່າວອີກວ່າ “ໃນເມື່ອທ່ານມູນ ບໍ່ເຕັມໃຈ ທີ່ຈະເວົ້າອອກມາ ຢ່າງແຈ່ມແຈ້ງ ກ່ຽວກັບຜູ້ລະເມີດ ສິດທິມະນຸດ ຢ່າງຈິງຈັງ ໝາຍຄວາມວ່າ ທ່ານເລືອກທີ່ຈະຕໍ່ສູ້ ໂດຍທີ່ ມືຂ້າງນຶ່ງ ຖືກມັດໄວ້”. ທ່ານຢ້ຳອີກວ່າ ຈີນ, ຊູດານ, ພະມ້າ ແລະ ສີລັງກາ ເປັນຕົວຢ່າງ ຂອງປະເທດທີ່ ທ່ານມູນ ບໍ່ສາມາດ ປະນາມການ ລະເມີດສິດທິມະນຸດ ຢ່າງ ຮຸນແຮງໄດ້.