ພະມ້າເພີ້ມການປູກຝິ່ນ

ການປູກຝິ່ນ ໃນພະມ້າ ເພີ້ມຂຶ້ນ ເຖິງ 17 ສ່ວນຮ້ອຍ.
ຈະເຣີນສຸກ
2012.10.31

ອົງການສະຫະປະຊາຊາດ ກ່າວໃນມື້ວັນພຸດນີ້ ວ່າ ການລັກລອບ ປູກຝິ່ນ ໃນພະມ້າ ເພີ້ມຂຶ້ນ ໃນຂະນະທີ່ ຢາເສບຕິດ ປະເພດ ເຮໂຣອິນ ມີຄວາມຕ້ອງການ ເພີ້ມຂຶ້ນ ໃນພາກພື້ນເອເຊັຍ.

ການປູກຝິ່ນ ໄດ້ພີ້ມຂຶ້ນ ເຖິງແມ່ນວ່າ ມີການຣະດົມ ຂອງ ຣັຖບານ ເພື່ອກວດລ້າງ ການປູກຝິ່ນ ໃນພະມ້າ ກໍຕາມ, ຊຶ່ງພະມ້າເອງ ກໍໄດ້ຮັບ ຄວາມສັນລະເສີນ ຢ່າງກ້ວາງຂວາງ ໃນການປະຕິຮູບ ກ້າວໄປສູ່ ປະຊາທິປະໄຕ ພາຍຫລັງ ທີ່ພວກທະຫານ ໄດ້ມອບອໍານາດ ໃຫ້ຣັຖບານ ພົລເຮືອນ ເມື່ອປີກາຍນີ້.

ພະມ້າ ເປັນປະເທດ ທີ່ຜລິດຢາຝິ່ນ ອັນດັບ 2 ຂອງໂລກ ຫລັງຈາກ ປະເທດ ອັຟການິສຖານ, ຊຶ່ງກວມເອົາ 25 ສ່ວນຮ້ອຍ ຂອງການປູກຢາຝິ່ນ ໃນທົ່ວໂລກ. ການເພີ້ມຂຶ້ນ ຂອງຢາຝິ່ນ, ຊຶ່ງເປັນວັດຖຸດິບ ທີ່ໃຊ້ ປຸງແຕ່ງ ຢາເຮໂຮອິນນັ້ນ, ໄດ້ຖືກບັນທຶກ ໃນການສໍາຣວດ ປະຈໍາປີ ຂອງ ຫ້ອງການ ປາບປາມ ຢາເສບຕິດ ແລະ ອາສຍາກັມ ຂອງສະຫະປະຊາຊາຕ.

ຣາຍງານ ກ່າວຕື່ມວ່າ ພື້ນທີ່ ການປູກຝິ່ນ ເພີ້ມຂຶ້ນ ເຖິງ 17 ສ່ວນຮ້ອຍ ໃນປີນີ້, ຄື ເພີ້ມຈາກ 40 ພັນ ເຮັກຕາຣ ໃນປີ 2011 ມາເປັນ 51 ພັນເຮັກຕາຣ ໃນປີ 2012.

ການລັກລອບ ປູກຢາຝິ່ນນີ້ ສ່ວນຫລາຍ ແມ່ນຢູ່ໃນເຂດ ຣັຖ ກາຈິ໋ນ ແລະ ຣັຖ ສ໋ານ, ຊຶ່ງເປັນຣັຖ ທີ່ມີຊາຍແດນ ຕິດກັບ ປະເທດຈີນ, ໄທ ແລະ ລາວ, ແລະ ເປັນເຂດ ທີ່ມີການປະທະກັນ ຣະຫວ່າງ ກອງກໍາລັງ ປະກອບອາວຸດ ແລະ ກອງປທັບ ທະຫານ ຂອງພະມ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.