ກົດຟັງສຽງ
ພາຍຫລັງທີ່ ເກົາຫລີເໜືອ ຍິງຈະຣວດ ທີ່ບໍ່ປະສົບ ຜົນສໍາເຣັດ ເທື່ອຫລ້າສຸດ. 15 ປະເທດ ສະມາຊິກ ສະພາ ຄວາມໝັ້ນຄົງ ສປຊ ຮວມທັງຈີນ ຊຶ່ງເປັນ ປະເທດເພື່ອນມິດ ທີ່ໃກ້ຊິດ ທີ່ສຸດ ຂອງ ເກົາຫລີເໜືອ ແລະ Pakistan ທີ່ມີອາວຸດ ນິວເຄລັຽ ນັ້ນ ໄດ້ຕົກລົງ ຢ່າງເປັນ ອັກກະສັນ ປະນາມ ການຍິງ ຈະຣວດ ຂອງ ເກົາຫລີເໜືອ ເມື່ອວັນສຸກ ຜ່ານມາ ຊຶ່ງເຮັດໃຫ້ ເກີດຄວາມ ວິຕົກກັງວົນ ໃນຄວາມໝັ້ນຄົງ ຂອງພາກພື້ນ ເອເຊັຽ ຢ່າງໜັກໜ່ວງ.
ພາຍໃນສອງ ສັປດານີ້ ສະພາ ຄວາມໝັ້ນຄົງ ໄດ້ສັ່ງໃຫ້ເພີ່ມ ມາຕການ ຕ່າງໆ ເຂົ້າໃນບັນຊີ ລົງໂທດ ທີ່ມີມາ ຕັ້ງແຕ່ ເກົາຫລີເໜືອ ທົດລອງ ນິວເຄລັຽ ເມື່ອປີ 2006 ແລະປີ 2009 ນັ້ນ ພ້ອມດຽວກັນ ກໍສັ່ງໃຫ້ ຄນະກັມມະການ ທົບທວນເບິ່ງ ສ່ວນບຸກຄົນ ແລະ ບໍຣິສັດ ຂອງ ເກົາຫລີເໜືຶອ ທີ່ສົມຄວນ ຖືກອາຍັດຊັພ ນໍາດ້ວຍ.
ມາດາມ Susan Rice ທູຕສະຫະຣັຖ ອະເມຣິກາ ປະຈໍາ ສະຫະປະຊາຊາດ ຜູ້ເປັນ ປະທານ ສະພາ ຄວາມໝັ້ນຄົງ ສໍາລັບ ເດືອນເມສາ ເວົ້າວ່າ ທາງຄນະກັມມະການ ລົງໂທດ ຈະຮ່າງບັນຊີ ເຣື່ອງເທັກໂນໂລຊີ ທີ່ສໍາຄັນ ຊຶ່ງຈະຖືກ ຕ້ອງຫ້າມ ໃນການສົ່ງທອດ ຈາກເກົາຫລີໃຕ້ ໄປໃຫ້ ເກົາຫລີເໜືອ. ມາດາມ Rice ວ່າ ສະຫະຣັຖ ຈະສເນີ ມາຕການ ລົງໂທດ ເທື່ອໃໝ່ ໃຫ້ ຄນະກັມມະການ ໃນຣາຍຊື່ ຂອງ ບໍຣິສັດ ທີ່ກ່ຽວຂ້ອງ ກັບໂຄງການ ຈະຣວດ ນໍາວິຖີ ແລະ ນິວເຄລັຽ ເທື່ອນີ້.
ສະພາ ຄວາມໝັ້ນຄົງ ເວົ້າວ່າ ການຍິງຈະຣວດ ຂອງ ເກົາຫລີເໜືອ ທີ່ແຕກລົງ ທະເລ ພາຍຫລັງ ຍິງຂຶ້ນໄດ້ ຊົ່ວລະຍະນຶ່ງ ນັ້ນເປັນການ ຣະເມີດ ຍັຕຕິ ຂອງ ສະຫະປະຊາຊາດ ສະບັບ 1718 ແລະ 1974 ຂັ້ນ ຮ້າຍແຮງ ໃນຂນະທີ່ ຝ່າຍ ເກົາຫລີເໜືອ ເວົ້າວ່າ ການຍິງ ຈະຣວດຂຶ້ນສູ່ ອາວະກາດ ນັ້ນ ກໍເພື່ອສົ່ງ ດາວທຽມ ສັງເກດອາກາດ ແຕ່ບັນດາ ປະເທດ ພັນທະມິດ ເຫັນວ່າເປັນການ ທົດລອງ ຍິງຈະຣວດ ຂອງ ເກົາຫລີເໜືອ.
