ກົດຟັງສຽງ
ສະຫະຣັດ ອະເມຣິກາ ເຫັນວ່າ ພະມ້າ ມີຄວາມ ຄືບໜ້າ ໃນການ ປ່ຽນແປງ ເປີດກວ້າງ ແຕ່ວ່າ ຕ້ອງເຮັດ ຫລາຍກວ່ານີ້ ເພື່ອຫລຸດພົ້ນ ຈາກຖານະ ເປັນປະເທດ ທີ່ໂດດດ່ຽວ ແລະ ການລົງໂທດ ຖືກຍົກເລີກ.
ທ່ານ Derek Mitchel ຜູ້ຕາງໜ້າ ພິເສດ ຂອງ ສະຫະຣັດ ກ່າວ ໃນວັນຈັນ ນີ້ວ່າ ມີທ່າທີ ວ່າ ພະມ້າ ກ້າວໄປສູ່ ການເປີດກວ້າງ ແດ່ແລ້ວ ແຕ່ບັນຫາ ມີຢູ່ວ່າ ພະມ້າ ຈະປະຕິບັດ ພາລະ ການ ປະຕິຮູບ ປະຊາທິປະໄຕ ໄດ້ຫລາຍ ປານໃດ.
ເມື່ອເດືອນ ພຶສຈິກາ ປີ ຜ່ານມາ ພະມ້າ ໄດ້ມີການ ເລືອກຕັ້ງ ທົ່ວປະເທດ ເປັນຄັ້ງ ທໍາອິດ ນັບຕັ້ງແຕ່ ການເລືອກຕັ້ງ ແບບ ປະຊາທິປະໄຕ ໃນປີ 1990 ຊື່ງພັກ ຝ່າຍຄ້ານ ຂອງ ມາດາມ ອອງຊານຊູຈີ ໄດ້ຮັບ ໄຊຊະນະ ແຕ່ຝ່າຍ ທະຫານ ຍຶດອໍານາດ ຄືນ ໂດຍຫ້າມ ບໍ່ໃຫ້ ປະກອບ ຣັຖບານ ຂື້ນ. ເມື່ອເດືອນ ກັນຍາ ຜ່ານມານີ້ ຣັຖບານ ພະມ້າ ໄດ້ປະກາດ ຢຸດການ ສ້າງເຂື່ອນ ທີ່ມີຄວາມ ຂັດແຍ້ງ ແລະ ເປັນໂຄງການ ລົງທືນ ຂອງຈີນ ໂດຍອ້າງວ່າ ມັນຂັດກັບ ຄວາມມຸ້ງມາດ ປາຖນາ ຂອງ ປະຊາຊົນ, ແລະ ໃນອາທິດ ທີ່ແລ້ວ ຣັຖບານ ພະມ້າ ໄດ້ປ່ອຍ ນັກໂທດ ການເມືອງ ຈໍານວນ 250 ຄົນ ຈາກຈໍານວນ ນັກໂທດ ການເມືອງ ທັງໝົດ 2,000 ກວ່າຄົນ ໃນທົ່ວ ປະເທດ. ທ່ານ Mitchel ຍິນດີ ນໍາການ ເຄື່ອນໄຫວ ຂອງ ພະມ້າ ເມື່ອ ບໍ່ນານມານີ້ ແລະວ່າ ການຢ້ຽມຢາມ ພະມ້າ ຂອງທ່ານ ເມື່ອເດືອນ ກັນຍາ ຜ່ານມາ ອອກໝາກ ອອກຜົນ.
ທ່ານຍັງກ່າວ ຢໍ້າວ່າ ພະມ້າ ຍິນດີ ສົນທະນາ ທຸກບັນຫາ ທີ່ທ່ານ ໄດ້ຍົກຂື້ນ ມາເວົ້າ. ໃນຕລອດເກືອບ 50 ປີ ທີ່ພະມ້າ ປົກຄອງ ດ້ວຍລະບົບ ຜະເດັດການ ທະຫານ ເຮັດໃຫ້ ພະມ້າ ຕົກຢູ່ໃນ ສະພາບ ໂດດດ່ຽວ ຈາກໂລກ ພາຍນອກ. ເສຖກິດ ພະມ້າ ລົ້ມລະລາຍ, ຄຽງຄູ່ ກັບບັນຫາ ການຂັດແຍ້ງ ທາງການເມືງ ພາຍໃນ ປະເທດ, ການລະເມີດ ສິດທິມະນຸດ ໃນພະມ້າ ກໍມີ ຫລາຍຂື້ນ ພ້ອມກັນນັ້ນ ພະມ້າ ຖືກປະຊາຄົມ ນານາຊາດ ລົງໂທດ ທາງດ້ານ ເສຖກິດ ເພື່ອກົດດັນ ໃຫ້ພະມ້າ ປ່ຽນແປງ ແຕ່ວິທີ ການລົງໂທດ ນີ້ ບໍ່ໄດ້ ເຮັດໃຫ້ ພະມ້າ ປ່ຽນແປງ ພໍເທົ່າໃດ. ໃນສອງປີ ມານີ້ ຣັຖບານ ສະຫະຣັດ ໄດ້ຫັນມາ ໃຊ້ວິທີ ການພົວພັນ ກັບ ພະມ້າ ເພື່ອໃຫ້ ພະມ້າ ປ່ຽນແປງ ໄປສູ່ ປະຊາທິປະໄຕ.
